ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງ​ຫົວໜ້າ​ກົງ​ສູນ​ໃຫຍ່ ​ສສ ຫວຽດນາມ ປະຈຳ​ພາກ​ໃຕ້ ຢ້ຽມຢາມ ກອງ​ພົນ​ທີ 5
ເວລາອອກຂ່າວ: 2022-12-05 08:32:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 133 | ຄວາມນິຍົມ:



ວັນ​ທີ 24 ພະຈິກ 2022, ສະຫາຍ ນາງ ຫງວ​​ຽນ ທຶງັອກ​ຮາ ຮອງ​ຫົວໜ້າ​ກົງ​ສູນ​ໃຫຍ່ ​ສສ ຫວຽດນາມ ປະຈຳ​ພາກ​ໃຕ້ ​ສປປ ລາວ ໄດ້​ຢ້ຽມຢາມ ກອງ​ພົນ​ທີ 5, ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ພັນ​ເອກ ສີ​ປະເສີດ ເຜີຍ​ຄຳ​ສິງ ຫົວໜ້າ​ການເມືອງ ກອງ​ພົນ​ທີ 5, ມີຄະນະ​ພັກ-ຄະ​​ນະບັນ​ຊາ ອົງການ 5 ຫ້ອງ ພ້ອມ​ດ້ວຍ ພະນັກງານ​ທີ່​ກ່ຽວຂ້ອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ສີ​ປະເສີດ ເຜີຍ​ຄຳ​ສີງ ໄດ້​ລາຍ​ງານກ່ຽວ​ກັບ​ສະພາບ​ຈຸດ​ພິເສດ, ທີ່​ຕັ້ງ, ພາ ລະ​ບົດບາດຂອງ​ກົມ​ກອງ​ໃນ​ການ ຈັດຕັ້ງ​ປະຕິບັດ​ໜ້າທີ່​ງວຽກ​ງານ​ໄລຍະ​ຜ່ານ​ມາ. ກົມ​ກອງ​ໄດ້​ຈັດ​ ຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະ ຊຸມ​ໃຫຍ່​ ຄັ້ງ​ທີ XI ຂອງ​​ພັກ, ຈັດ​ ຕັ້ງ​ເຊື່ອມ​ຊຶມ​ມະຕິ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ສູນ​ກາງ​ພັກ ຄັ້ງ​ທີ 4 ສະໄໝ​ທີ XI, ປະຕິບັດ​ສອງ​ວາລະ​ແຫ່ງ​ຊາດ ໂດຍ​ປິ່ນ​ອ້ອມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ ເຂົ້າ​ໃນ​ໜ້າທີ່​ວຽກ​ງານ​ຂອງ​ກົມ​ກອງ ​ເຮັດ​ໃຫ້​ກົມ​ກອງ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ. ນອກຈາກ​ນີ້, ຍັງ​ໄດ້​ມີ​ການ​ພົວພັນ​ຮ່ວມ​ມື​ແບບ​ພິເສດ ກັບ ກອງ​ບັນ ຊາ​ການ​ທະຫານ ​ເຂດ 5 ກອງທັບ​ປະຊາຊົນ​ຫວຽດນາມ ແລະ ບໍ ລິສັດ​ມິດຕະພາບ 206 ທີ່​ໄດ້​ມີ​ການ​ຊ່ວຍເຫຼືອເຊິ່ງ​ກັນ ແລະ ກັນ ຕະຫຼອດ​ມາ. ສະຫາຍ ນາງ ຫງວ​​ຽນ ທຶ​ ງັອກ​ຮາ ໄດ້​ກ່າວ​ສະແດງ​ຄວາມ​ ຊົມເຊີຍ​ຕໍ່ຜົນງານ​ການ​ພົວພັນ​ຮ່ວມ​ມື​ແບບ​ພິເສດການ​ຊ່ວຍເຫຼືອ ເຊິ່ງ​ກັນ ແລະ ກັນ, ການ​ພົວພັນ​ຮ່ວມ​ມື ລະຫວ່າງ ກອງ​ພົນ​ທີ 5 ກັບ ກົງ​ສູນ​ໃຫຍ່ ​ສສ ຫວຽດນາມ ປະຈຳ​ພາກ​ໃຕ້ ທີ່​ຈະ​ໄດ້​ສືບຕໍ່ການ​ພົວພັນ​ຮ່ວມ​ມື ແລະ ຂະຫຍາຍຕົວ​ຍິ່ງໆ​ຂຶ້ນ. ໂດຍ: ທອງ​ປານ ສີດາ​ໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ