ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

​ສະພາ​ແຫ່ງ​ຊາດ​ອີ​ຣານ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ອະນຸຍາດ ​ໃຫ້​ອີ​ຣານ​ເຂົ້າ​ເປັນ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ
ເວລາອອກຂ່າວ: 2022-12-01 08:46:01 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



ສຳນັກ​ຂ່າວ​ຊິນ​ຮວາ​ໃຫ້​ຮູ້​ໃນ​ລະຫວ່າງ​ວັນ​ທີ 27 ພະຈິກ​ຜ່ານ​ມາ​ນີ້, ສະພາ​ແຫ່ງ​ຊາດ​ອີ​ຣານ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດ ໝາຍ​ອະນຸຍາດ​ໃຫ້​ອີ​ຣານ​ເຂົ້າ​ຮ່ວມ​ອົງການ​ຮ່ວມ​ມື​ຊຽງ​ໄຮ ( SCO ). ຂ່າວ​ໃຫ້​ຮູ້​ວ່າ, ຕອນ​ຄ່ຳ​ວັນ​ດຽວ​ກັນ, ທ່ານ ຮູ​ຊຽນ​ອຳ​ເມ​ຢັດ ອັບ​ໂດ​ລາ​ແຊກ ລັດຖະມົນຕີ​ການ ​ຕ່າງປະເທດ​ອີ​ຣານ ກ່າວ​ໃນ​ສື່​ສັງຄົມ​ວ່າ, ຜົນ​ການ​ລົງ​ປະຊາ​ມະ ຕິ​ຂອງ​ສະພາ​ແຫ່ງ​ຊາດ​ອີ​ຣານ​ຄັ້ງ​ນີ້, ສະແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ອີ​ຣານ​ໃນ​ການ​ເພີ່ມ​ທະ ວີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ໃນ​ພາກ​ພື້ນ ແລະ ໂລກ, ໂດຍສະ ເພາະ​ແມ່ນ​ຮ່ວມ​ມື​ກັບ​ບັນດາ​ປະ ເທດ​ໃນ​ອາຊີ. ເພາະສະນັ້ນ, ລັດ ຖະບານ​ອີ​ຣານ​ຈຶ່ງ​ໄດ້​ຮັບຮອງ​ເອົາ​ເອກະສານ​ທີ່​ກ່ຽວຂ້ອງ​ພາຍຫຼັງ​ເພື່ອ​ສ້າງ​ພື້ນຖານ​ໃຫ້​ອີ​ຣານ​ເຂົ້າ​ເປັນ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ. ກອງ​ປະຊຸມ​ຄັ້ງ​ທີ 22 ຂອງ​ຄະນະ​ລັດຖະມົນຕີ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ ໄດ້​ຈັດ​ຂຶ້ນ​ຢູ່​ນະ ຄອນຫຼວງ​ຂອງ ອຸດ​ສະ​ເບ​ກີດ​ສະຖານ ໃນ​ເດືອນ​ກັນຍາ​ປີ​ນີ້, ເຊິ່ງ​ກອງ​ປະຊຸມ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າໃຈ​ກັບ​ພັນທະ​ມິດ​ຂອງ​ອີ​ຣານ ເພື່ອ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ຮ່ວມ​ມື​ດ້ານ​ການ​ຄ້າ​ຊຽງ​ໄຮ້. ປັດຈຸບັນ ອົງການດັ່ງກ່າວມີສະມາຊິກ 9 ປະເທດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ