ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງການ ​ປກຊ-​ປກສ ແຂວງ​ຈຳປາ​ສັກ ສຳເລັດ​ການ​ປະ​ເມີນ​ຜົນ ໜ່ວຍ​ພັກ​ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ
ເວລາອອກຂ່າວ: 2022-12-05 08:32:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 19 | ຄວາມນິຍົມ:



ວັນ​ທີ 28 ພະຈິກ 2022, ຫ້ອງການ​ຄະນະ​ກຳມະການ ​ປກຊ-​ປກສ ແຂວງ​ຈຳປາ​ສັກ ໄດ້​ສຳເລັດ​ກອງ​ປະຊຸມ​ການ​ປະ​ເມີນ​ຜົນການ​ກໍ່ສ້າງໜ່ວຍ​ພັກ​ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2022, ໂດຍ​ການ​ເປັນ​ ປະທານ​ຂອງ ສະຫາຍ ພັນ​ໂທ ພູ​ວຽງ ບຸດ​ດາລາ ປະທານ​ກວດ ກາ​ຄະນະ​ພັກ​ຮາກ​ຖານ ຫ້ອງ​ວ່າ ການປົກຄອງ​ແຂວງ ຫົວໜ້າຫ້ອງ ການ​ກໍ່ສ້າງຮາກຖານ​ການເມືອງ ແຂວງ​ຈຳປາ​ສັກ ແລະ ສະຫາຍ ພັນ​ໂທ ບົວ​ໄຂ ພົມ​ພັນ ຄະນະ​ພັກ ຮາກ​ຖານ​ຫ້ອງ​ວ່າການປົກຄອງ ​ແຂວງ ຫົວໜ້າ​ຫ້ອງການ ຄະນະ​ກຳມະການ ​ປກຊ-​ປກສ ແຂວງ​ຈຳປາ​ສັກ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສົມ​ພອນ ສີ​ ກຸມ​ພົນ ຮອງ​ເລຂາ​ໜ່ວຍ​ພັກ ຮອງ ຫົວໜ້າຫ້ອງການ ຄະນະ​ກຳມະ ການ ​ປກຊ-​ປກສ ແຂວງ​ຈຳປາ​ ສັກ ໄດ້​ສະຫຼຸບ​ຕີ​ລາຄາ​ການເຄື່ອນ ໄຫວ​ນຳພາ​ຂອງ​ໜ່ວຍ​ພັກ ປະຈຳ​ປີ 2022, ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ສະພາບ​ໂດຍ​ລວມ, ຈຸດ​ພິເສດ​ຂອບ​ເຂດ​ທີ່​ຕັ້ງ​ຄຸນ​ລັກສະນະ​ຂອງ​ໜ່ວຍ​ພັກ​ທີ່​ມີ​ຄວາມ​ໜັກ​ແໜ້ນ ເຂັ້ມແຂງ​ຮອບດ້ານ ໂດຍ​ໄດ້​ຖື​ເປັນ​ບັນຫາ​ສຳຄັນ​ໃນ​ການ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້ສະມາຊິກ​ພັກ, ພະນັກງານ ແລະ ອົງ​ການຈັດຕັ້ງ​ມະຫາຊົນ​ຢ່າງ​ເປັນ​ປົກກະຕິ, ເຮັດ​ໃຫ້​ສະ ມາຊິກ​ພັກເຊື່ອມ​ຊຶມ​ກຳ​ແໜ້ນ ແນວທາງ, ມະຕິ​, ຄຳ​ສັ່ງ​ຂອງ​ຂັ້ນ​ ເທິງ​ດ້ວຍ​ຫຼາຍ​ຮູບ​ການ ນັບ​ຕັ້ງແຕ່​ ສາຍ​ຕັ້ງ ແລະ ສາຍ​ຂວາງ​ທັງ​ໝົດ​ 16 ຄັ້ງ, ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 73 ເທື່ອ​ຄົນ, ​ສຳເລັດ​ການ​ເປີດ​ກອງ​ປະຊຸມ​ປະ​ເມີນ​ຜົນ ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ, ໜັກແໜ້ນ ປະຈຳ​ປີ 2022. ໂອ ກາດ​ດັ່ງກ່າວ, ກອງ​ປະຊຸມຍັງ​ໄດ້​ພ້ອມ​ກັນ​ປະກອບ​ຄຳ​ຄິດ​ເຫັນ​ໃສ່​ບົດ​ສະຫຼຸບ ແລະ ບົດ​ສຳ​ຫຼວດ​ການ​ນຳພາ​ລວມ​ຂອງ​ໜ່ວຍ​ພັກ ເພື່ອ​ເຮັດ​ໃຫ້​ມີ​ເນື້ອ​ໃນ​ສົມບູນ​ຄົບ​ຖ້ວນ ແລະ ຮັດກຸມ​ຂຶ້ນ​ຕື່ມ. ໂດຍ: ວິໄລ​ພອນ ວົງ​ວິ​ສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ