ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ​ເຄື່ອງ​ກິລາ​ໃຫ້​ຫ້ອງ​ການເມືອງ ​ກອງ​ພົນ​ທີ 1
ເວລາອອກຂ່າວ: 2022-12-01 09:02:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 339637877 | ຄວາມນິຍົມ:



ວັນ​ທີ 28 ພະຈິກ 2022 ນີ້, ສະຫາຍ ສົມ​ພັນ ກາດ​ອຸດົມ ຮອງ​ປະທານ​ບໍລິສັດ​ລາວ​ເຮັງໆ ນຳ​ເຂົ້າ-ສົ່ງ​ອອກ ແລະ ຮ້ານ​ຄ້າ​ປອດ​ພາສີ ພ້ອມ​ຄະນະ ໄດ້​ນຳ​ເອົາ​ເຄື່ອງ​ກິລາ​ຈຳນວນ 40 ຊຸດ ລວມ​ມູນ​ຄ່າ 2 ລ້ານ​ກວ່າ​ກີບ ມອບ​ໃຫ້​ຫ້ອງ​ການເມືອງ​ ກອງ​ພົນ​ທີ 1 ເພື່ອ​ເປັນ​ການ​ປະກອບສ່ວນ​ຊຸກຍູ້​ວຽກ​ງານ​ລວມ​ຂອງ​ກົມ​ກອງ ​ເວົ້າ​ລວມ, ເວົ້າ​ສະເພາະ ວຽກ​ງານ​ຂະ​ບວນ​ການ​ກິລາ ທັງ​ເປັນ​ການ​ຂ່ຳນັບ​ຮັບ​ຕ້ອນ​ວັນຊາດ​ທີ 2 ທັນວາ ຄົບຮອບ 47 ປີ, ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ​ຄົບຮອບ 74 ປີ ແລະ ວັນ​ສ້າງຕັ້ງ​ ກອງ​ພົນ​ທີ 1 ຄົບຮອບ 38 ປີ ທີ່​ຈະ​ມາ​ເຖິງ​ນີ້​ ໃຫ້​ມີ​ບັນຍາກາດ​ເບີກບານ​ມ່ວນຊື່ນ ແລະ ມີ​ຄວາມ​ໝາຍ​ເລິກເຊິ່ງ, ໂດຍ​ກ່າວ​ຮັບ​ຂອງ​ ສະຫາຍ ພັນ​ເອກ ສອນ​ໄຊ ຈັນ​ຍາ​ລາດ ຫົວໜ້າ​ຫ້ອງການເມືອງ​ ກອງ​ພົນ​ທີ 1 ພ້ອມ​ຄະນະ. ໂອກາດ​ດັ່ງກ່າວ ສະຫາຍ ພັນ​ເອກ ສອນ​ໄຊ ຈັນ​ຍາ​ລາດ ໄດ້​ກ່າວ​ສະແດງ​ຄວາມ​ຂອບໃຈ ແລະ ຕີ​ລາຄາ​ສູງ​ຕໍ່ ສະຫາຍ ສົມ​ພັນ ກາດ​ອຸດົມ ພ້ອມ​ຄະນະ ທີ່​ໄດ້​ນຳ​ເອົາ​ເຄື່ອງ​ກິລາ​ມາ​ມອບ​ໃຫ້​ໃນ​ຄັ້ງ​ນີ້, ເຊິ່ງ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ຂະ​ບວນ​ການແຂ່ງຂັນ​ກິລາ ທີ່​ກອງ​ພົນ​ທີ 1 ຈັດ​ຂຶ້ນ​ໃນ​ທຸກໆ​ປີ, ທັງ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ລະຫວ່າງ ບໍລິສັດ​ລາວ​ເຮັງໆ ນຳ​ເຂົ້າ-ສົ່ງ​ອອກ ແລະ ຮ້ານ​ຄ້າ​ປອດ​ພາສີ ແລະ ຫ້ອງ​ການເມືອງ ​ກອງ​ພົນ​ທີ 1 ໃຫ້​ນັບ​ມື້​ແໜ້ນ​ແຟ້ນ​ຍິ່ງໆ​ ຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ