ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮັບປະກັນ​ການ​ຕິດ​ສື່ສານ​ໃຫ້​ແກ່​ການ​ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ
ເວລາອອກຂ່າວ: 2022-12-01 09:06:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 339635052 | ຄວາມນິຍົມ:



ສະຫາຍ ພັນ​ໂທ ດອນ​ສະ ຫວັນ ບົວ​ຄຳ​ພັນ ຮອງ​ຫົວໜ້າ​ພະ ​ແນກ​ເສນາ​ທິການກົມ​ສື່ສານ, ອະນຸ​ກຳມະການ​ວຽກ​ງານ​ສື່ ສານ​ພາກ​ສະໜາມ ໄດ້​ໃຫ້​ຮູ້​ວ່າ: ພາຍຫຼັງ​ໄດ້​ຮັບ​ຄຳ​ສັ່ງ​ຈາກ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ກ່ຽວ​ກັບ​ການ​ກະກຽມ​ທາງ​ດ້ານ​ກຳລັງ ແລະ ພາຫະນະ​ເຂົ້າ​ໃນ​ການ​ຊ້ອມ​ຮົບ​ຮ່ວມ ລາວ-ຣັດ​ເຊຍ “ລາ​ໂຣດ-2022” ນີ້, ຄະນະ​ພວກ​ເຮົາ​ ໄດ້​ຮີບ​ຮ້ອນ​ຈັດ​ຕັ້ງ​ທາງ​ດ້ານ​ກຳລັງ, ພາຫະນະ​ອຸປະກອນ​ສື່ສານ ແລະ ຄັດ​ເລືອກ​ເອົາ​ພະນັກງານ-ນັກ ຮົບ ຜູ້​ທີ່​ມີ​ຄວາມ​ຮູ້-ຄວາມ​ສາ ມາດ ທີ່​ຊຳນິ​ຊຳນານ​ໃນ​ການ​ນຳ​ໃຊ້​ອຸປະກອນ​ສື່ສານ ແລະ ໄດ້​ກະ ກຽມ​ບັນດາ​ອຸປະກອນ​ສື່ສານ​ທີ່​ແທດເໝາະ​ກັບ​ພູມີ​ປະເທດ​ຕົວ​ຈິງ ແລະ ເໝາະ​ສົມ​ກັບ​ການ​ຊ້ອມ​ຮົບ​ໃນ​ຄັ້ງ​ນີ້, ພາຍຫຼັງ​ສຳເລັດ​ການ​ ກະກຽມ​ທຸກ​ດ້ານ​ແລ້ວ, ກໍໄດ້ຈັດ​ ຕັ້ງ​ຊາບ​ຊຶມ ແລະ ໄດ້ມອບໝາຍ​ ໜ້າທີ່​ໃຫ້ແຕ່​ລະ​ພາກສ່ວນ, ພ້ອມ​ ທັງ​ໄດ້ເຝິກອົບຮົມການນຳໃຊ້ ອຸປະກອນ​ສື່ສານ​ໃຫ້​ນັກ​ວິຊາ​ສະ ເພາະນຳ​ໃຊ້​ຢ່າງ​ຊຳນິຊຳນານ, ຫຼັງ​ຈາກ​ນັ້ນ​ພວກ​ເຮົາ​​ໄດ້​ເຄື່ອນ​ທັບ​ຈາກ​ນະຄອນຫຼວງ​ວຽງ​ຈັນ​ມາສູ່​ສະໜາມ​ຫັດ​ແອບ​ຕົວ​ຈິງ ຕາມ​ຄວາມ​ມຸ່ງ​ປະສົງ​ຂອງ​ຂັ້ນ​ເທິງ ແລະ ສາມາດ​ຮັບປະກັນ​ໄດ້​ຄວາມ​ປອດ​ໄພ​ໄດ້100%. ໃນ​ນັ້ນ, ພວກ​ເຮົາ​ໄດ້​ຈັດ​ຕັ້ງ​ເປັນ​ລະບົບ​ສື່ສານ​ໂດຍ​ໄດ້​ຈັດ​ຕັ້ງ​ສູນ​ບັນຊາ​ສື່ສານ​ຂຶ້ນ​ຢູ່​ທີ່​ສູນ​ບັນຊາ​ຊ້ອມ​ຮົບ, ສຳລັບ​ວຽກ​ງານ​ຮັບປະກັນ​ດ້ານ​ວຽກ​ງານ​ສື່ສານ​ເທື່ອ​ນີ້ ໄດ້​ຈັດ​ຕັ້ງ​ຢູ່​ໃນ 3 ທາງ​ຕິດຕໍ່​ຄື: ຕິດຕໍ່​ດ້ວຍ​ໂຟ​ນີ(ວິທະຍຸ​ຄື່ນ​ສັ້ນ) ແມ່ນ​ໃຊ້​ເຂົ້າ​ໃນ​ການ​ຕິດຕໍ່​ກັບ​ຮູບ​ແຖວ​ສູ້​ຮົບ ກຳລັງ​ທີ່​ເຂົ້າ​ຮ່ວມ, ຮັບປະກັນ​ຕິດຕໍ່​ທາງ​ດ້ານ​ໂທລະສັບ ທາງ​ສາຍ​ພາກ​ສະໜາມ​ສຳເລັດ​ຕາມ​ແຜນການ, ຮັບປະກັນ​ການ​ຕິດຕໍ່​ທາງ​ດ້ານ​ອິນ​ເຕີ​ເນັດ ທາງ​ດ້ານ​ສາຍ​ສົ່ງ ເພື່ອ​ຮັບປະກັນ​ການ​ຕິດຕໍ່​ທາງ​ດ້ານ​ລົດ​ຕັງ, ຮັບປະກັນ​ຕິດຕໍ່​ໃຫ້​ຝ່າຍ​ຣັດ​ເຊຍ ຕາມ​ຄວາມ​ມຸ່ງ​ປະສົງ​ຂອງ​ຜູ້​ບັນຊາ. ພາຍຫຼັງ​ຕິດ​ຕັ້ງ​ລະບົບ​ຕິດຕໍ່​ສື່ສານ​ແລ້ວ ພວກ​ເຮົາ​ກໍ​ໄດ້​ປະຕິບັດ​ຢ່າງ​ເຂັ້ມ​ງວດ​ໃນ​ການ​ນຳ​ໃຊ້​ລະບົບ​ສື່ສານ​ແຕ່​ລະ​ຊະນິດ​ໃຫ້​ສາມາດ​ຮັບປະກັນ​ໄດ້​ທັນ​ເວລາ, ຊັດ​ເຈນ​ຕາມ​ຄາດໝາຍ​ທີ່​ກຳນົດ​ໄວ້ ພາຍຫຼັງ​ຈັດ​ຕັ້ງ​ສຳເລັດ ກໍ​ໄດ້​ທົດ​ລອງ​ນຳ​ໃຊ້​ປະຕິບັດ​ໃນ​ການ​ຫັດ​ແອບ​ແຕ່​ລະ​ວັນ​ໃຫ້​ຊຳນານ​ງານ, ເຊິ່ງ​ພວກ​ເຮົາສາມາດ​ເຫັນ​ໄດ້​ບັນຫາ​ທີ່​ມີ​ຂໍ້​ສະດວກ ແລະ ຂໍ້​ຫຍຸ້ງຍາກ ເປັນຕົ້ນ​ແມ່ນ ການ​ນຳ​ໃຊ້​ວິທະຍຸ​ສື່ສານ​ຈາກ​ລົດ​ຕັງ, ເຊິ່ງ​ພວກ​ເຮົາຍັງ​ພົບ​ຂໍ້​ຫຍຸ້ງຍາກ ຍ້ອນ​ວ່າ​ພວກ​ເຮົາ​ບໍ່​ທັນ​ມີ​ວິທະຍຸ​ທີ່​ສາມາດ​ຕິດຕໍ່​ກັບ​ລະບົບ​ຕິດລົດ, ດັ່ງນັ້ນ​ພວກ​ເຮົາ​ຈຶ່ງ​ໄດ້​ໝູນໃຊ້​ທຸກ​ວິທີ, ຊອກ​ຫາ​ວິທີ​ການ ແລະ ໃນ​ທີ່​ສຸດສາມາດ​ແກ້​ໄຂໄດ້. ພາຍຫຼັງຈັດຕັ້ງເປັນລະບົບ ແລະ ສາມາດຖອດຖອນໄດ້ບັນດາ​ ບົດຮຽນ ​ໃນ​ການຈັດຕັ້ງຮັບປະ ກັນ​ເທື່ອ​ນີ້, ມາ​ເຖິງ​ປັດຈຸບັນ​ໃນ​ການ​ຈັດ​ວາງ​ພາຫະນະ​ສື່ສານ​ຕາມ​ພູມີ​ປະເທດ​ທີ່​ເປີດ​ແປນ​ພວກ​ເຮົາ​ໄດ້​ຈັດ​ຕັ້ງ​ໃນ​ການ​ແຊມ​ ກາຍເປັນ​ລະບົບ, ເປັນຕົ້ນ​ພາກ ສ່ວນ​ໂທລະສັບ​ທາງ​ສາຍ​ລວດ ໄດ້​ແຊມ​ກາຍ​ດ້ວຍການ​ຝັງ​ດິນ, ບ່ອນ​ທີ່​ມີ​ປ່າໄມ້​ພວກ​ເຮົາ​ໄດ້​ເອົາ​ຂຶ້ນ​ຈຸດ​ສູງ​ເພື່ອ​ໃຫ້​ຫຼີກ​ລ່ຽງ​ຈາກ​ການ​ທຳລາຍ​ຈາກ​ລະເບີດ​ຝ່າຍ​ສັດຕູ ແລະ ກຸ່ມ​ຄົນ​ບໍ່​ດີ. ທາງ ​ດ້ານ​ການ​ຕິດຕໍ່​ທາງດ້ານເຕັກ ​ໂນ​ໂລ​ຊີ​ຂໍ້​ມູນຂ່າວສານໄດ້​ສົມທົບ​ກັບ ບໍລິສັດ​ຢູ​ນິເທວ, ບໍລິສັດ​ເບດ​ເທເລຄົມ ເພື່ອ​ຮັບ ປະກັນ​ທາງ​ດ້ານ​ອິນ​ເຕີ​ເນັດ​ໃຫ້​ສູນ​ບັນຊາ ທັງ​ສອງ​ກຳລັງ ລາວ-ຣັດ​ເຊຍ ສາມາດ​ຮັບປະກັນ​ໄດ້ 100%. ໂດຍ: ອາ​ຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ