ທະຫານແຂວງໄຊຍະບູລີ ປິດອົບຮົມການນຳໃຊ້ເຄື່ອງວິທະຍຸສື່ສານ
ເວລາອອກຂ່າວ: 2022-12-05 08:37:59 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239841506 | ຄວາມນິຍົມ:
ວັນທີ 29 ພະຈິກ 2022 ນີ້, ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ປິດອົບຮົມການນຳໃຊ້ເຄື່ອງວິທະຍຸສື່ສານຊະນິດໃໝ່ໄລຍະສັ້ນ, ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ດາວນ້ອຍ ບຸດບົວທອງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ,
ມີຄະນະພັກ-ຄະນະບັນຊາ, ຫ້ອງ
ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ຫົວໜ້າ
ພະແນກການ, ຄູ-ອາຈານຕະ
ຫຼອດຮອດນັກເຝິກອົບຮົມຈາກບັນດາກົມກອງທົ່ວທະຫານແຂວງໄຊຍະບູລີເຂົ້າຮ່ວມ.
ສະຫາຍ ພັນໂທ ທອງດາ ພູມະນີ ຫົວໜ້າພະແນກສື່ສານ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ສະຫຼຸບຄືນບັ້ນເຝິກອົບຮົມການນຳໃຊ້ເຄື່ອງວິທະຍຸສື່ສານຊະນິດໃໝ່, ໃນໄລຍະເວລາການເຝິກອົບຮົມ 9 ວັນ ມີຈຳນວນພົນ
ເຂົ້າຮ່ວມ 32 ສະຫາຍ, ຜ່ານການເຝິກອົບຮົມສາມາດຕີລາຄາຜົນຮັບຮູ້ຂອງນັກຮຽນໄດ້ດັ່ງນີ້: ຂັ້ນເກັ່ງ 15 ສະຫາຍ ເທົ່າກັບ 46,87%, ຂັ້ນກາງ 14 ສະຫາຍ ເທົ່າກັບ 43,75%, ຄາດໝາຍ 3 ສະຫາຍ.
ສະຫາຍ ພັນເອກ ດາວນ້ອຍ
ບຸດບົວທອງ ກໍໄດ້ມີຄຳເຫັນໂອ້ລົມ
ສະແດງຄວາມຍ້ອງຍໍຊົມເຊີຍຕໍ່
ຜົນສຳເລັດການເຝິກອົບຮົມຄັ້ງ
ນີ້ ແລະ ຮຽກຮ້ອງມາຍັງນັກເຝິກ
ອົບຮົມເມື່ອກັບຄືນກົມກອງແລ້ວ
ຈົ່ງນຳເອົາຄວາມຮູ້ ຄວາມສາ
ມາດທີ່ໄດ້ຮຽນມາທາງດ້ານວິ
ຊາສະເພາະ ເຫຼົ່າຮົບສື່ສານໄປ
ໝູນໃຊ້ເຂົ້າໃນໜ້າທີ່ວຽກງານ
ຂອງຕົນ, ກຳແໜ້ນຫຼັກການສີລະ
ປະຍຸດ-ຍຸດທະວິທີໃນການສື່
ສານ, ມີຄວາມຊຳນິຊຳນານໃນ
ການນຳໃຊ້ພາຫະນະເຕັກນິກ
ແລະ ຮູ້ວິທີບຳລຸງ ປົກປັກຮັກສາ
ບົວລະບັດຜັດເຊັດເຄື່ອງຈັກແຕ່
ລະຊະນິດທີ່ຂັ້ນເທິງປະກອບໃຫ້,
ບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະ ສາ
ມາດນຳໃຊ້ໄດ້ຕາມຄວາມຮຽກ
ຮ້ອງຕ້ອງການຂອງໜ້າທີ່ການ
ເມືອງໃນສະເພາະໜ້າ ແລະຍາວນານ.
ໂດຍ: ສົມຈີນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ