ຮອງຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ ຢ້ຽມຢາມ ກອງພົນທີ 5
ເວລາອອກຂ່າວ: 2022-12-05 08:32:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 148 | ຄວາມນິຍົມ:
ວັນທີ 24 ພະຈິກ 2022, ສະຫາຍ ນາງ ຫງວຽນ ທຶງັອກຮາ ຮອງຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ ສປປ ລາວ ໄດ້ຢ້ຽມຢາມ ກອງພົນທີ 5, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ສີປະເສີດ ເຜີຍຄຳສິງ ຫົວໜ້າການເມືອງ ກອງພົນທີ 5, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ ພ້ອມດ້ວຍ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ສີປະເສີດ ເຜີຍຄຳສີງ ໄດ້ລາຍງານກ່ຽວກັບສະພາບຈຸດພິເສດ, ທີ່ຕັ້ງ, ພາ
ລະບົດບາດຂອງກົມກອງໃນການ
ຈັດຕັ້ງປະຕິບັດໜ້າທີ່ງວຽກງານໄລຍະຜ່ານມາ. ກົມກອງໄດ້ຈັດ
ຕັ້ງຜັນຂະຫຍາຍມະຕິກອງປະ
ຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຈັດ
ຕັ້ງເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານສູນກາງພັກ ຄັ້ງທີ 4 ສະໄໝທີ XI, ປະຕິບັດສອງວາລະແຫ່ງຊາດ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເຂົ້າໃນໜ້າທີ່ວຽກງານຂອງກົມກອງ ເຮັດໃຫ້ກົມກອງມີຄວາມສະຫງົບໂດຍພື້ນຖານ. ນອກຈາກນີ້, ຍັງໄດ້ມີການພົວພັນຮ່ວມມືແບບພິເສດ ກັບ ກອງບັນ
ຊາການທະຫານ ເຂດ 5 ກອງທັບປະຊາຊົນຫວຽດນາມ ແລະ ບໍ
ລິສັດມິດຕະພາບ 206 ທີ່ໄດ້ມີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະຫຼອດມາ.
ສະຫາຍ ນາງ ຫງວຽນ ທຶ
ງັອກຮາ ໄດ້ກ່າວສະແດງຄວາມ
ຊົມເຊີຍຕໍ່ຜົນງານການພົວພັນຮ່ວມມືແບບພິເສດການຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ການພົວພັນຮ່ວມມື ລະຫວ່າງ ກອງພົນທີ 5 ກັບ ກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ ທີ່ຈະໄດ້ສືບຕໍ່ການພົວພັນຮ່ວມມື ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.
ໂດຍ: ທອງປານ ສີດາໄລ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ