ເຫຼົ່າຮົບຊ່າງແສງສຸມໃສ່ການກໍ່ສ້າງສະໜາມ ເພື່ອຮັບປະກັນການຊ້ອມຮົບຮ່ວມ ລາວ-ຣັດເຊຍ
ເວລາອອກຂ່າວ: 2022-12-05 09:04:52 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 330 | ຄວາມນິຍົມ:
ສະຫາຍ ພັນໂທ ອານຸສັກ ພົມວົງສາ ຫົວໜ້າພະແນກອົບຮົມສູ້ຮົບ ກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ, ຄະ ນະຮັບຜິດຊອບວຽກງານການກໍ່ສ້າງສະໜາມ ໄດ້ລາຍງານຕໍ່ຜູ້ສື່ຂ່າວວ່າ: ເພື່ອຮັບປະກັນແກ່ການຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣດ-2022” ຄະນະພັກ-ຄະນະບັນຊາກົມຊ່າງແສງ ໄດ້ຮັບຄຳສັ່ງຈາກຂັ້ນເທິງ ໃຫ້ຮັບຜິດຊອບໃນການກໍ່ສ້າງ, ປັບປຸງລະບົບເສັ້ນທາງເຂົ້າ-ອອກສະໜາມ, ສ້າງລະບົບຂຸມຄອງຂອງລົດຕັງ, ຂຸມຄອງທະຫານຮາບ, ຂຸມບັນຊາການ, ສ້າງສິ່ງກີດຂວາງຢູ່ໜ້າສະໜາມ, ຕິດຕັ້ງລະບົບເປົ້າຍິງ ແລະ ອື່ນໆ. ເຊິ່ງບໍ່ດົນມານີ້ໄດ້ເຄື່ອນ ກຳລັງເຂົ້າສູ່ສະໜາມຫັດແອບສຳເລັດ, ຄະນະຊີ້ນຳພາກສະ ໜາມ ກໍໄດ້ຈັດແບ່ງກຳລັງເຫຼົ່າຮົບຊ່າງແສງ ອອກເປັນ 3 ພາກ ສ່ວນຄື:1. ພາກສ່ວນກໍ່ສ້າງເສັ້ນທາງ, 2. ພາກສ່ວນກໍ່ສ້າງລະບົບຂຸມຄອງ ແລະ ສູນບັນຊາ ແລະ 3. ພາກສ່ວນກໍ່ສ້າງສິ່ງກີດຂວາງ ແລະ ເປົ້າຍິງຂອງລົດຕັງ. ນອກຈາກນີ້ກຳໄດ້ສ້າງລະບົບສາງ ເພື່ອເກັບຮັກສາອາ ວຸດ-ລູກກະສູນ ຮັບໃຊ້ໃຫ້ແກ່ການຊ້ອມຮົບໃນຄັ້ງນີ້.
ຜ່ານການຈັດຕັ້ງປະຕິບັດຕະຫຼອດໄລຍະດັ່ງກ່າວຈົນເຖິງ ປັດຈຸບັນການປະຕິບັດໜ້າທີ່ຕົວ ຈິງຢູ່ພາກສະໜາມໃນຄັ້ງນີ້ ມີຂໍ້ສະດວກຫຼາຍຢ່າງເປັນຕົ້ນແມ່ນ: ຂັ້ນເທິງໄດ້ມີແຜນການຕາຕະລາງການເຄື່ອນໄຫວແຕ່ລະບາດກ້າວຢ່າງລະອຽດ, ມີແຕ່ເອົາແຜນການຂອງຂັ້ນເທິງ ມາຈັດຕັ້ງປະຕິບັດຜັນຂະຫຍາຍ ໃຫ້ສຳເລັດຜົນຕາມເປົ້າໝາຍ. ອີກອັນໜຶ່ງອ້າຍນ້ອງສ່ວນຫຼາຍມີປະສົບການໃນການຊ້ອມຮົບ ຫຼາຍຄັ້ງມາແລ້ວ. ສ່ວນຂໍ້ຫຍຸ້ງ ຍາກຕົ້ນຕໍ ກໍແມ່ນສະພາບດິນຟ້າອາກາດ ບາງມື້ມີອາກາດໜາວ ແລະ ບາງມື້ກໍມີຝົນຕົກ ຈຶ່ງເຮັດໃຫ້ການເຄື່ອນໄຫວປະຕິບັດໜ້າ ທີ່ວຽກງານຂອງອ້າຍນ້ອງບາງດ້ານບໍ່ໄດ້ຕາມແຜນ ການ. ເຖິງຢ່າງໃດກໍຕາມອ້າຍນ້ອງກໍພ້ອມກັນຕັດສິນໃຈຜ່ານຜ່າ, ຕັ້ງໜ້າສຸມກຳລັງແຮງກາຍ, ແຮງໃຈ ເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະຂອງຕົນໃຫ້ຮັບໝາກຜົນດີທີ່ສຸດ, ເຊິ່ງປັດຈຸບັນສາມາດຮັບປະກັນໄດ້ທຸກໜ້າວຽກຂອງຕົນໄດ້ທັນກ່ອນມື້ປະສານຊ້ອມຮົບຕົວຈິງ.
ສະຫາຍຫົວໜ້າພະແນກອົບຮົມສູ້ຮົບກົມຊ່າງແສງ ຍັງ ໃຫ້ຮູ້ຕື່ມອີກວ່າ: ໃນການປະຕິ ບັດໜ້າທີ່ສ້າງສະໜາມເພື່ອຮັບ ປະກັນໃຫ້ແກ່ການຊ້ອມຮົບ ລາ ໂຣດ 2022 ຄັ້ງນີ້, ຖືເປັນໂອ ກາດສຳຄັນໃນການຖອດຖອນບົດຮຽນກັບທະຫານຣັດເຊຍ ເພື່ອນຳໄປປັບປຸງໃຫ້ເໝາະສົມກັບລັກ ສະນະຈຸດພິເສດຂອງກອງທັບ ຢູ່ພື້ນທີ່ພູມີປະເທດຕົວຈິງ ແລະ ນຳໃຊ້ເຂົ້າໃນການອົບຮົມຫັດແອບຂອງກອງທັບປະຊາຊົນ.
ໂດຍ: ອາຫວຸ້ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ