ໜ່ວຍຊາວໜຸ່ມຫ້ອງການ ກອງພົນທີ 3 ເປີດກອງປະຊຸມ ຄັ້ງທີ III
ເວລາອອກຂ່າວ: 2022-12-05 08:35:25 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 44 | ຄວາມນິຍົມ:
ວັນທີ 24 ພະຈິກ 2022 ນີ້, ໜ່ວຍຊາວໜຸ່ມຫ້ອງການ ກອງພົນທີ 3 ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ III, ໂດຍການເປັນ
ປະທານຂອງ ສະຫາຍ ພັນໂທ
ວຽງພອນ ພັນທະບູນ ຮອງຫົວ
ໜ້າຫ້ອງການ ກອງພົນທີ 3, ມີ
ຄະນະໜ່ວຍ, ພະນັກງານສະມາ
ຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມ.
ການເຄື່ອນໄຫວຈັດຕັ້ງປະຕິ
ບັດໜ້າທີ່ວຽກງານຂອງຊາວໜຸ່ມໂດຍຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບາງບົດຮຽນທີ່ຖອດຖອນໄດ້ຕະຫຼອດໄລຍະຜ່ານມາເປັນຕົ້ນແມ່ນການສຶກສາອົບຮົມການເມືອງ-ນຳພາແນວຄິດຂອງສະມາຊິກຊາວໜຸ່ມ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດຂໍ້ກຳນົດ ກົດລະບຽບຂອງກອງທັບຂອງຊາວໜຸ່ມ, ຕັ້ງໜ້າອອກແຮງປະ
ກອບສວນເຂົ້າຮ່ວມທຸກຂະບວນການຂອງກົມກອງ, ເພີ່ມພູນຜະ
ລິດພົນປູກຝັງ-ລ້ຽງສັດແກ້ໄຂຊີວິດການເປັນຢູ່ຂອງກົມກອງ, ປູກພືດຜັກໄດ້ຕາມຄາດໝາຍທີວາງໄວ້, ໂດຍປະຕິບັດຕາມທິດ
ຊີ້ນຳຂອງຄະນະພັກ-ຄະນະບັນ
ຊາຫ້ອງການກໍຄືຂອງພະແນກຊາວໜຸ່ມຢ່າງວາງອອກເຂັ້ມງວດ, ມີສະມາຊິກຊາວໜຸ່ມທັງ
ໝົດ 35 ສະຫາຍ, ຍິງ 21 ສະ
ຫາຍ, ມີສະມາຊິກພັກເຂົ້າຮ່ວມ 13 ສະຫາຍ, ສະມາຊິກຊາວໜຸ່ມ
ໄດ້ຮັບນາມມະຍົດ 4 ບຸກຈຳນວນ
20 ສະຫາຍ, ໄດ້ຮັບການຍ້ອງຍໍ
ຈາກສູນກາງຊາວໜຸ່ມປະຊາ
ຊົນປະຕິວັດລາວຈຳນວນ4 ສະ
ຫາຍ, ຂະຫຍາຍເຂົ້າພັກໄດ້ 6 ສະຫາຍ, ສ້າງລາຍຮັບໄດ້ທັງໝົດ 8.799.000ກີບ.
ໂດຍ: ທອງເລືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ