ສູນເຝິກເຫຼົ່າຮົບລົດຕັງ-ຍານເກາະ 620 ຈັດຕັ້ງຍິງເປົ້າໝາຍລູກປືນແທ້
ເວລາອອກຂ່າວ: 2022-12-05 08:30:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 246 | ຄວາມນິຍົມ:
ວັນທີ 25 ພະຈິກ 2022, ສູນເຝິກເຫຼົ່າຮົບລົດຕັງ-ຍານເກາະ 620 ໄດ້ຈັດຕັ້ງຍິງເປົ້າໝາຍດ້ວຍ
ລູກປືນແທ້, ໂດຍການເປັນປະ
ທານຂອງ ສະຫາຍ ພັນໂທ ບຸນຊູ
ວົງຄຳພູ ຫົວໜ້າການທະຫານ ສູນເຝິກເຫຼົ່າຮົບລົດຕັງ-ຍານເກາະ 620, ມີຄະນະພັກ-ຄະນະ
ບັນຊາ ພ້ອມດ້ວຍພະນັກງານ- ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ທອງສະຫວັນ ສົນທະໄຊ ຫົວໜ້າພະແນກອົບຮົມ ສູນເຝິກເຫຼົ່າຮົບລົດຕັງ-ຍານເກາະ 620 ໄດ້ຜ່ານແຜນການອົບຮົມ-ຫັດແອບ ປະຈຳປີ 2022
ເພື່ອປັບປຸງລະບຽບແບບແຜນ ເຝິກຝົນກຳລັງແຮງກາຍ ແລະ
ຍິງລູກປືນຂອງກົມໃຫຍ່ເສນາທິ
ການກອງທັບ ເພື່ອແນໃສ່ຍົກລະ
ດັບຄວາມຮູ້ ຄວາມສາມາດທາງ
ດ້ານສິລະປະຍຸດ-ຍຸດທະວິທີ ເຮັດໃຫ້ນາຍ ແລະ ພົນທະຫານໃນທົ່ວ
ສູນເຝິກເຫຼົ່າຮົບລົດຕັງ-ຍານເກາະ 620 ໃຫ້ມີຄວາມຊຳນິຊຳນານຄ່ອງແຄ້ວ, ທັງເປັນການ
ສະຫຼຸບຕີລາຄາຄືນທາງດ້ານທິດ
ສະດີຫຼັກການ, ການກຳໄດ້ເນື້ອ
ໃນບົດຮຽນໃນການນຳໃຊ້ພາຫະ
ນະອາວຸດ ແລະ ຍຸດໂທປະກອນ
ເພື່ອຮັບປະກັນໃນການນຳໃຊ້ເຂົ້າ
ໃນການກຽມພ້ອມສູ້ຮົບ. ຜ່ານ
ການຈັດຕັ້ງປະຕິບັດການຍິງເປົ້າໝາຍດ້ວຍລູກປືນແທ້ ສາມາດຕີລາຄາປະເພດເກັ່ງບັນລຸໄດ້ 90% ແລະ ກາງ 75%.
ໂດຍ: ອຸໃດ ພານຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ