ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນ​ທະຫານ​ຊາຍ​ແດນ 712 ເປີດ​ຂະ​ບວນ​ການ​ແຂ່ງຂັນ​ກິລາ ປະຈຳ​ປີ 2022
ເວລາອອກຂ່າວ: 2022-12-05 08:37:19 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239841487 | ຄວາມນິຍົມ:



ວັນ​ທີ 24 ພະຈິກ 2022 ​ນີ້, ໂຮງຮຽນ​ທະຫານ​ຊາຍ​ແດນ 712 ໄດ້​ເປີດ​ຂະ​ບວນ​ການ​ແຂ່ງ ຂັນ​ກິລາ ປະຈຳ​ປີ 2022 ໂດຍການ ເປັນ​ປະທານ​ຂອງ​ ສະຫາຍ ​ພັນ ເອກ ຄຳ​ພັນ ເຊ​ໃຫຍ່​ທຸມມະ​ແສງ ຫົວໜ້າ​ການເມືອງ ​ໂຮງຮຽນ ​ທະຫານ​ຊາຍ​ແດນ ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ, ຫົວໜ້າ​ພະ ແນກການ, ກອງພັນ​ນັກຮຽນ ພະ ນັກ-ງານ​ນັກຮົບ ແລະ ນັກ​ກິລາ​ ແຕ່​ລະ​ພາກ​ເຂົ້າ​ຮ່ວມ. ສະຫາຍ ​ພັນ​ໂທ ຈ່ອຍ ແກ້ວ​ໂພນ​ທອງ ຫົວໜ້າ​ຂະແໜງ​ຊາວ​ໜຸ່ມ​ໂຮງຮຽນ​ໄດ້​ຜ່ານ​ແຜນການ ວ່າ​ດ້ວຍ​ການ​ສ້າງ​ຂະ​ບວນ​ການ​ຂໍ່ານັບ​ຮັບ​ຕ້ອນ​ວັນຊາດ​ທີ 2 ທັນ ວາ ຄົບຮອບ 47 ປີ ແລະ ວັນ​ສ້າງ ຕັ້ງ​ກອງທັບ​ປະຊາຊົນ​ລາວ ​ຄົບ ຮອບ 74 ປີ, ການ​ແຂ່ງຂັນ​ໃນ​ຄັ້ງ​ນີ້ ເພື່ອ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ພາຍ​ໃນ​ໃຫ້​ມີ​ຄວາມ​ແໜ້ນ​ແຟ້ນ, ມີ​ຂະ​ບວນ​ການ​ພົດ​ ຟື້ນ​ເບີກບານ​ມ່ວນຊື່ນ ລະຫວ່າງ ​ພະ​ແນກ, ກົມ​ກອງ​ທົ່ວ​ໂຮງຮຽນ​ ທະຫານ​ຊາຍ​ແດນ​712​ ແລະ ເພື່ອ​ເປັນ​ການ​ຄົ້ນ​ຄວ້​​າຄັດ​ເລືອກ ​ເອົາ​ນັກ​ກິລາ​ຜູ້​ທີ່​ມີ​ພອນ​ສະຫວັນ​ ມັກ​ຮັກ​ດ້ານ​ກິລາ​ເປັນ​ນັກ​ກິລາ​ ຂອງ​ໂຮງຮຽນ ເພື່ອ​ກະກຽມ​ເຂົ້າ​ ຮ່ວມ​ການ​ແຂ່ງຂັນ​ຕ່າງໆ​ທີ່​ຂັ້ນ​ເທິງ​ຈັດ​ຂຶ້ນ ພ້ອມ​ທັງ​ເຮັດ​ໃຫ້​ພະ ນັກງານ-ນັກຮົບ ພາຍ​ໃນ​ກົມ​ກອງ ມີ​ສຸຂະພາບ​ແຂງແຮງ ເພື່ອ​ປະຕິ ບັດ​ຕາມ​ໜ້າທີ່​ວຽກ​ງານ​ທີ່​ຂັ້ນ ​ເທິງ​ມອບ​ໝາຍ​ໃຫ້​ສຳເລັດ​ຕາມ​ ຄາຍ​ໝາຍ ກິລາ​ທີ່​ນຳ​ມາ​ແຂ່ງ​ໃນ​ຄັ້ງ​ນີ້ ມີ 4 ປະເພດ ຄື: ເຕາະ ​ບານ, ກະຕໍ້​, ບານສົ່ງ​ຍິງ-ຊາຍ ແລະ ເປ​ຕັງ​ຍິງ-ຊາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ