ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດ​ການແຕ່ງຕັ້ງ ຄະ​ນະ​​​ພັກ​ຮາກ​ຖານ ທະຫານ​ນະຄອນຫຼວງ​ພະ​ບາງ
ເວລາອອກຂ່າວ: 2022-12-06 08:58:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 80 | ຄວາມນິຍົມ:



ວັນ​ທີ 23 ພະຈິກ 2022, ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ພະ​ບາງ ໄດ້​ປະກາດການ​ແຕ່ງຕັ້ງ​ຄະ​ນະ​​ພັກ​ຮາກ​ຖານ ແລະ ເລຂາ​ໜ່ວຍ​ພັກ ທີ່​ຂຶ້ນ​ກັບ​ ຄະນະ​ພັກ​ຮາກ​ຖານ ກອງ​ບັນຊາ​ການ​ທະຫານ​ນະຄອນ ຫຼວງ​ພະ​ບາງ, ໂດຍການ​ເປັນ​ປະທານ​ຂອງສະຫາຍ ບຸນ​ລ້ຽງ ແກ້ວ​ມະນີ ຮອງ​ເລຂາ​ຄະນະ​ພັກ​ນະຄອນ ປະທານ​ກວດກາ​ພັກ-ລັດ ນະຄອນຫຼວງ​ພະ​ບາງ, ມີ ສະຫາຍ ພັນ​ໂທ ທອງ ​ພັນ ພິ​ຜາ​ວົງ ເລຂາ​ຄະນະ​ພັກ​ຮາກ​ຖານ ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງ​ພະ​ບາງ, ແຂກ​ທີ່​ຖືກ​ເຊີນ ແລະ ສະມາຊິກ​ພັກ​ສົມ​ບູນ-ສຳຮອງ ເຂົ້າ​ຮ່ວມ. ສະຫາຍ ຫຸມແພງ ຕະ​ວະ ຮອງຫົວໜ້າຄະນະຈັດຕັ້ງນະຄອນ ຫຼວງ​ພະ​ບາງ ໄດ້​ຜ່ານ​ມະຕິ ຕົກລົງຂອງຄະນະປະຈຳພັກ​ນະຄອນ ຫຼວງ​ພະ​ບາງ ວ່າ​ດ້ວຍ ​ການ​ ແຕ່ງຕັ້ງຄະນະພັກຮາກ​ຖານ ແລະ ເລຂາ​ໜ່ວຍ​ພັກພະແນກການ​ເມືອງ, ພະ​ແນກ​ເສນາ​ທິ​ການ ແລະ ພະ​ແນກ​ພະ​ລາ​ທິການ ຢູ່ກອງບັນຊາ​ການທະຫານນະຄອນ ຫຼວງ​ພະ​ບາງ. ຕົກລົງແຕ່ງ ຕັ້ງ ສະຫາຍ ພັນ​ຕີ ທອງ​ວັນ ລັດຕະນະ​ວັນ​ໂນ ເປັນ​ເລຂາ​ໜ່ວຍ​ພັກ​ ພະແນກການ​ເມືອງ, ສະຫາຍພັນຕີ ຈັນ​ທີ ດວງ​ພະ​ຈິດ ເປັນ​ເລຂາ​ໜ່ວຍ​ພັກ​ພະ​ແນກ​ເສນາ​ທິການ, ສະຫາຍ ພັນ​ໂທ ບຸນ​ມະນີ ເນັ່ງ​ວາ​ເລົ່າ ເປັນ​ເລຂາ​ໜ່ວຍພັກ​ ພະ​ແນກ​ພະລາທິການ ກອງ ​ບັນຊາ​ການ​ທະຫານ​ນະຄອນ ຫຼວງ​ພະ​ບາງ. ໂດຍ: ສຸພາ​ວັນ ສິດທິ​ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ