ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໜ່ວຍ​ຊາວ​ໜຸ່ມ​ຫ້ອງການ​ ກອງ​ພົນ​ທີ 3 ເປີດ​ກອງ​ປະຊຸມ ​ຄັ້ງ​ທີ III
ເວລາອອກຂ່າວ: 2022-12-05 08:35:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



ວັນ​ທີ 24 ພະຈິກ 2022 ນີ້, ໜ່ວຍ​ຊາວ​ໜຸ່ມ​ຫ້ອງການ ກອງ​ພົນ​ທີ 3 ໄດ້​ເປີດ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ III, ໂດຍ​ການ​ເປັນ ​ປະທານ​ຂອງ​ ສະຫາຍ ພັນ​ໂທ ວຽງພອນ ພັນທະ​ບູນ ຮອງ​ຫົວ ໜ້າ​ຫ້ອງການ​ ກອງ​ພົນ​ທີ 3, ມີ​ ຄະນະ​ໜ່ວຍ, ພະນັກງານ​ສະມາ ຊິກ​ຊາວ​ໜຸ່ມ​ພາຍ​ໃນ​ໜ່ວຍ​ເຂົ້າ​ຮ່ວມ. ການເຄື່ອນໄຫວ​ຈັດ​ຕັ້ງ​ປະຕິ ບັດ​ໜ້າ​ທີ່ວຽກ​ງານ​ຂອງ​ຊາວ​ໜຸ່ມ​ໂດຍ​ຍົກ​ໃຫ້​ເຫັນ​ດ້ານ​ດີ, ດ້ານ​ອ່ອນ ແລະ ບາງ​ບົດຮຽນ​ທີ່​ຖອດ​ຖອນ​ໄດ້​ຕະຫຼອດ​ໄລຍະ​ຜ່ານ​ມາ​ເປັນຕົ້ນ​ແມ່ນ​ການ​ສຶກ​ສາ​ອົບຮົມ​ການເມືອງ-​ນຳພາ​ແນວ​ຄິດ​ຂອງ​ສະມາຊິກ​ຊາວ​ໜຸ່ມ​ ເປັນຕົ້ນ​ແມ່ນ​ການຈັດຕັ້ງ​ປະຕິບັດ​ຂໍ້​ກຳນົດ​ ກົດ​ລະບຽບ​ຂອງ​ກອງທັບ​ຂອງ​ຊາວ​ໜຸ່ມ, ຕັ້ງໜ້າ​ອອກແຮງ​ປະ ກອບ​ສວນ​ເຂົ້າ​ຮ່ວມ​ທຸກ​ຂະ​ບວນ​ການ​ຂອງ​ກົມ​ກອງ, ເພີ່ມ​ພູນ​ຜະ ລິດ​ພົນ​ປູກຝັງ-ລ້ຽງສັດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ກົມ​ກອງ, ປູກ​ພືດ​ຜັກ​ໄດ້​ຕາມ​ຄາດໝາຍ​ທີ​ວາງ​ໄວ້, ໂດຍ​ປະຕິບັດ​ຕາມ​ທິດ ​ຊີ້​ນຳ​ຂອງ​ຄະນະ​ພັກ-ຄະນະ​ບັນ ຊາ​ຫ້ອງການ​ກໍຄື​ຂອງ​ພະ​ແນກ​ຊາວ​ໜຸ່ມ​ຢ່າງ​ວາງ​ອອກ​ເຂັ້ມ​ງວດ, ມີ​ສະມາຊິກ​ຊາວ​ໜຸ່ມ​ທັງ ​ໝົດ 35 ສະຫາຍ, ຍິງ 21 ສະ ຫາຍ, ມີ​ສະມາຊິກພັກ​ເຂົ້າ​ຮ່ວມ 13 ສະຫາຍ, ສະມາຊິກ​ຊາວ​ໜຸ່ມ​ ໄດ້​ຮັບ​ນາມມະຍົດ 4 ບຸກ​ຈຳນວນ 20 ສະຫາຍ, ໄດ້​ຮັບ​ການ​ຍ້ອງຍໍ​ ຈາກ​ສູນ​ກາງ​ຊາວ​ໜຸ່ມ​ປະຊາ ຊົນ​ປະຕິວັດ​ລາວ​ຈຳນວນ4 ສະ ຫາຍ, ຂະຫຍາຍ​ເຂົ້າ​ພັກ​ໄດ້ 6 ສະຫາຍ, ສ້າງ​ລາຍ​ຮັບ​ໄດ້​ທັງ​ໝົດ 8.799.000ກີບ. ໂດຍ: ທອງ​ເລືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ