ທະຫານແຂວງໄຊສົມບູນ ມອບເງິນນະໂຍບາຍອຸດໜູນ
ເວລາອອກຂ່າວ: 2022-12-06 09:00:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 314 | ຄວາມນິຍົມ:
ວັນທີ 29 ພະຈິກ 2022, ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ມອບເງິນນະໂຍບາຍອຸດໜູນໃຫ້ພະນັກງານ-ນັກຮົບ, ໂດຍມີ ສະຫາຍ ພັນເອກ ສຸດໃຈ ເຈີບົວແພງ ຫົວໜ້າຫ້ອງ ການເມືອງ ກອງບັນຊາການທະ ຫານແຂວງໄຊສົມບູນ, ມີຄະນະພັກ-ຄະນະບັນຊາ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ອີງຕາມຂໍ້ກຳນົດ ວ່າດ້ວຍ ລະບຽບການຂອງນາຍ ແລະ ພົນທະຫານໃນກອງທັບປະຊາຊົນລາວ, ກົດໝາຍ ວ່າດ້ວຍ ປະກັນສັງຄົມ. ກະຊວງປ້ອງກັນປະເທດ ໄດ້ອະ ນຸມັດໃຫ້ນາຍ ແລະ ພົນທະຫານ ຢູ່ກອງບັນຊາການທະຫານແຂວງໄຊສົມບູນ ອອກອຸດໜູນ ຈຳນວນ 9 ສະຫາຍ. ໃນນີ້, ມີ ຊັ້ນຮ້ອຍຕີ 1 ສະຫາຍ, ຮ້ອຍເອກ 1 ສະຫາຍ ແລະ ຊັ້ນນາຍສິບ 7 ສະຫາຍ ລວມເປັນເງິນທັງໝົດ 181.286.000 ກີບ.
ໂດຍ: ສົດ ນາມໄຕ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ