ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສູນ​ເຝິກ​ເຫຼົ່າ​ຮົບລົດ​ຕັງ-ຍານ​ເກາະ 620 ຈັດ​ຕັ້ງ​ຍິງເປົ້າ​ໝາຍ​ລູກປືນ​ແທ້
ເວລາອອກຂ່າວ: 2022-12-05 08:30:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 235 | ຄວາມນິຍົມ:



ວັນ​ທີ 25 ພະ​ຈິກ 2022, ສູນ​ເຝິກ​ເຫຼົ່າ​ຮົບລົດ​ຕັງ-ຍານ​ເກາະ 620 ໄດ້​ຈັດ​ຕັ້ງ​ຍິງເປົ້າ​ໝາຍ​ດ້ວຍ ​ລູກປືນ​ແທ້, ໂດຍ​ການ​ເປັນ​ປະ ທານ​ຂອງ ສະຫາຍ ພັນ​ໂທ ບຸນ​ຊູ ວົງ​ຄຳ​ພູ ຫົວໜ້າ​ການ​ທະຫານ ສູນ​ເຝິກ​ເຫຼົ່າ​ຮົບ​ລົດ​ຕັງ-ຍານ​ເກາະ 620, ມີຄະນະ​ພັກ-ຄະ​ນະ​​ ບັນຊາ ພ້ອມ​ດ້ວຍພະ​ນັກງ​​ານ- ນັກຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ທອງ​ສະ​ຫວັນ ສົນ​ທະ​ໄຊ ຫົວໜ້າ​ພະ​ແນກ​ອົບຮົມ ສູນ​ເຝິກ​ເຫຼົ່າ​ຮົບລົດ​ຕັງ-ຍານ​ເກາະ 620 ໄດ້​ຜ່ານ​ແຜນການ​ອົບຮົມ-ຫັດ​ແອບ ປະຈຳ​ປີ 2022 ເພື່ອ​ປັບປຸງ​ລະບຽບ​ແບບແຜນ ເຝິກຝົນ​ກຳລັງ​ແຮງ​ກາຍ ແລະ ຍິງ​ລູກປືນຂອງ​ກົມ​ໃຫຍ່​ເສນາ​ທິ​ ການ​ກອງທັບ ເພື່ອແນໃສ່ຍົກ​ລະ ດັບຄວາມຮູ້ ຄວາມ​ສາມາດ​ທາງ ດ້ານສິລະ​ປະຍຸດ-ຍຸດທະວິທີ ເຮັດ​ໃຫ້ນາຍ ແລະ ພົນທະຫານ​ໃນ​ທົ່ວ​ ສູນ​ເຝິກ​ເຫຼົ່າ​ຮົບ​ລົດ​ຕັງ-ຍານ​ເກາະ 620 ໃຫ້​ມີ​ຄວາມ​ຊຳນິ​ຊຳນານ​ຄ່ອງ​ແຄ້ວ, ທັງ​ເປັນ​ການ ​ສະຫຼຸບ​ຕີ​ລາຄາ​ຄືນ​ທາງ​ດ້ານ​ທິດ​ ສະ​ດີຫຼັກການ, ການ​ກຳ​ໄດ້​ເນື້ອ​ ໃນ​ບົດຮຽນ​ໃນ​ການ​ນຳ​ໃຊ້​ພາຫະ ນະອາວຸດ ແລະ ຍຸດ​ໂທ​ປະກອນ ເພື່ອ​ຮັບປະກັນ​ໃນ​ການ​ນຳ​ໃຊ້​ເຂົ້າ​ ໃນ​ການ​ກຽມພ້ອມ​ສູ້​ຮົບ. ຜ່ານ​ ການຈັດຕັ້ງ​ປະຕິບັດ​ການ​ຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້ ສາມາດ​​ຕີ​ລາຄາ​ປະເພດ​ເກັ່ງ​ບັນລຸ​ໄດ້ 90% ແລະ ກາງ 75%. ໂດຍ: ອຸ​ໃດ ພານ​ຄຳ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ