ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງຮ້ອຍ 202 ທະຫານ​ແຂວງ​ຫຼວງ​ພະ​ບາງ ປິດ​ຊຸດ​ອົບຮົມ​-ຫັດ​ແອບ​ປະຈຳ​ປີ 2022
ເວລາອອກຂ່າວ: 2022-12-05 08:34:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 40 | ຄວາມນິຍົມ:



ວັນ​ທີ 22 ພະຈິກ 2022 ນີ້, ກອງຮ້ອຍ 202 ທະຫານ​ແຂວງ ຫຼວງ​ພະ​ບາງ ໄດ້​ຈັດ​ພິທີ​ປິດຊຸດ​ ອົບຮົມ-ຫັດ​ແອບ ການ​ທະຫານ, ການເມືອງ, ພະລາທິການ-ເຕັກ ນິກ ແລະ ລະບຽບ​ແບບແຜນ ​ປະ ຈຳ​ປີ 2022, ໂດຍ​ເປັນ​ປະທານ​ ຂອງ ສະຫາຍ ພັນ​ຕີ ສົມ​ນະ ແສນເຮືອງ​ເຫຼັກ ຮອງ​ເລຂາ​ພັກ ຫົວໜ້າ​ການ​ທະຫານ​ ກອງຮ້ອຍ 202, ມີ​ຄະນະ​ພັກ-ຄະນະ​ບັນຊາ ຕະຫຼອດ​ຮອດ​ນາຍ ແລະ ພົນທະ ຫານ​ພາຍ​ໃນ​ກົມ​ກອງ​ເຂົ້າ​ຮ່ວມ. ແຜນການໄດ້​ກຳນົດ​ການ​ອົບ ຮົມ​ທັງ​ໝົດ 160 ຊົ່ວໂມງ, ພາກ ການເມືອງ​ໄດ້​ເຊື່ອມຊຶມ​ປະຊາ ທິປະໄຕ ແລະ ກົດ​ລະບຽບ​ວິໄນ​ ຂອງ​ກອງທັບ, ທາດ​ແທ້​ຊົນ​ຊັ້ນ​ ກຳມະກອນ ແລະ ມູນເຊື້ອ​ອັນ​ ສະຫງ່າ​ງາມ​ຂອງ​ກອງທັບ​ປະ ຊາຊົນ​ລາວ, ຄຸນສົມບັດ​ສິນ​ທຳ​ ປະຕິວັດຂອງ​ ປະທານ ໄກສອນ ພົມວິຫານ, ເອກະສານ 4 ເນື້ອ​ໃນ 4 ຄາດໝາຍ ແລະ ເອກະສານ​ສຳຄັນ​ອີກ​ຈຳນວນ​ໜຶ່ງ, ພາກ​ການ​ ທະຫານ​ອົບຮົມ​ລະບຽບ​ຮູບ​ແຖວ ​ຂັ້ນ​ໝູ່, ໝວດ, ກອງຮ້ອຍ, ຫັດກາຍ ​ມື​ເປົ່າ 2 ບົດ, ຫັດກາຍ​ມີ​ປືນ 2 ບົດ, ຫັດກາຍ​ກິລາ​ການ​ທະຫານ​ນັກ ຮົບ​ແຂງ​ຂັນ, ແລ່ນ​ມ້າງ​ປະກອບ ອາວຸດ 400 ແມັດ, ສາມາດ​ສະ ຫຼຸບ​ສັງລວມ​ພາ​ກການເມືອງ ເກັ່ງ 65 ສະຫາຍ ກາງ 12 ສະຫາຍ ຄາດໝາຍ 5 ສະຫາຍ; ພາກ​ສິລະ ປະ​ຢຸດ-ຍຸດທະວິທີ​ເຫຼົ່າຮົບ​ວິຊາ ສະເພາະ ເກັ່ງ 49 ສະຫາຍ, ກາງ 17 ສະຫາຍ , ຄາດໝາຍ 11 ສະ ຫາຍ; ພາກ​ພະລາທິການ ເກັ່ງ 57 ສະຫາຍ, ກາງ 16 ສະຫາຍ, ຄາດ ໝາຍ 7 ສະຫາຍ; ພາກ​ລະບຽບ​ ແລະ ກິລາ ເກັ່ງ 63 ສະຫາຍ, ກາງ 11 ສະຫາຍ ຄາດໝາຍ 8 ສະ ຫາຍ; ພາກ​ສິລະປະ​ຢຸດ ເກັ່ງ 47 ສະຫາຍ, ກາງ 13 ສະຫາຍ; ພາກ ​ຍຸດທະວິທີ ເກັ່ງ 43 ສະຫາຍ, ກາງ 16 ສະຫາຍ, ຄາດໝາຍ 8 ສະຫາຍ. ໂດຍ: ແສງ​ທອງ ອຸດົມ​ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ