ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບໍລິສັດ​ຊີມັງ​ລາວ ສະຫວັນ​ນະ​ເຂດ ເຊື່ອມ​ຊຶມ​ມະຕິ​ຄົບ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ
ເວລາອອກຂ່າວ: 2022-12-01 09:00:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 90 | ຄວາມນິຍົມ:



ໃນ​ວັນ​ທີ 25 ພະຈິກ 2022, ບໍລິສັດ​ຊີມັງ​ລາວ​ສະຫວັນ​ນະ​ເຂດ ໄດ້​ຈັດ​ກອງ​ປະຊຸມ​ເຜີຍແຜ່​ເຊື່ອມ​ຊຶມ​ມະຕິ​ຄົບ​ຄະນະ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຄັ້ງ​ທີ 4 ສະໄໝ​ທີ XI ແລະ ເອກະສານ​ການເມືອງ-ແນວ​ຄິດ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ວັນ​ທອງ ສິດທິ​ກຸນ ຫົວໜ້າ​ອຳນວຍ​ການ​ໃຫຍ່ ລັດ​ວິ​ສາ​ຫະ​ກິດ ​ພກອ, ມີ ສະຫາຍ ພົນ​ຈັດຕະວາ ສົມ​ຈິດ ກິດ​ຕິ​ຍະ​ລາດ ຫົວໜ້າ​ ການເມືອງ​ ກອງ​ພົນ​ທີ 4, ມີຄະ ນະ​ພັກ-ຄະນະ​ອຳນວຍ​ການລັດ ​ວິ​ສາ​ຫະ​ກິດ ຕະຫຼອດ​ຮອດພະນັກ ງານ​ລັດຖະກອນ​ທົ່ວ​ບໍລິສັດ​ຊີມັງ​ລາວ ເຂົ້າ​ຮ່ວມ. ເອກະສານ​ທີ່​ນຳ​ມາ​ເຜີຍແຜ່​ໃຫ້ ພະນັກງານ​ລັດຖະກອນ​ບໍລິສັດ​ຊີມັງ​ລາວ​ສະຫວັນ​ນະ​ເຂດ ໄດ້​ເຊື່ອມ​ຊຶມ​ໃນ​ຄັ້ງ​ນີ້ ປະກອບ​ມີ ຄຳ​ສັ່ງ​ແນະນຳ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ, ຄຳ​ສັ່ງ​ແນະນຳ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ, ບົດ​ແນະນຳ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ, ມະຕິ​ຂອງ​ຄະນະ​ບໍລິ ຫານ​ງານ​ສູນ​ກາງ​ພັກ ​ຄັ້ງ​ທີ 4 ສະໄໝ​ທີ XI, ດຳລັດ ວ່າ​ດ້ວຍ​ການ​ປະຢັດ ແລະ ຕ້ານ​ການ​ຟຸມ​ເຟືອຍ, ເອກະສານ​ເພີ່ມ​ທະວີ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ທົ່ວ​ກອງທັບ​ໃນ​ໄລຍະ​ໃໝ່, ຍຸດ​ທະ​ສາດ​ການ​ຫັນປ່ຽນ​ໂດຍ​ສັນຕິ ຕິດ​ພັນ​ກັບການ​ຕ້ານ​ປະກົດ​ການ​ຫຍໍ້ທໍ້​ໃນ​ກອງທັບ, ເພີ່ມ​ທະວີ​ການ​ປະຢັດ ແລະ ຕ້ານ​ການ​ຟຸມ​ເຟືອຍ, ການ​ຜັນ​ຂະ ຫຍາຍ​ມະຕິ ແລະ ການຈັດຕັ້ງ​ປະຕິບັດ​ແນວທາງ​ນະໂຍບາຍ​ຂອງ​ພັກ, ບົດ​ສະຫຼຸບ​ວຽກ​ງານ​ການເມືອງ-ແນວ​ຄິດ ທົ່ວ​ກອງທັບ (2017-2022) ແລະ ທິດ​ ທາງ​ແຜນການ​ແຕ່​ນີ້​ເຖິງ​ປີ 2026 ແລະ ເອກະສານ​ເສີມ​ຂະຫຍາຍ​ມູນເຊື້ອ​ສາຍ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່​ຄວາມ​ສາ​ມັກ​ຄີພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ-ຫວຽດນາມ ໃຫ້​ໝັ້ນຄົງ​ທະ​ນົງ​ແກ່ນ​ຕະຫຼອດ​ໄປ. ໂດຍ: ບົວ​ຄຳ ທອງ​ລັດສະໝີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ