ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະມາຄົມທູດທີ່ປືກສາຝ່າຍປ້ອງກັນຊາດ​ ເຂົ້າອວຍພອນ ການນໍາກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2022-12-05 08:37:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 178 | ຄວາມນິຍົມ:



ໃນ​ວັນ​ທີ 1 ທັນວາ 2022, ຢູ່ທີ່​ຫ້ອງຮັບແຂກຫ້ອງວ່າການກະຊວງປ້ອງກັນປະເທດ ທ່ານ ​ພົນຕີ ​ປະສິດ ​ທ່ຽງທຳ​ ຫົວໜ້າກົມໃຫຍ່ເຕັກນິກການທະຫານ ກອງທັບ ພ້ອມດ້ວຍຄະນະ ຕາງໜ້າໃຫ້ຄະນະນໍາກະຊວງປ້ອງ ກັນປະເທດ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອວຍພອນຂອງ ບັນດາທູດທີ່ປືກສາຝ່າຍປ້ອງກັນຊາດ ປະຈໍາ ລາວ ເຊິ່ງນຳໂດຍ ທ່ານ ​ພັນເອກ​ ອິນໂດ ເອັດເວີດ​ ຕຣານາ ແຣມເບ ທູດທີ່ປຶກສາຝ່າຍປ້ອງກັນຊາດອິນໂດເນເຊຍ,​ ຫົວໜ້າສະມາຄົມທູດທີ່ປຶກສາຝ່າຍປ້ອງກັນຊາດ ປະຈຳ ສປປ ລາວ, ​ມີທູດຫວຽດນາມ, ​ຣັດເຊຍ, ມາເລເຊຍ,​ ມຽນມາ, ​ໄທ,​ ຟີລິບ​ປິນ​, ອົດສະຕຣາລີ, ​ສ​ ເກົາຫຼີ, ແລະ​ ອາເມຣິກາ.​ ເນື່ອງໃນໂອ ກາດວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ (2 ທັນວາ 1975-2 ທັນວາ 2022) ແລະ ປີໃໝ່ສາກົນ ປີ 2023 ທີ່ໃກ້ຈະມາເຖິງນີ້. ໃນໂອກາດດັ່ງກ່າວ, ທ່ານ ຫົວໜ້າສະມາຄົມທູດທີ່ປືກສາຝ່າຍປ້ອງກັນຊາດປະຈຳ ສປປ ​ລາວ ໄດ້ຕາງໜ້າຄະນະກ່າວສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ​ອັນໃຫຍ່ຫຼວງຂອງພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າເວົ້າລວມ, ເວົ້າສະເພາະກໍຄືກອງທັບປະຊາຊົນລາວ ທີ່ສາມາດຍາດໄດ້ເອກະລາດ ແລະ ຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວທັງຊາດ, ຕະຫຼອດ​ໄລຍະ 47 ປີຜ່ານມາ​, ໃນ​ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂໍສະແດງຄວາມຊົມເຊີຍຕໍ່ ພັກ-ລັດຖະບານລາວ ທີ່ມີຜົນສຳເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ, ເຊິ່ງໄດ້ຊີ້ໃຫ້ເຫັນວ່າ ສປປ ລາວ ສາມາດ​ບັນລຸຜົນສຳ​ເລັດອັນໂດດ​ເດັ່ນໃນ​ຫຼາຍ​ດ້ານ ເປັນຕົ້ນການ​ຮັກສາ​ຈັງຫວະ​ການຂະຫຍາຍຕົວທາງດ້ານ​ເສດຖະກິດ​ຢ່າງ​ຕໍ່​ເນື່ອງ, ມີສະຖຽນລະພາບທາງການເມືອງທ່ີໜັ້ນຄົງ, ສັງຄົມມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ອັນໄດ້​ຮັບປະກັນ​ໃຫ້​ປະຊາຊົນ​ລາວ ​ທຸກຊົນ​ເຜົ່າ​ສາມາດມີ​ສິດ​ອັນ​ຊອບ​ທຳ ​ແລະ ​ເສລີພາບ ​ໃນ​ການ​ເຂົ້າ​ຮ່ວມພັດທະນາ​ປະ​ເທດ​ຊາດ ​ພັດທະນາ ກອງທັບໄດ້​ຢ່າງ​ຫ້າວຫັນ​ແລະ​ ເຂັ້ມແຂງ. ໂອກາດດັ່ງກ່າວ, ທ່ານ ພົນຕີ ​ປະສິດ​ ທ່ຽງທໍາ ກໍໄດ້ກ່າວ ສະແດງຄວາມຂອບໃຈຕໍ່ບັນດາທ່ານທູດທີ່ປຶກສາຝ່າຍປ້ອງກັນຊາດ ປະຈຳ ສປປ ລາວ ທີ່ໄດ້ນໍາເອົາ ຂອງຂວັນ ແລະ ຄຳອວຍພອນອັນປະເສີດເຂົ້າມາອວຍພອນໃນຄັ້ງນີ້. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນຄໍາເວົ້າຂອງທ່ານປະທານປະເທດໄດ້ກ່າວໄວ້ວ່າ: ຕະຫຼອດໄລຍະ 47 ປີ ແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສປປ ລາວ ໄດ້ຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກນາໆປະການຈຶ່ງສາມາດຍາດໄດ້ຜົນສໍາເລັດເປັນກ້າວໆມາໃນຫຼາຍດ້ານ, ປະເທດຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍ, ເສດຖະກິດໄດ້ຮັບການຂະຫຍາຍຕົວເປັນກ້າວໆ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງນັບມື້ດີຂຶ້ນ, ເຊິ່ງທັງໝົດນີ້ເປັນການສ້າງເງື່ອນໄຂທີ່ດີຫຼາຍດ້ານທີ່ຈະເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ນີ້. ໝາກຜົນທັງໝົດນັ້ນຈະບໍ່ສາມາດເກີດຂຶ້ນໄດ້ ຖ້າຫາກປາສະຈາກການສະໜັບສະໜູນຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດຂອງ ສປປ ລາວ ກໍຄືວົງຄະນາຍາດສາກົນ. ພັກ-ລັດຖະບານ ແລະ ປະຊາຊົນລາວ ເວົ້າລວມ, ເວົ້າສະເພາະກະຊວງປ້ອງກັນປະເທດ ແມ່ນຕີລາຄາສູງຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອຂອງບັນດາປະເທດເພື່ອນມິດ ກໍຄືກະຊວງປ້ອງກັນປະເທດເພື່ອນມິດຕະຫຼອດໄລຍະທີ່ຜ່ານມາ, ບົນພື້ນຖານຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ກໍຄືຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມ ກັນ. ໂດຍ: ຈິດ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ