ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງຮ້ອຍ 161 ທະຫານ​ແຂວງ​ຫຼວງ​ພະ​ບາງ ປິດ​ຊຸດ​ອົບຮົມ-ຫັດ​ແອບ
ເວລາອອກຂ່າວ: 2022-12-05 08:31:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 126 | ຄວາມນິຍົມ:



ວັນ​ທີ 23 ພະຈິກ 2022, ກອງຮ້ອຍ 161 ກອງ​ບັນຊາ​ການ​ ທະຫານ​ແຂວງ​ຫຼວງ​ພະ​ບາງ ໄດ້​ ປິດ​ຊຸດ​ອົບຮົມ-ຫັດ​ແອບການ​ທະ ຫານ, ການເມືອງ ແລະ ພະລາ ທິການ-ເຕັກນິກ ປະຈຳ​ປີ 2022, ໂດຍ​ການ​ເປັນ​ປະທານ​ຂອງ ສະ ຫາຍ ຮ້ອຍ​ໂທ ອ່ອນ​ສີ ເນືອງ​ພະຈັນ ຫົວໜ້າ​ການ​ທະຫານ ​ກອງ ຮ້ອຍ 161, ມີ ຄະນະ​ພັກ-ຄະນະ​ບັນຊາ, ແຂກ​ທີ່​ຖືກ​ເຊີນ, ຄູ-ອາ ຈານ ແລະ ພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ວາທີ ຈັນທະ​ວອນ ທຳ​ມະ​ວົງ ຮັບຜິດຊອບ​ວຽກ​ງານ​ອົບຮົມ​ ກອງຮ້ອຍ 161 ໄດ້​ ຜ່ານ​ບົດ​ສະຫຼຸບ​ການຈັດຕັ້ງ​ເຝິກ ແອບ​ຮໍ່າຮຽນ. ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ ຂໍ້​ສະດວກ, ຂໍ້​ຫຍຸ້ງຍາກ ແລະ ບົດ ຮຽນ​ທີ່​ຖອດ​ຖອນ​ໄດ້, ເຊິ່ງ​ພະ ນັກງານ-ນັກຮົບ​ແຕ່​ລະສະຫາຍ​ມີ​ແນວ​ຄິດ​ການເມືອງ​ໜັກ​ແໜ້ນ, ມີ​ຄວາມ​ອົດທົນ​ພະຍາຍາມ​ສູງ, ມີ​ຄວາມ​ເຂັ້ມແຂງ​ທາງ​ດ້ານ​ຮ່າງ ກາຍ ແລະ ຈິດໃຈ, ສຸມ​ໃສ່​ໃນ​ການ ເຝິກແອບ​ຮ່ຳຮຽນ, ຍົກ​ສູງ​ຄວາມ​ຮູ້ ຄວາມ​ສາມາດທາງ​ດ້ານ​ວິຊາ​ສະເພາະ, ເຊິ່ງ​ສາມາດ​ເຮັດ​ໃຫ້​ການເຝິກແອບ​ຮ່ຳຮຽນ ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ແລະ ມີ​ຄວາມ​ປອດ​ໄພ 100%. ຜ່ານ​ການ​ອົບຮົມ-ຫັດ​ແອບ​ຕົວ​ຈິງສາ ມາດ​ຕີ​ລາຄາ​ຜົນ​ໄດ້​ຮັບ​ຂັ້ນ​ເກັ່ງ ກວມ​ເອົາ 95%, ກາງ 85% ແລະ ຄາດໝາຍ 50%. ໂດຍ: ເກດ​ແກ້ວ ໄຊ​ທະ​ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ