ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານ​ແຂວງ​ສາລະ​ວັນ ກັບ​ ແຂວງ​ກວາງ​ຈິ ເພີ່ມທະວີການຮັດ​ແໜ້ນ​ຄວາມ​ສາມັກຄີ​ແບບ​ພິເສດ​
ເວລາອອກຂ່າວ: 2022-12-05 08:29:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 196 | ຄວາມນິຍົມ:



ທ້າຍເດືອນ ພະຈິກ 2022 ນີ້, ກອງຮ້ອຍ​ທະຫານ​ຊາຍ​ແດນ 511 ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ແຫ່ງ ​ສປປ ລາວ ກັບ ທະຫານ​ຊາຍ​ແດນ ດ່ານ​ສາກົນ​ລາ​ໄລ ​ແລະ​ ທະຫານ​ຊາຍ​ແດນ​ອາ​ວາວ ແຂວງ​ກວາງ​ຈິ ແຫ່ງ ​ສສ ຫວຽດນາມ, ໄດ້​ຈັດພິທີແຮກສ່ຽວຮ່ວມກັນ, ເຊິ່ງຝ່າຍ​ລາວ ນຳ​ໂດຍ ສະຫາຍ ພັນ​ເອກ ສຳລີ ແກ້ວວົງສອງ ຫົວໜ້າການ ​ທະຫານ ກອງ​ບັນຊາການ​ທະຫານ​ແຂວງ​ສາລະວັນ ພ້ອມ​ດ້ວຍ ຄະນະ, ຝ່າຍ​ຫວຽດນາມ​ ນຳ​ໂດຍ ​ສະຫາຍ ​ພັນ​ເອກ ​ດີນ ​ຊວນ​ຮຸງ​ ​ຫົວໜ້າ​ການເມືອງ, ມີ​ຄະນະ​ພັກ​ເມືອງ, ຕາແສງ ແລະ​ ແຂກ​ທີ່​ຖືກ​ເຊີນ​ທັງ​ສອງ​ຝ່າຍ ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ບຸນ​ມາກ ແສນ​ສັກ​ສີດ ຫົວໜ້າ​ການ​ທະຫານ ກອງຮ້ອຍຊາຍແດນ 511 ໄດ້​ຂຶ້ນ​ຜ່ານ​ຂໍ້​ກຳນົດ​ບົດ​ບັນທຶກ​ການ​ຮ່ວມ​ມື​ຊາຍ​ແດນ ລະ​ຫວ່າງ​ ກົມ​ກອງ​ຊາຍ​ແດນ ກົມ​ໃຫຍ່ເສນາ​ທິການ​ກອງທັບ​ປະຊາຊົນ​ລາວ​ ແລະ​ ກອງ​ບັນຊາ​ການທະຫານ​ຊາຍ​ແດນ​ສູງສຸດ. ກະຊວງ​ປອງ​ກັນ​ປະເທດ​ ແຫ່ງ ​ສສ ຫວຽດນາມ ລົງ​ວັນ​ທີ 16 ຕຸລາ 2018 ທີ່ແຂວງເຫງະອານ ສສ​ ຫວຽດ ນາມ ໂດຍ​ປະຕິບັດຕາມ​ບົດ​ບັນທຶກ​ຊ່ວຍ​ຈຳ ແລະ ໄດ້​ຮັບ​ຄວາມເຫັນດີເປັນເອກະ​ພາບຂອງ​ຄະນະ​ພັກ-ຄະນະບັນຊາ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ແລະ ແຂວງ​ກວາງ​ຈິ ກໍ​ຄື 3 ກົມ​ກອງທະຫານຊາຍ​ແດນ. ໃນ​ການ​ກໍ່ສ້າງ​ລະບຽບ​ການ​ແຮກສ່ຽວ ໃນ​ປີ 2022 ເຊິ່ງ​ສອງ​ຝ່າຍສົມທົບກັນກໍ່ສ້າງເສັ້ນ​ຊາຍແດນໃຫ້​ ໝັ້ນຄົງ, ເຂັ້ມແຂງ ແລະ ພັດທະ ນາ ປະກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ສາຍພົວພັນ​ມິດຕະພາບ​ທີ່​ມີ​ມູນເຊື້ອພິລະອາດຫານ, ຄວາມ​ສາມັກຄີ​ແບບພິເສດ, ພ້ອມ​ກັນ​ສຸມ​ໃສ່​ໂຄສະນາ​ເຜີຍແຜ່, ຂົນຂວາຍ​ປະຊາຊົນປະຕິບັດ​ສັນຍາ ​ວ່າ ​ດ້ວຍ​ ລະບຽບການຄຸ້ມ​ຄອງ​ຊາຍ​ແດນ, ການ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ ແລະ ການ​ປະຕິບັດ​ລະບຽບ​ ວິ​ໄນ​ຢ່າງ​ເຂັ້ມ​ງວດ. ກອງ​ປະຊຸມ​ໄດ້ພ້ອມ​ກັນ​ລົງ​ນາມ​ເຊັນ​ບົດ​ບັນ ທຶກ​ຊ່ວຍ​ຈຳ. ໂອກາດ​ດຽວ​ກັນ​ນີ້, ສະຫາຍ ພັນ​ເອກ ສຳລີ ແກ້ວ​ວົງ​ສອງ ກໍ​ໄດ້​ຂຶ້ນ​ມີ​ຄຳ​ເຫັນ​ກຽ່ວ​ກັບ​ຈຸດປະ ສົງ​ຂອງ​ການ​ແຮກສ່ຽວໃນຄັ້ງ​ ນີ້, ເຊິ່ງ​ສະຫາຍ​ຝາກ​ຄວາມຢ້ຽມຢາມ​ຖາມ​ຂ່າວ​ໄປ​ຍັງຄະນະພັກ-ຄະນະ​ບັນຊາ​ກອງບັນຊາການ​ທະຫານ​ຊາຍ​ແດນ​ແຂວງ ກວາງ​ຈິ ຕະຫຼອດ​ຮອດ​ນາຍ ​ແລະ ​ພົນທະຫານ ແລະ ການ​ແຮກສ່ຽວ​ໃນຄັ້ງ​ນີ້​ ກໍ​ເພື່ອ​ແນໃສ່​ການ​ເພີ່ມ​ທະວີຄວາມສາມັກຄີ​ສາຍ​ພົວພັນ​ຮ່ວມ​ມື​ຮອບດ້ານ, ໃນ​ການ​ແລກປ່ຽນຂໍ້ມູນຂ່າວສານ, ໃນ​ການ​ຄຸ້ມຄອງປົກປັກຮັກສາ​ຊາຍ​ແດນ, ຫຼັກ​ໝາຍ​ຊາແດນ, ການ​ປັບປຸງ​ກໍ່ສ້າງ​ກຳລັງ ​ແລະ ບັນຫາ​ອື່ນໆ ໃຫ້ມີຄວາມອຸດົມສົມບູນ ​ແລະ ເຂັ້ມແຂງ. ສະກັດ​ກັ້ນ​ການ​ລ່ວງ​ລະເມີດ​ເຂດ​ແດນ, ການ​ທຳ​ມາ​ ຫາ​ກິນ​ຂອງ​ປະຊາຊົນ 2 ຊາດ, ການ​ຄ້າ​ຂາຍ​ເຄື່ອງ​ປ່າ​ຂອງ​ດົງ, ການ​ລັກລອບ​ຂາຍ​ຢາ​ເສບ​ຕິດ, ການ​ຄ້າຂາຍ​ເຖື່ອນ​ທີ່​ຜິດ​ກົດໝາຍ​ ຕາມ​ບໍລິເວນ​ຊາຍ​ແດນ​ໃຫ້​ຫຼຸດ​ລົງ​ພ້ອມ​ກັນ​ກໍ່ສ້າງ​ຊາຍ​ແດນໃຫ້​ ເປັນ​ຊາຍ​ແດນ​ມິດ​ຕະ​ພາບ, ພ້ອມ​ກັນ​ພັດທະນາ​ໃຫ້​ຈະເລີນ​ຮຸ່ງເຮືອງ​ສີວິໄລ​ຂຶ້ນ​ເປັນ​ກ້າວໆ. ໂດຍ: ພອນ​ມະນີ ລັດສະໝີ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ