ຫ້ອງການ ປກຊ-ປກສ ແຂວງຈຳປາສັກ ສຳເລັດການປະເມີນຜົນ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2022-12-05 08:32:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 31 | ຄວາມນິຍົມ:
ວັນທີ 28 ພະຈິກ 2022, ຫ້ອງການຄະນະກຳມະການ ປກຊ-ປກສ ແຂວງຈຳປາສັກ ໄດ້ສຳເລັດກອງປະຊຸມການປະເມີນຜົນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022, ໂດຍການເປັນ
ປະທານຂອງ ສະຫາຍ ພັນໂທ
ພູວຽງ ບຸດດາລາ ປະທານກວດ
ກາຄະນະພັກຮາກຖານ ຫ້ອງວ່າ
ການປົກຄອງແຂວງ ຫົວໜ້າຫ້ອງ
ການກໍ່ສ້າງຮາກຖານການເມືອງ
ແຂວງຈຳປາສັກ ແລະ ສະຫາຍ
ພັນໂທ ບົວໄຂ ພົມພັນ ຄະນະພັກ
ຮາກຖານຫ້ອງວ່າການປົກຄອງ
ແຂວງ ຫົວໜ້າຫ້ອງການ ຄະນະກຳມະການ ປກຊ-ປກສ ແຂວງຈຳປາສັກ ເຂົ້າຮ່ວມ.
ສະຫາຍ ພັນໂທ ສົມພອນ ສີ
ກຸມພົນ ຮອງເລຂາໜ່ວຍພັກ ຮອງ
ຫົວໜ້າຫ້ອງການ ຄະນະກຳມະ
ການ ປກຊ-ປກສ ແຂວງຈຳປາ
ສັກ ໄດ້ສະຫຼຸບຕີລາຄາການເຄື່ອນ
ໄຫວນຳພາຂອງໜ່ວຍພັກ ປະຈຳປີ 2022, ເຊິ່ງໄດ້ຍົກໃຫ້ເຫັນສະພາບໂດຍລວມ, ຈຸດພິເສດຂອບເຂດທີ່ຕັ້ງຄຸນລັກສະນະຂອງໜ່ວຍພັກທີ່ມີຄວາມໜັກແໜ້ນ ເຂັ້ມແຂງຮອບດ້ານ ໂດຍໄດ້ຖືເປັນບັນຫາສຳຄັນໃນການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ສະມາຊິກພັກ, ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຢ່າງເປັນປົກກະຕິ, ເຮັດໃຫ້ສະ ມາຊິກພັກເຊື່ອມຊຶມກຳແໜ້ນ ແນວທາງ, ມະຕິ, ຄຳສັ່ງຂອງຂັ້ນ
ເທິງດ້ວຍຫຼາຍຮູບການ ນັບຕັ້ງແຕ່
ສາຍຕັ້ງ ແລະ ສາຍຂວາງທັງໝົດ 16 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 73 ເທື່ອຄົນ, ສຳເລັດການເປີດກອງປະຊຸມປະເມີນຜົນ ໜ່ວຍພັກ ປອດໃສ ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022. ໂອ
ກາດດັ່ງກ່າວ, ກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະ ບົດສຳຫຼວດການນຳພາລວມຂອງໜ່ວຍພັກ ເພື່ອເຮັດໃຫ້ມີເນື້ອໃນສົມບູນຄົບຖ້ວນ ແລະ ຮັດກຸມຂຶ້ນຕື່ມ.
ໂດຍ: ວິໄລພອນ ວົງວິສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ