ກອງຮ້ອຍ 202 ທະຫານແຂວງຫຼວງພະບາງ ປິດຊຸດອົບຮົມ-ຫັດແອບປະຈຳປີ 2022
ເວລາອອກຂ່າວ: 2022-12-05 08:34:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 56 | ຄວາມນິຍົມ:
ວັນທີ 22 ພະຈິກ 2022
ນີ້, ກອງຮ້ອຍ 202 ທະຫານແຂວງ
ຫຼວງພະບາງ ໄດ້ຈັດພິທີປິດຊຸດ
ອົບຮົມ-ຫັດແອບ ການທະຫານ,
ການເມືອງ, ພະລາທິການ-ເຕັກ
ນິກ ແລະ ລະບຽບແບບແຜນ ປະ
ຈຳປີ 2022, ໂດຍເປັນປະທານ
ຂອງ ສະຫາຍ ພັນຕີ ສົມນະ
ແສນເຮືອງເຫຼັກ ຮອງເລຂາພັກ
ຫົວໜ້າການທະຫານ ກອງຮ້ອຍ
202, ມີຄະນະພັກ-ຄະນະບັນຊາ
ຕະຫຼອດຮອດນາຍ ແລະ ພົນທະ
ຫານພາຍໃນກົມກອງເຂົ້າຮ່ວມ.
ແຜນການໄດ້ກຳນົດການອົບ
ຮົມທັງໝົດ 160 ຊົ່ວໂມງ, ພາກ
ການເມືອງໄດ້ເຊື່ອມຊຶມປະຊາ
ທິປະໄຕ ແລະ ກົດລະບຽບວິໄນ
ຂອງກອງທັບ, ທາດແທ້ຊົນຊັ້ນ
ກຳມະກອນ ແລະ ມູນເຊື້ອອັນ
ສະຫງ່າງາມຂອງກອງທັບປະ
ຊາຊົນລາວ, ຄຸນສົມບັດສິນທຳ
ປະຕິວັດຂອງ ປະທານ ໄກສອນ ພົມວິຫານ, ເອກະສານ 4 ເນື້ອໃນ 4 ຄາດໝາຍ ແລະ ເອກະສານສຳຄັນອີກຈຳນວນໜຶ່ງ, ພາກການ
ທະຫານອົບຮົມລະບຽບຮູບແຖວ
ຂັ້ນໝູ່, ໝວດ, ກອງຮ້ອຍ, ຫັດກາຍ
ມືເປົ່າ 2 ບົດ, ຫັດກາຍມີປືນ 2 ບົດ,
ຫັດກາຍກິລາການທະຫານນັກ
ຮົບແຂງຂັນ, ແລ່ນມ້າງປະກອບ
ອາວຸດ 400 ແມັດ, ສາມາດສະ
ຫຼຸບສັງລວມພາກການເມືອງ
ເກັ່ງ 65 ສະຫາຍ ກາງ 12 ສະຫາຍ
ຄາດໝາຍ 5 ສະຫາຍ; ພາກສິລະ
ປະຢຸດ-ຍຸດທະວິທີເຫຼົ່າຮົບວິຊາ
ສະເພາະ ເກັ່ງ 49 ສະຫາຍ, ກາງ
17 ສະຫາຍ , ຄາດໝາຍ 11 ສະ
ຫາຍ; ພາກພະລາທິການ ເກັ່ງ 57
ສະຫາຍ, ກາງ 16 ສະຫາຍ, ຄາດ
ໝາຍ 7 ສະຫາຍ; ພາກລະບຽບ
ແລະ ກິລາ ເກັ່ງ 63 ສະຫາຍ, ກາງ
11 ສະຫາຍ ຄາດໝາຍ 8 ສະ
ຫາຍ; ພາກສິລະປະຢຸດ ເກັ່ງ 47 ສະຫາຍ, ກາງ 13 ສະຫາຍ; ພາກ
ຍຸດທະວິທີ ເກັ່ງ 43 ສະຫາຍ,
ກາງ 16 ສະຫາຍ, ຄາດໝາຍ 8
ສະຫາຍ.
ໂດຍ: ແສງທອງ ອຸດົມພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ