ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະແດງສີລະປະ-ວັນນະຄະດີ ສ້າງບັນຍາກາດເບີກບານມ່ວນຊື່ນ ຊົມເຊີຍການຊ້ອມຮົບຮ່ວມລາວ-ຣັດເຊຍ
ເວລາອອກຂ່າວ: 2022-12-01 14:42:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 239 | ຄວາມນິຍົມ:



ໃນລະຫວ່າງວັນທີ 28 ພະຈິກ ຫາ 3 ທັນວາ 2022 ນີ້,ທີ່ໂຮງຮຽນການທະຫານທ້ອງຖິ່ນ ກອງບັນຊາການທະຫານແຂວງຊຽງຂວາງ, ກອງສີລະປະກອນກອງທັບ ແລະ ໜ່ວຍສີລະປະ-ວັນນະຄະດີ ສະໝັກຫຼິ້ນ ຈາກ 5 ຫົວໜ່ວຍກົມກອງຂອງກອງທັບປະຊາຊົນລາວ ໃນນັ້ນ ມີໜ່ວຍສີລະປະ-ວັນນະຄະດີສະໝັກຫຼິ້ນກອງບັນຊາການທະຫານແຂວງຊຽງຂວາງ, ກອງພັນໃຫຍ່ 643, ກອງພັນໃຫຍ່ 661, ກອງພັນໃຫຍ່ 702 ແລະ ໂຮງໝໍບໍລິເວນ 101 ສົມກັບຄະນະ ກອງດຸລິຍາງ ແລະ ນັກສີລະປະກອນຈາກກອງທັບ ສະຫະພັນຣັດເຊຍ ໄດ້ຮ່ວມກັນສະແດງສ້າງບັນຍາກາດເບີກບານມ່ວນຊື່ນ ໃຫ້ແກ່ນາຍ ແລະ ພົນທະຫານກອງທັບ ສອງຊາດ ລາວ-ຣັດເຊຍ ໂອກາດ ດໍາເນີນການຊ້ອມຮົບຮ່ວມລາວ-ຣັດເຊຍ “ລາໂຣດສ໌ 2022”, ເຊິ່ງປະກອບມີ ຂັບລຳທ້ອງຖິ່ນ, ຮ້ອງເພງ, ຟ້ອນ ແລະ ລາຍການສະແດງອື່ນໆ ເຊິ່ງມີຄະນະຮັບຜິດຊອບຊີ້ນຳການຊ້ອມຮົບ, ນາຍ ແລະ ພົນທະຫານກອງທັບປະຊາຊົນລາວ-ຣັດເຊຍ ແລະ ພໍ່ແມ່ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ. ໃນນີ້ແຕ່ລະລາຍຂອງແຕ່ລະກົມກອງທີ່ນຳມາສະແດງໃນແຕ່ລະຄ່ຳຄືນນັ້ນມັນໄດ້ເຫັນເຫັນເຖິງມຸນເຊື້ອຂອງກັນປະຕິວັດ ແລະ ຮິດຄອງປະເພນີອັນດີງານຂອງປະຊາຊົນລາວບັນດາເຜົ່າ, ເປັນຕົ້ນແມ່ນເນື້ອຮ້ອງທຳນອງເພງ, ວາດຟ້ອນ ຕະຫຼອດຮອດຮອຍຍີ້ມຂອງນັກສະແດງນັ້ນໄດ້ເປັນການກະຕຸກຊຸກຍູ້ກຳລັງໃຈໃຫ້ນາຍ ແລະ ພົນທະນຫານຂອງສອງກອງທັບລາວ-ຣັດເຊຍພ້ອມກັນຜ່່ານຜ່າອຸປະສັກຍຸ້ງຍາກໃນການຝຶກແອບຊ້ອມຮົບ ເຮັດໃຫ້ການຊ້ອມຮົບຮ່ວມໃນຄັ້ງນີ້ບັນລຸຜົນສຳເລັດອັນຈົບງາມ. ສ່ວນການສະແດງຂອງກອງດຸລິຍາງ ແລະ ນັກສີລະປະກອນຈາກກອງທັບສະຫະພັນຣັດເຊຍ ກໍ່ໄດ້ມີຫຼາກຫຼາຍລາຍການສະແດງ ສະຫຼັບສັບປ່ຽນໃນແຕ່ລະວັນ ແລະ ແຕ່ລະລາຍການສະແດງ ສ່ອງແສງໃຫ້ເຫັນເຖິງມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຂອງກອງທັບສະຫະພັນຣັດເຊຍ ແລະ ທິວທັດທໍາມະຊາດ ຂອງປະເທດຣັດເຊຍ ອັນອຸດົມສົມບູນ, ສວຍສົດງົດງາມ ແລະ ກວ້າງໃຫຍ່ໄພສານ. ການສະແດງສີລະປະຮ່ວມກັນໃນຄັ້ງນີ້ກໍ່ແມ່ນກິດຈະກໍາໜຶ່ງທີ່ທັງສອງກອງທັບໄດ້ໃຫ້ຄວາມສຳຄັນນຳມາ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ທາງດ້ານສີລະປະ-ວັນນະຄະດີ ແລະ ສ້າງຄວາມເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍໄມຕຣີຈິດມິດຕະພາບດູດດື່ມລະຫວ່າງສອງກອງທັບລາວ-ຣັດເຊຍ ໃຫ້ແໜ້ນແຟ້ນຂື້ນເລື້ອຍໆ. ໂດຍ: ຮອ ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ