ກອງຮ້ອຍ 161 ທະຫານແຂວງຫຼວງພະບາງ ປິດຊຸດອົບຮົມ-ຫັດແອບ
ເວລາອອກຂ່າວ: 2022-12-05 08:31:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 128 | ຄວາມນິຍົມ:
ວັນທີ 23 ພະຈິກ 2022, ກອງຮ້ອຍ 161 ກອງບັນຊາການ
ທະຫານແຂວງຫຼວງພະບາງ ໄດ້
ປິດຊຸດອົບຮົມ-ຫັດແອບການທະ
ຫານ, ການເມືອງ ແລະ ພະລາ ທິການ-ເຕັກນິກ ປະຈຳປີ 2022, ໂດຍການເປັນປະທານຂອງ ສະ
ຫາຍ ຮ້ອຍໂທ ອ່ອນສີ ເນືອງພະຈັນ ຫົວໜ້າການທະຫານ ກອງ
ຮ້ອຍ 161, ມີ ຄະນະພັກ-ຄະນະບັນຊາ, ແຂກທີ່ຖືກເຊີນ, ຄູ-ອາ
ຈານ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ວາທີ ຈັນທະວອນ ທຳມະວົງ ຮັບຜິດຊອບວຽກງານອົບຮົມ ກອງຮ້ອຍ 161 ໄດ້
ຜ່ານບົດສະຫຼຸບການຈັດຕັ້ງເຝິກ ແອບຮໍ່າຮຽນ. ໂດຍໄດ້ຍົກໃຫ້ເຫັນ
ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດ
ຮຽນທີ່ຖອດຖອນໄດ້, ເຊິ່ງພະ ນັກງານ-ນັກຮົບແຕ່ລະສະຫາຍມີແນວຄິດການເມືອງໜັກແໜ້ນ, ມີຄວາມອົດທົນພະຍາຍາມສູງ, ມີຄວາມເຂັ້ມແຂງທາງດ້ານຮ່າງ
ກາຍ ແລະ ຈິດໃຈ, ສຸມໃສ່ໃນການ
ເຝິກແອບຮ່ຳຮຽນ, ຍົກສູງຄວາມຮູ້ ຄວາມສາມາດທາງດ້ານວິຊາສະເພາະ, ເຊິ່ງສາມາດເຮັດໃຫ້ການເຝິກແອບຮ່ຳຮຽນ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພ 100%. ຜ່ານການອົບຮົມ-ຫັດແອບຕົວຈິງສາ ມາດຕີລາຄາຜົນໄດ້ຮັບຂັ້ນເກັ່ງ ກວມເອົາ 95%, ກາງ 85% ແລະ ຄາດໝາຍ 50%.
ໂດຍ: ເກດແກ້ວ ໄຊທະພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ