ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຊາວ​ໜຸ່ມ​ກອງ​ສິລະ​ປະກອນ​ກອງທັບ ທັດສະນະ ສຶກ​ສາ​ຢູ່​ຫໍ​ພິ​​ິ​ພິທະ​ພັນ ປະທານ ໄກສອນ ພົມວິຫານ
ເວລາອອກຂ່າວ: 2022-12-05 08:36:07 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ວັນ​ທີ 30 ພະຈິກ 2022 ນີ້, ຊາວ​ໜຸ່ມ-ແມ່ຍິງ ກອງ​ສິລະ​ປະ ກອນ​ກອງທັບ ໄດ້​ເດີນທາງ​ໄປ​ ທັດສະນະ​ສຶກ​ສາ​ຢູ່​ຫໍ​ພິ​ພິ​ທະ​ພັນ ປະທານ ໄກສອນ ພົມວິຫານ ເນື່ອງ​ໃນ​ໂອກາດ​ວັນ​ສຳຄັນ​ຂອງ​ພັກ-ຂອງ​ຊາດ ໂດຍ​ສະເພາະ​ແມ່ນ​ ວັນຊາດ​ທີ 2 ທັນວາ ຄົບຮອບ​ຄົບຮອບ 47 ປີ, ເຊິ່ງ​ນຳ​ໂດຍ ສະ ຫາຍ ພັນ​ຕີ ແສງ​ແກ້ວ ຈັນທະ​ວົງ ເລຂາ​ຊາວ​ໜຸ່ມ ກອງ​ສິລະ​ປະກອນ ​ກອງທັບ ພ້ອມ​​ດ້ວຍ​ພະນັກງານ​ສອງ​ອົງ​ການຈັດຕັ້ງ​ມະຫາຊົນ ຊາວ​ໜຸ່ມ-ແມ່ຍິງ. ຈຸດປະສົງ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ແນ ໃສ່​ເຮັດ​ໃຫ້​ສະມາຊິກ​ຊາວ​ໜຸ່ມ-ແມ່ຍິງ ເຊື່ອມ​ຊຶມ​ກຳ​ແໜ້ນ​ມູນເຊື້ອ​ອັນ​ດີງາມ​ຂອງ​ບັນດາ​ຜູ້ນຳ​ແນວ​ລາວ​ຮັກ​ຊາດ​ໃນ​ການ​ຕໍ່ສູ້​ແຕ່​ລະ​ໄລຍະ ແລະ ຮູ້​ບຸນຄຸນ​ຕໍ່​ຜູ້ນຳ​ທີ່​ດີ ເດັ່ນ ບົດຮຽນ​ອັນ​ລ້ຳ​ຄ່າ​ຂອງ​ຜູ້ ນຳ​ຮຸ່ນ​ກ່ອນ ກໍ​ຄື​ພະນັກງານ​ປະຕິ ວັດ​ທີ່​ໄດ້​ເສຍສະຫຼະ​ເລືອດ​ເນື້ອ, ແຮງ​ກາຍ, ສະຕິ​ປັນຍາ​ຂອງ​ຕົນ ເພື່ອ​ພາລະກິດ​ຕໍ່ສູ້​ກູ້​ຊາດ​ຍາດ​ເອົາ​ ເອກະລາດ​ມາ​ໃຫ້​ປະຊາຊົນ​ລາວ, ພ້ອມ​ກັນ​ຮ່ຳຮຽນ​ເອົາ​ແບບຢ່າງ​ ການ​ດຳລົງ​ຊີວິດ, ການເຄື່ອນ ໄຫວປະຕິວັດ, ຄຸນສົມບັດ​ສິນ​ທຳ​ປະຕິວັດ​ຂອງ ປະທານ ໄກສອນ ພົມວິຫານ ມາ​ໝູນ​ໃຊ້​ເຂົ້າ​ໃນ​ການ ​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ ໃຫ້​ກາຍ ເປັນ​ພະນັກງານ​ສືບ​ທອດ​ທີ່​ດີ​ຂອງ​ກອງທັບສ້າງ​ປະຖົມ​ປັດໄຈ​ກ້າວ ​ສູ່​ສັງຄົມ​ນິຍົມ​ຢ່າງ​ໜັກ​ແໜ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ