ປິດການແຂ່ງຂັນກິລາເຕະບານ ຊີງຂັນເຈົ້າແຂວງ ແຂວງໄຊຍະບູລີ
ເວລາອອກຂ່າວ: 2022-12-06 08:53:57 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 236 | ຄວາມນິຍົມ:
ວັນທີ 23 ພະຈິກ 2022, ໄດ້ປິດການແຂ່ງຂັນກິລາເຕະບານ ຊີງຂັນເຈົ້າແຂວງ ແຂວງໄຊຍະບູລີ, ໂດຍມີ ສະຫາຍ ພົງສະຫວັນ ສິດທະວົງ ເຈົ້າແຂວງ ແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ ພະແນກການແຂວງ, ກົມ
ກອງ, ຄະນະສະຫະພັນນັກກິລາ, ຄູເຝິກ, ກຳມະການ, ນັກກິລາ ຕະ ຫຼອດຮອດປະຊາຊົນ ເຂົ້າຮ່ວມ.
ສະຫາຍ ສະນີຈັນ ສຸກຜາລີ ຮອງປະທານສະຫະພັນກີລາ ບານເຕະແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບການແຂ່ງຂັນເຕະບານ ແຂວງໄຊຍະບູລີ ລີກ 2 ໄດ້ເລີ່ມເປີດການແຂ່ງຂັນມາແຕ່ວັນທີ 18 ສິງຫາ 2022. ໂດຍພົບກັນທັງໝົດ 30 ນັດ ແລະ ມີນັກກິລາເຂົ້າຮ່ວມທັງໝົດ 6 ທີມ. ຜ່ານການແຂ່ງຂັນສາມາດສະຫຼຸບໄດ້ ອັນດັບທີ I ກອງບັນ ຊາການທະຫານແຂວງໄຊຍະບູລີ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນ ສົດ 10 ລ້ານກີບ, ທີ II ກອງພົນທີ 2 ໄດ້ຮັບເງິນສົດ 5 ລ້ານກີບ ແລະ ທີ III ສະໄໝສຸກກະເສີມ ໄດ້ຮັບ ເງິນສົດ 3 ລ້ານກີບ.
ໂດຍ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ