ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເລຂາທິການ​ໃຫຍ່ ປະທານ​ປະເທດ ແຫ່ງ ​ສປປ ລາວ ຢ້ຽມຢາມ ສາທາລະນະລັດ ປະຊາຊົນ ຈີນ
ເວລາອອກຂ່າວ: 2022-12-01 09:24:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 875 | ຄວາມນິຍົມ:



ໂດຍ​ຕອບ​ສະໜອງ​ຕາມ​ການ​ເຊື້ອ​ເຊີນ ຂອງ ສະຫາຍ ສີຈິ້ນ​ຜິງ ເລຂາທິການ​ໃຫຍ່, ປະທານ​ປະເທດ ແຫ່ງ ​ສປ ຈີນ, ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່, ປະທານ​ປະເທດ ແຫ່ງ ​ສປປ ລາວ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ພັກ-ລັດຖະບານ​ລາວ ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ລັດ​ຖະ​ກິດ ຢູ່ ​ສປ ຈີນ ແຕ່​ວັນ​ທີ 29 ພະຈິກ ຫາ 1 ທັນວາ 2022. ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ໃນ​ວັນ​ທີ 30 ພະຈິກ 2022 ທີ່ ຫໍ​ສະພາ​ປະຊາຊົນ​ຈີນ, ນະຄອນຫຼວງ​ປັກ​ກິ່ງ ໂດຍ​ມີ​ການ​ນຳ​ຂັ້ນ​ສູງ​ຂອງສອງ​ພັກ, ສອງ​ລັດ ເຂົ້າ​ຮ່ວມ. ພາຍຫຼັງ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ, ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະເທດ ທອງ​ລຸນ ສີ​ສຸ​ລິດ ໄດ້​ພົບ​ປະ​ສອງ​ຝ່າຍ​ຢ່າງ​ເປັນ​ທາງ​ການ​ກັບ ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະເທດ ສີ​ ຈິ້ນ​ຜິງ, ສອງ​ຝ່າຍ​ຕ່າງ​ກໍ​ໄດ້​ແຈ້ງ​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ຜົນສຳເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງພັກ​ປະຊາຊົນ​ປະຕິວັດ​ລາວ ແລະ ​ຜົນສຳເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XX ຂອງ​ພັກ​ກອມ​ມູ​ນິດ​ຈີນ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ປິ​ຕິ​ຊົມຊື່ນ ແລະ ຕີ​ລາຄາ​ສູງ​ຕໍ່​ໝາກຜົນ​ຂອງ​ພາລະກິດ​ກໍ່ສ້າງ​ສັງຄົມ​ນິ ຍົມ​ທີ່​ສອງ​ພັກ, ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ​ ລາວ-ຈີນ ພ້ອມ​ກັນ​ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ. ໂອກາດ​ນີ້, ສະຫາຍ ທອງ​ລຸນ ສີ​ສຸ​ລິດ ໄດ້​ຕາງໜ້າ​ໃຫ້ ສູນ​ກາງ​ພັກ, ລັດຖະບານ ແລະ ປະຊາຊົນ​ລາວ​ບັນດາເຜົ່າ ສະແດງ​ຄວາມ​ຊົມເຊີຍ​ຕໍ່​ຜົນສຳເລັດຂອງກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ XX ຂອງ​ພັກ​ກອມ​ມູ​ນິດ​ຈີນ ເຊິ່ງ​ເປັນ​ເຫດການ​ການເມືອງ​ທີ່​ສຳຄັນໃນ​ປະຫວັດສາດ​ຍຸກໃໝ່​ ຂອງ​ພັກ ແລະ ປະຊາຊົນ​ຈີນ​ອ້າຍ​ນ້ອງ ແລະ ເປັນ​ຂີດ​ໝາຍ​ໃໝ່​ແຫ່ງ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ເອກະ​ພາບ, ຄວາມ​ຕັດສິນ​ໃຈ​ອັນ​ສູງ​ສົ່ງ​ຂອງ​ທົ່ວ​ພັກ ເພື່ອ​ສືບຕໍ່​ແບກ​ຫາບ​ພາລະ​ກຳ​ປະຫວັດສາດ​ໃນ​ການ​ສ້າງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິເສດ​ຂອງ​ຈີນ​ໃນ​ຍຸກ​ສະໄໝ​ໃໝ່ ໃຫ້​ປະກົດ​ຜົນ​ເປັນ​ຈິງ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້, ສະຫາຍ ທອງ​ລຸນ ສີ​ສຸ​ລິດ ຍັງ​ໄດ້​ຊົມເຊີຍ​ຢ່າງ​ຈິງ​ໃຈ​ຕໍ່ ສະຫາຍ ສີ​ ຈິ້ນ​ຜິງ ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳແໜ່ງ ເລຂາທິການ​ໃຫຍ່ ຄະນະ​ກຳມະການ​ສູນ​ກາງ​ພັກ ສະໄໝ​ທີ XX ແລະ ໄດ້​ຕີ​ລາຄາ​ສູງ ຕໍ່​ບົດບາດ​ການ​ນຳພາ​ອັນ​ສະຫຼາດ​ສ່ອງ​ໃສຂອງ​ພັກ​ກອມມູ​ນິດ​ຈີນ ທີ່​ມີສະຫາຍ​ເລຂາທິການ​ໃຫຍ່ ສີ ຈິ້ນ​ຜິງ ເປັນ​ແກນ​ກາງກໍ​ຄືແນວ​ຄິດ ສີ​ ຈິ້ນ​ຜິງ ວ່າ​ດ້ວຍ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິເສດ​ຂອງ​ຈີນ ໃນ​ຍຸກ​ສະໄໝ​ໃໝ່ ແລະ ສະແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການນຳພາ-ຊີ້​ນຳອັນ​ເຂັ້ມແຂງ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ທີ່​ມີ​ສະຫາຍ ​ສີ ຈິ້ນ​ຜິງ ສືບຕໍ່​ເປັນ​ແກນ​ກາງ, ປະຊາຊົນ​ຈີນ​ອ້າຍ​ນ້ອງ​ຈະ​ສາມາດ​ບັນລຸ​ຜົນສຳເລັດ​ຮອບດ້ານ, ໃຫຍ່ຫຼວງ ແລະ ໜັກ​ແໜ້ນ​ໃນ​ການຈັດຕັ້ງ​ຜັນຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີXX ກໍ​ຄືບັນລຸ​ເປົ້າ​ໝາຍ “100 ປີ​ ເຫດການ​ທີ​ສອງ” ໃນ​ການ​ສ້າງ​ປະເທດ​ຈີນ ໃຫ້​ເປັນ​ປະເທດ​ສັງຄົມ​ນິຍົມ​ທີ່​ທັນ​ສະໄໝ​ເຂັ້ມແຂງ, ຈະເລີນ​ຮຸ່ງເຮືອງ, ປະຊາທິປະໄຕ, ສີວິໄລ, ກົມກຽວ​ປອງ​ດອງ ແລະ ສວຍ​ງາມ​ຢ່າງ​ແນ່ນອນ. ສະຫາຍ ທອງ​ລຸນ ສີ​ສຸ​ລິດ ໄດ້​ຢືນຢັນ​ຄືນ​ເຖິງ​ທັດສະນະ​ສະເໝີ​ຕົ້ນ​ສະເໝີ​ປາຍ ໃນ​ການ​ເສີມ​ຂະ ຫຍາຍ​ມິດຕະ​ພາບ​ອັນ​ເປັນ​ມູນເຊື້ອ, ການ​ຮ່ວມ​ມື​ແບບ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ ຕາມ​ທິດ 4 ດີ ແລະ ການ​ສ້າງ​ເປັນ​ຄູ່​ຮ່ວມ​ຊະ​ຕາ​ກຳ ລາວ-ຈີນ ທີ່​ພວມ​ນຳ​ເອົາ​ຜົນ​ປະໂຫຍດ​ຕົວ​ຈິງມາສູ່​ແກ່​ປະຊາຊົນ​ທັງ​ສອງ​ປະເທດ, ທັງ​ໄດ້​ສະແດງ​ຄວາມ​ຂອບໃຈ​ຕໍ່​ຝ່າຍ​ຈີນ ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ຊ່ວຍເຫຼືອ​ອັນ​ໃຫຍ່​ຫຼວງໃຫ້​ແກ່​ພາລະກິດ​ຕໍ່ສູ້​ເພື່ອ​ເອກະລາດ​ແຫ່ງ​ຊາດ​ໃນ​ເມື່ອ​ກ່ອນ ກໍ​ຄືພາລະກິດ​ສ້າງສາ​ພັດທະນາ​ປະເທດ​ຊາດ​ໃນ​ປັດຈຸບັນຂອງ​ປະຊາຊົນ​ລາວ, ລວມ​ທັງ​ການ​ຊ່ວຍ ​ສປປ ລາວ ຮັບ​ມື​ກັບ​ການ​ລະບາດ​ຂອງ ພະຍາດ ​ໂຄ​ວິດ-19 ໃນ​ໄລຍະ 3 ປີຜ່ານມາ. ສະຫາຍ ສີ​ ຈິ້ນ​ຜິງ ໄດ້​ແຈ້ງ​ໃຫ້​ຝ່າຍ​ລາວ​ຊາບ ກ່ຽວ​ກັບ​ບົດຮຽນ​ໃນ​ການ​ກໍ່ສ້າງ​ພັກ, ບົດຮຽນ​ທາງ​ດ້ານ​ທິດ​ສະ​ດີ ແລະ ພຶດຕິ​ກຳ​ຕົວ​ຈິງຂອງ​ພັກ​ກອມ​ມູ​ນິດ​ຈີນໃນ​ການ​ນຳພາ-ຊີ້​ນຳ ລັດຖະບານ ແລະ ປະຊາຊົນ​ຈີນ ໃນ​ພາລະກິດ​ກໍ່ສ້າງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ ເສດ​ຂອງ​ຈີນໃນ​ຍຸກ​ໃໝ່ ແລະ ໄດ້​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ບາງ​ບັນຫາ​ພາກ​ພື້ນ ແລະ ສາກົນ ທີ່​ພົ້ນ​ເດັ່ນ​ຈຳນວນ​ໜຶ່ງ. ພ້ອມ​ນີ້, ສະຫາຍໄດ້​ສະແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ພາຍ​ໃຕ້​ການ​ນຳພາຂອງ ​ພັກ ​ປປ ລາວ ທີ່​ມີສະຫາຍ​ເລຂາທິການ​ໃຫຍ່ ທອງ​ລຸນ ສີ​ສຸ​ລິດ ເປັນ​ຜູ້ນຳ​ໜ້າ, ປະຊາຊົນ​ລາວ​ບັນດາເຜົ່າ ຈະ​ສາມາດ​ບັນລຸ​ໄດ້ ບັນດາ​ເປົ້າ​ໝາຍ​ທີ່​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XI ຂອງ​ພັກ​ປະຊາຊົນ ປະຕິວັດ​ລາວ ໄດ້​ກຳນົດ​ອອກ​ຢ່າງ​ມີ​ໄຊ, ຊຸກຍູ້​ພາລະກິດ​ການ​ສ້າງສາ​ພັດທະນາ​ປະເທດ​ຊາດ​ໃນ​ໄລຍະ​ໃໝ່ຕາມ​ເສັ້ນທາງ​ສັງ ຄົມ​ນິຍົມໃຫ້​ມີ​ບາດກ້າວ​ໃໝ່ ແລະ ຍາດ​ໄດ້​ຜົນສຳເລັດ​ໃໝ່​ທີ່​ໃຫຍ່​ຫຼວງ​ກວ່າ​ເກົ່າ​ຢ່າງ​ບໍ່​ຢຸດ​ຢັ້ງ. ການ​ພົບ​ປະ​ຄັ້ງ​ນີ້, ສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ກັນ​ຕີ​ລາຄາ​ສູງຕໍ່​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນເຊື້ອ, ການ​ຮ່ວມ​ມື​ແບບ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານໝັ້ນ ຄົງ ຍາວ​ນານ ຕາມ​ທິດ 4 ດີ ແລະ ການ​ສ້າງ​ເປັນ ຄູ່​ຮ່ວມ​ຊະ​ຕາ​ກຳ ລາວ-ຈີນ ທີ່​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ຕໍ່​ເນື່ອງ ແລະ ໜັກແໜ້ນ ເຖິງ​ແມ່ນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ລະບາດ​ຂອງ​ພະຍາດໂຄ​ວິດ-19, ແຕ່​ສອງ​ຝ່າຍ​ກໍ​ໄດ້ຮັກສາ​ກົນ​ໄກ​ການ​ພົວພັນ, ປະສານ​ສົມທົບ ແລະ ສະໜັບສະໜູນ​ທາງ​ດ້ານ​ການເມືອງ​ເຊິ່ງ​ກັນ ແລະ ກັນຢ່າງ​ແໜ້ນ​ແຟ້ນ ເຊິ່ງ​ກາຍເປັນ​ທິດ​ນຳໃນ​ການ​ຊຸກຍູ້​ໃຫ້​ຂະແໜງການ​ຕ່າງໆ​ຂອງ​ສອງ​ຝ່າຍມີ​ການ​ຮ່ວມ​ມື​ນຳ​ກັນ​ຢ່າງ​ເປັນ​ປົກກະຕິ, ສືບຕໍ່​ເກີດ​ດອກ​ອອກ​ຜົນ ແລະ ນຳ​ເອົາ​ຜົນ​ປະໂຫຍດ​ຕົວ​ຈິງ​ມາສູ່​ປະຊາຊົນ​ສອງ​ຊາດ ລາວ-ຈີນ. ການ​ນຳ​ສູງ​ສຸດ ສອງ​ພັກ, ສອງ​ລັດ ລາວ-ຈີນ ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ​ໃນ​ການ​ກຳນົດ​ທິດ​ນຳ ພ້ອມ​ກັນ​ລົງ​ເລິກ​ການ​ສ້າງ​ເປັນ​ຄູ່​ຮ່ວມ​ຊະ​ຕາ​ກຳ​ ລາວ-ຈີນ ຕື່ມ​ອີກ​ບາດກ້າວ​ໜຶ່ງ, ສອງ​ຝ່າຍ​ໄດ້​ເນັ້ນ​ໜັກ​ວ່າ: ຈະ​ສືບຕໍ່​ອີງ​ຕາມ​ທິດ​ນຳ “ໝັ້ນຄົງ​ຍາວ​ນານ, ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ, ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ, ຮ່ວມ​ມື​ຮອບດ້ານ” ແລະ ບົນ​ຈິດໃຈ “ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ໝູ່​ເພື່ອນ​ທີ່​ດີ, ສະຫາຍ​ທີ່​ດີ ແລະ ຄູ່​ຮ່ວມ​ມື​ທີ່​ດີ” ສືບຕໍ່​ຢຶດ​ໝັ້ນ​ການ​ເຄົາລົບ ແລະ ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ດ້ານ​ການເມືອງ, ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະໂຫຍດ​ທາງ​ດ້ານ​ເສດຖະກິດ, ພ້ອມ​ກັນ​ປົກ​ປ້ອງ ແລະ ຊ່ວຍເຫຼືອ​ກັນ​ທາງ​ດ້ານ​ຄວາມ​ໝັ້ນຄົງ​ປອດ​ໄພ, ຮັບ​ຮູ້​ເຂົ້າໃຈ​ກັນ ແລະ ສະໜິດສະໜົມ​ກັນ​ທາງ​ດ້ານ​ວັດທະນະທຳ-ສັງ ຄົມ, ຢູ່​ຮ່ວມ​ກັນ ແລະ ພ້ອມ​ກັນ​ແກ້​ໄຂ​ບັນຫາ​ທາງ​ດ້ານ​ລະບົບ​ນິເວດ; ສອງ​ຝ່າຍ ເຫັນ​ດີ​ຈະ​ສືບຕໍ່​ຮັກສາ​ການ​ພົວພັນ​ທາງ​ດ້ານ​ການເມືອງທີ່​ດີ​ຢູ່​ແລ້ວ​ໃຫ້​ດີ​ຂຶ້ນ​ໄປ​ເລື້ອຍໆ, ຮ່ວມ​ມື​ກັນ​ແລກປ່ຽນ​ບົດຮຽນ​ໃນ​ດ້ານ​ທິດ​ສະ​ດີ, ວຽກ​ງານ​ກໍ່ສ້າງ​ພັກ-ພະນັກງານ, ການ​ປົກຄອງ​ລັດ-ບໍລິຫານ​ປະເທດ​ໃຫ້​ແໜ້ນ​ແຟ້ນ​ກວ່າ​ເກົ່າ. ພ້ອມ​ດຽວ​ກັນ​ນັ້ນ, ກໍ​ຈະ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ແລະ ການ​ໄປມາຫາສູ່​ກັນ ລະຫວ່າງປະຊາຊົນ​ສອງ​ຊາດໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນ ແລະ ມີ​ປະ​ສິດທິ​ຜົນ​ຂຶ້ນ​ຕື່ມ, ສືບຕໍ່​ປະຕິບັດ​ບັນດາ​ໂຄງການ​ຮ່ວມ​ມື​ສຳຄັນ​ຂອງ​ສອງ​ຝ່າຍ​ໃຫ້​ບັນລຸ​ຕາມ​ຄາດ ໝາຍ​ທີ່​ວາງ​ໄວ້. ພາຍຫຼັງ​ການ​ພົບ​ປະ, ສະຫາຍ​ເລຂາທິການ​ໃຫຍ່ຂອງ​ສອງ​ພັກ ໄດ້​ຢ້ຽມ​ຊົມ​ການວາງສະແດງ ບັນດາ​ເອກະສານ​ຮ່ວມ​ມື​ສອງ​ຝ່າຍທີ່​ກວມ​ເອົາ​ການ​ຮ່ວມ​ມື​ ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ພະລັງງານ, ກະສິກຳ, ການ​ສຶກ​ສາ, ເຕັກ​ໂນ​ໂລ​ຊີ​ການ​ສື່ສານ, ສື່​ມວນ​ຊົນ ແລະ ອື່ນໆ​ຈຳນວນ 20 ກວ່າ​ສະບັບ ທີ່​ໄດ້​ຮ່ວມ​ລົງ​ນາມ​ກັນ ໃນ​ໂອກາດ​ຢ້ຽມຢາມ​ລັດ​ຖະ​ກິດ​ໃນ​ຄັ້ງ​ນີ້ ແລະ ຖະແຫຼງການ​ຮ່ວມ 1 ສະບັບ. ໃນ​ຕອນຄໍ່າ​ວັນ​ດຽວ​ກັນ, ສະຫາຍ ສີ ຈິ້ນ​ຜິງ ຍັງ​ໄດ້​ຈັດ​ງານ​ລ້ຽງ​ຕ້ອນຮັບໃຫ້​ແກ່ ສະຫາຍ ທອງ​ລຸນ ສີ​ສຸ​ລິດ ​ດ້ວຍ​ບັນຍາກາດ​ທີ່​ຮັກແພງ, ສະໜິດສະໜົມ ແລະ ອົບ​ອຸ່ນ. ພາບ: ຂັນໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ