ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ປິດ​ອົບຮົມການ​ນຳ​ໃຊ້​ເຄື່ອງ​ວິທະຍຸ​ສື່ສານ
ເວລາອອກຂ່າວ: 2022-12-05 08:37:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239841509 | ຄວາມນິຍົມ:



ວັນ​ທີ 29 ພະຈິກ 2022 ນີ້, ກອງ​ບັນຊາ​ການ​ທະຫານແຂວງ​ໄຊ​ຍະ​ບູ​ລີ ໄດ້​ປິດ​ອົບຮົມ​ການ​ນຳ​ໃຊ້​ເຄື່ອງ​ວິທະຍຸ​ສື່ສານ​ຊະນິດ​ໃໝ່​ໄລຍະ​ສັ້ນ, ຢູ່​ທີ່​ສະໂມສອນກອງ​ບັນຊາ​ການ​ທະຫານ​ແຂວງ, ໂດຍ​ການ​​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ດາວ​ນ້ອຍ ບຸດ​ບົວທອງ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ຫ້ອງ ການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ, ຫົວໜ້າ​ ພະແນກການ, ຄູ-ອາຈານ​ຕະ ຫຼອດ​ຮອດ​ນັກ​ເຝິກອົບຮົມ​ຈາກ​ບັນດາ​ກົມ​ກອງ​ທົ່ວ​ທະຫານ​ແຂວງໄຊ​ຍະ​ບູ​ລີ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ທອງ​ດາ ພູ​ມະນີ ຫົວໜ້າ​ພະ​ແນກ​ສື່ສານ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ສະຫຼຸບ​ຄືນ​ບັ້ນ​ເຝິກອົບຮົມ​ການ​ນຳ​ໃຊ້​ເຄື່ອງ​ວິທະຍຸ​ສື່ສານ​ຊະນິດ​ໃໝ່, ໃນ​ໄລຍະ​ເວລາ​ການ​ເຝິກອົບຮົມ 9 ວັນ ມີ​ຈຳນວນ​ພົນ​ ເຂົ້າ​ຮ່ວມ 32 ສະຫາຍ, ຜ່ານ​ການ​ເຝິກອົບຮົມ​ສາມາດ​ຕີ​ລາຄາ​ຜົນ​ຮັບ​ຮູ້​ຂອງ​ນັກຮຽນ​ໄດ້​ດັ່ງນີ້: ຂັ້ນ​ເກັ່ງ 15 ສະຫາຍ ເທົ່າ​ກັບ 46,87%, ຂັ້ນ​ກາງ 14 ສະຫາຍ ເທົ່າ​ກັບ 43,75%, ຄາດໝາຍ 3 ສະຫາຍ. ສະຫາຍ ພັນ​ເອກ ດາວ​ນ້ອຍ ບຸດ​ບົວທອງ ກໍ​ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ ສະແດງ​ຄວາມຍ້ອງຍໍ​ຊົມເຊີຍ​ຕໍ່​ ຜົນສຳເລັດ​ການເຝິກອົບຮົມ​ຄັ້ງ ​ນີ້ ແລະ ຮຽກຮ້ອງ​ມາ​ຍັງ​ນັກ​ເຝິກ ອົບຮົມ​ເມື່ອ​ກັບ​ຄືນ​ກົມ​ກອງ​ແລ້ວ​ ຈົ່ງ​ນຳ​ເອົາ​ຄວາມ​ຮູ້ ຄວາມ​ສາ ມາດທີ່​ໄດ້​ຮຽນ​ມາ​ທາງ​ດ້ານ​ວິ ຊາ​ສະເພາະ ເຫຼົ່າ​ຮົບ​ສື່ສານ​ໄປ​ ໝູນ​ໃຊ້​ເຂົ້າ​ໃນ​ໜ້າທີ່​ວຽກ​ງານ​ ຂອງ​ຕົນ, ກຳ​ແໜ້ນ​ຫຼັກການ​ສີ​ລະ ປະຍຸດ-ຍຸດ​ທະວິທີ​ໃນ​ການ​ສື່ ສານ, ມີ​ຄວາມ​ຊຳນິ​ຊຳນານ​ໃນ​ ການ​ນຳ​ໃຊ້​ພາຫະນະ​ເຕັກນິກ ແລະ​ ຮູ້​ວິທີ​ບຳລຸງ ປົກ​ປັກ​ຮັກສາ​ ບົວລະບັດ​ຜັດ​ເຊັດ​ເຄື່ອງ​ຈັກ​ແຕ່​ ລະ​ຊະນິດ​ທີ່​ຂັ້ນ​ເທິງ​ປະກອບ​ໃຫ້, ບໍ່​ໃຫ້​ຕົກເຮ່ຍ​ເສຍ​ຫາຍ ແລະ ສາ ມາດ​ນຳ​ໃຊ້​ໄດ້​ຕາມ​ຄວາມ​ຮຽກ ຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ການ ເມືອງ​ໃນ​ສະເພາະ​ໜ້າ ແລະ​ຍາວ​ນານ. ໂດຍ: ສົມ​ຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ