ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນ​ເຫຼົ່າ​ຮົບ​ຊ່າງ​ແສງ 506 ຈັດ​ຕັ້ງ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້
ເວລາອອກຂ່າວ: 2022-12-06 08:55:12 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 147 | ຄວາມນິຍົມ:



ວັນ​ທີ 25 ພະຈິກ 2022, ໂຮງຮຽນ​ເຫຼົ່າ​ຮົບ​ຊ່າງ​ແສງ 506 ໄດ້​ຈັດ​ຕັ້ງ​ຍິງເປົ້າ​ໝາຍ​ດ້ວຍ​ລູກ ປືນ​ແທ້ ປະຈຳ​ປີ 2022, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ວຽງ​ສະຫວັນ ດາລາ​ແສນ ຫົວໜ້າ​ການເມືອງ ​ໂຮງຮຽນ​ເຫຼົ່າ​ຮົບ​ຊ່າງ​ແສງ 506, ມີຄະນະ​ພັກ-ຄະນະ​ອຳນວຍການ ພ້ອມ​ດ້ວຍພະ ນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ທັນ ພະ​ສະ​ຫວັດ ຮອງ​ຫົວໜ້າ​ການ​ທະຫານ ໂຮງຮຽນ​ເຫຼົ່າ​ຮົບ​ຊ່າງ​ແສງ 506 ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ການຈັດຕັ້ງອົບຮົມ-ຫັດ​ແອບ​ຍິງເປົ້າ​ໝາຍ​ດ້ວຍລູກປືນ​ແທ້ຄັ້ງ​ນີ້ ແມ່ນ​ປະຕິ ບັດຄຳ​ສັ່ງ​ແຈ້ງ​ການ​ຂອງ​ກົມອົບຮົມ ກົມ​ໃຫຍ່​ເສນາ​ທິ​ການກອງທັບ ແລະ ກົມ​ຊ່າງ​ແສງ ວ່າ​ດ້ວຍ​ການຈັດຕັ້ງອົບຮົມ-ຫັດ​ແອບ ການເມືອງ, ການ​ທະຫານ ແລະ ພະລາ​ທິ​ການ-ເຕັກນິກ ໃຫ້ພະນັກງານ-ນັກຮົບ ປະຈຳ​ປີ 2022 ເວົ້າ​ລວມ, ເວົ້າ​ສະເພາະ ຂອງ​ໂຮງຮຽນ​ເຫຼົ່າ​ຮົບ​ຊ່າງ​ແສງ 506. ຜ່ານ​ການຈັດຕັ້ງປະຕິບັດ​ຕົວ​ຈິງ ສາມາດ​ຕິ​ລາຄາຂັ້ນ​ດີເລີດ 2 ສະ ຫາຍ ເທົ່າ​ກັບ 1,42%, ເກັ່ງ19 ສະຫາຍ ເທົ່າ​ກັບ 13,57%, ກາງ 48 ສະຫາຍ ເທົ່າ​ກັບ 34,28% ແລະ ຄາດໝາຍ 40 ສະຫາຍ ເທົ່າ​ກັບ 28,57%. ໂດຍ: ເກນ ວິໄລ​ສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ