ໂຮງຮຽນທະຫານຊາຍແດນ 712 ເປີດຂະບວນການແຂ່ງຂັນກິລາ ປະຈຳປີ 2022
ເວລາອອກຂ່າວ: 2022-12-05 08:37:19 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239841489 | ຄວາມນິຍົມ:
ວັນທີ 24 ພະຈິກ 2022
ນີ້, ໂຮງຮຽນທະຫານຊາຍແດນ 712 ໄດ້ເປີດຂະບວນການແຂ່ງ
ຂັນກິລາ ປະຈຳປີ 2022 ໂດຍການ
ເປັນປະທານຂອງ ສະຫາຍ ພັນ
ເອກ ຄຳພັນ ເຊໃຫຍ່ທຸມມະແສງ
ຫົວໜ້າການເມືອງ ໂຮງຮຽນ
ທະຫານຊາຍແດນ ມີຄະນະພັກ-ຄະນະອຳນວຍການ, ຫົວໜ້າພະ
ແນກການ, ກອງພັນນັກຮຽນ ພະ
ນັກ-ງານນັກຮົບ ແລະ ນັກກິລາ
ແຕ່ລະພາກເຂົ້າຮ່ວມ.
ສະຫາຍ ພັນໂທ ຈ່ອຍ ແກ້ວໂພນທອງ ຫົວໜ້າຂະແໜງຊາວໜຸ່ມໂຮງຮຽນໄດ້ຜ່ານແຜນການ ວ່າດ້ວຍການສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດທີ 2 ທັນ
ວາ ຄົບຮອບ 47 ປີ ແລະ ວັນສ້າງ
ຕັ້ງກອງທັບປະຊາຊົນລາວ ຄົບ
ຮອບ 74 ປີ, ການແຂ່ງຂັນໃນຄັ້ງນີ້ ເພື່ອເປັນການຮັດແໜ້ນຄວາມສາມັກຄີພາຍໃນໃຫ້ມີຄວາມແໜ້ນແຟ້ນ, ມີຂະບວນການພົດ
ຟື້ນເບີກບານມ່ວນຊື່ນ ລະຫວ່າງ
ພະແນກ, ກົມກອງທົ່ວໂຮງຮຽນ
ທະຫານຊາຍແດນ712 ແລະ
ເພື່ອເປັນການຄົ້ນຄວ້າຄັດເລືອກ
ເອົານັກກິລາຜູ້ທີ່ມີພອນສະຫວັນ ມັກຮັກດ້ານກິລາເປັນນັກກິລາ
ຂອງໂຮງຮຽນ ເພື່ອກະກຽມເຂົ້າ
ຮ່ວມການແຂ່ງຂັນຕ່າງໆທີ່ຂັ້ນເທິງຈັດຂຶ້ນ ພ້ອມທັງເຮັດໃຫ້ພະ
ນັກງານ-ນັກຮົບ ພາຍໃນກົມກອງ
ມີສຸຂະພາບແຂງແຮງ ເພື່ອປະຕິ
ບັດຕາມໜ້າທີ່ວຽກງານທີ່ຂັ້ນ
ເທິງມອບໝາຍໃຫ້ສຳເລັດຕາມ
ຄາຍໝາຍ ກິລາທີ່ນຳມາແຂ່ງໃນຄັ້ງນີ້ ມີ 4 ປະເພດ ຄື: ເຕາະ
ບານ, ກະຕໍ້, ບານສົ່ງຍິງ-ຊາຍ ແລະ ເປຕັງຍິງ-ຊາຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ