ສະເຫຼີມສະຫຼອງ ໄຫຫີນແຂວງຊຽງຂວາງ ຖືກຮັບຮອງເປັນມໍລະດົກໂລກ
ເວລາອອກຂ່າວ: 2022-11-30 09:31:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 156 | ຄວາມນິຍົມ:
ພິທີສະເຫຼີມສະຫຼອງ ໄຫຫີນຊຽງຂວາງ ໄດ້ຮັບຢັ້ງຢືນເຂົ້າເປັນມໍລະດົກໂລກ ຈາກອົງການອຸຍແນສໂກ (UNESCO) ຈັດຂຶ້ນໃນວັນທີ 29 ພະຈິກ 2022 ຢູ່
ສະຖານທີ່ທ່ອງທ່ຽວທົ່ງໄຫຫີນ 1 ບ້ານໄຫຫີນ ເມືອງແປກ ແຂວງຊຽງຂວາງ ໂດຍການເຂົ້າຮ່ວມ ຂອງ ທ່ານ ກິແກ້ວ ໄຂຄຳພິ ທູນ ຮອງນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ-ຮອງລັດ ຖະມົນຕີ, ເຈົ້າແຂວງ, ຮອງເຈົ້າ ແຂວງ, ຜູ້ຕາງໜ້າຈາກອົງການ ອຸຍແນສໂກ, ພາກສ່ວນກ່ຽວ ຂ້ອງທັງພາຍໃນ ແລະ ຕ່າງປະ ເທດ, ຕະຫຼອດຮອດມວນຊົນຊາວແຂວງຊຽງຂວາງເຂົ້າຮ່ວມ ຢ່າງຫຼວງຫຼາຍ ເຊິ່ງຖືເປັນຄວາມພາກພູມໃຈຂອງປວງຊົນລາວທັງຊາດ ໂດຍສະເພາະປະຊາຊົນ ແຂວງຊຽງຂວາງດິນແດນວິລະ ຊົນ.
ການສະເຫຼີມສະຫຼອງຄັ້ງນີ້, ເລີ່ມຕົ້ນດ້ວຍຂະບວນແຫ່ໃບຢັ້ງຢືນ ຈາກອົງການອຸຍແນສໂກ ຈາກຫ້ອງການມໍລະດົກໂລກໄຫຫີນຊຽງຂວາງ ອ້ອມຕົວເມືອງໂພນສະຫວັນ (ແຕ່ເສັ້ນທາງນັບແຕ່ຫ້ອງການມໍລະດົກໂລກໄຫຫີນ ຂຶ້ນສູ່ເສັ້ນທາງໂຮງໝໍໄປສູ່ຕີນພູຜາແດງ, ກ້ຽວລົງໄປວົງວຽນເມືອງແປກ, ລົງເສັ້ນທາງຕະຫຼາດສາມຊັ້ນ, ແລ້ວອອກໄປທົ່ງໄຫຫີນ 1 ໂດຍມີຂະບວນຟ້ອນຈາກ 6 ເຜົ່າ, ມີການສະແດງເປົ່າແຄນ-ຂັບລຳ, ມີນັກຮຽນ-ນັກສຶກສາ ພ້ອມດ້ວຍມວນຊົນຊາວແຂວງຊຽງຂວາງຢືນລຽນແຖວຕ້ອນຮັບຕາມສອງຟາກທາງ ດ້ວຍບັນຍາກາດຟົດຟື້ນ.
ໃນພິທີ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ໄດ້ມີຄຳເຫັນກ່າວມອບໃບຢັ້ງຢືນໄຫຫີນເປັນມໍລະດົກໂລກ ໃຫ້ແກ່ຄະນະນຳອົງການປົກຄອງແຂວງຊຽງ
ຂວາງ ວ່າ: ແຫຼ່ງມໍລະດົກໂລກທົ່ງໄຫຫີນທັງ 11 ແຫຼ່ງ ໂດຍກວມເອົາເນື້ອທີ່ຂະໜາດໃຫຍ່ທີ່ນອນຢູ່ໃນ 4 ເມືອງຂອງແຂວງຊຽງຂວາງ. ປັດຈຸບັນນີ້, ຄວາມ ພະຍາຍາມໄດ້ກາຍເປັນຄວາມ ຈິງສົມດັ່ງຄວາມຕັ້ງໃຈ ແລະ ການຄອງຄອຍ, ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ແລະ ປະຊາຊົນຊຽງຂວາງ ແມ່ນມີຄວາມປິຕິຊົມຊື່ນຍິນດີເປັນຢ່າງຍິ່ງ ເຊິ່ງແມ່ນກຽດສັກສີອັນສູງສົ່ງຂອງຊາດ ຢູ່ໃນເວທີລະດັບໂລກ, ເຮັດໃຫ້ຊື່ສຽງ ແລະ ພາບພົດຂອງປະເທດຊາດ ຖືກໂຄສະນາເຜີຍແຜ່ໄປທົ່ວໂລກ, ເຮັດໃຫ້ຊາວໂລກສົນໃຈຢາກມາທ່ຽວຊົມປະເທດລາວນັບມື້ເພີ່ມຂຶ້ນ. ນາມມະຍົດແຫ່ງຄວາມເປັນມໍລະດົກໂລກ ໄດ້ກະຕຸກຊຸກຍູ້ອຸດສາຫະກຳການທ່ອງທ່ຽວທາງວັດທະນະທຳ ແລະ ທຳມະຊາດ ທີ່ມີຄຸນຄ່າຍອດຍິ່ງລະດັບໂລກ ແລະ ທັງເປັນແມ່ເຫຼັກດຶງດູດການລົງທຶນ, ການຮ່ວມມືສາກົນ, ການພັດທະນາລະບົບໂຄງລ່າງຮອບດ້ານ, ເປັນການປະກອບສ່ວນສຳຄັນໃຫ້ແກ່ການຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ປະຊາຊົນ, ເປັນການສ້າງວຽກເຮັດງານທຳໃຫ້ແກ່ຊຸມຊົນທ້ອງຖິ່ນ, ເປັນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ.
ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວອີກວ່າ: ແນວໃດກໍຕາມບັນດາໝາກຜົນທີ່ພວກເຮົາໄດ້ຮັບໃນມື້ນີ້ເປັນພຽງຜົນງານ ແລະ ຜົນສຳເລັດເບື້ອງຕົ້ນ ເຊິ່ງພວກເຮົາຈະຕ້ອງໄດ້ເດັດດ່ຽວພ້ອມກັນປົກປັກຮັກສາໄວ້ໃຫ້ຍືນຍົງຕະຫຼອດໄປ, ໂດຍຈະຕ້ອງໄດ້ເອົາໃຈໃສ່ຕື່ມບາງບັນຫາດັ່ງນີ້: ຕ້ອງໄດ້ເພີ່ມທະວີຄວາມປະສົມກົມກຽວໃນການປະສານງານຢ່າງໃກ້ຊິດສະໜິດແໜ້ນລະຫວ່າງຂະແໜງການຕ່າງໆທີ່ກ່ຽວຂ້ອງ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ; ສູ້ຊົນສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ການຄຸ້ມຄອງມໍລະດົກໂລກ ໂດຍເອົາໃຈໃສ່ໃນການກໍ່ສ້າງຊັບພະຍາກອນມະນຸດໃນຂົງເຂດຕ່າງໆ ທີ່ປິ່ນອ້ອມວຽກງານການຄຸ້ມຄອງ ອະນຸລັກ ແລະ ສົ່ງເສີມຄຸນຄ່າມໍຣະດົກວັດທະນະທຳ ແລະ ທຳມະຊາດ ໄປພ້ອມໆກັບການເອົາໃຈໃສ່ໂຄສະນາ, ສຶກສາອົບຮົມ ແລະ ປູກຈິດສຳນຶກຄວາມຮູ້ທາງດ້ານມໍຣະດົກ ທັງໃນສະຖາບັນການສຶກສາ, ສຳນັກງານອົງການ ແລະ ໃນໝູ່ມະຫາຊົນໃນທົ່ວແຂວງ; ລະດົມທຶນຮອນ ແລະ ການມີສ່ວນຮ່ວມຂອງສັງຄົມ ລວມທັງຍາດແຍ່ງການຊ່ວຍເຫຼືອຈາກສາກົນ ໃນການສ້າງໂອກາດໃຫ້ແກ່ການປົກປັກຮັກສາ ແລະ ພັດທະນາແຫຼ່ງມໍລະດົກໂລກຂອງ ສປປ ລາວ ໃຫ້ດີຂຶ້ນເທື່ອລະກ້າວ; ເອົາໃຈໃສ່ປັບປຸງຂອດບໍລິການ, ການເປັນເຈົ້າຂອງເຮືອນທີ່ດີໃນການຕ້ອນຮັບແຂກບ້ານແຂກເມືອງ, ການເປັນແບບຢ່າງທີ່ດີໃນການໃຫ້ຄຳແນະນຳ ແລະ ເຜີຍແຜ່ວັດທະນະທຳອັນດີງາມຂອງຊາດ ເພື່ອສ້າງໃຫ້ທຸກຄົນເປັນທູດວັດທະນະທຳ ທີ່ດີ ແລະ ເສີມຂະຫຍາຍພູມປັນຍາ, ຫົວຄິດປະດິດສ້າງ ນຳເອົາຄຸນຄ່າເພີ່ມເຂົ້າໃສ່ຜະລິດຕະພັນພື້ນເມືອງ ເພື່ອຍົກລະດັບຄຸນຄ່າຜະລິດຕະພັນວັດທະນະທຳທ້ອງຖິ່ນ ໃຫ້ເກີດຜະລິດຕະພັນພາຍໃນທີ່ຫຼາກຫຼາຍ ແລະ ມີຄຸນຄ່າສູງຂຶ້ນ,
ໂອກາດຮັບເອົາ ໃບຢັ້ງຢືນໄຫຫີນເປັນມໍລະດົກໂລກໃນຄັ້ງນີ້, ທ່ານ ບຸນຈັນ ສີວົງພັນ ເຈົ້າ ແຂວງຊຽງຂວາງ ໄດ້ມີຄຳເຫັນວ່າ: ທົ່ງໄຫຫີນ ເປັນເອກະລັກທີ່
ເປັນມິ່ງຂວັນຊາວເມືອງພວນທີ່ຍືນຍົງຄົງຢູ່ຄູ່ແຜ່ນດິນຊຽງຂວາງນັບເປັນເວລາພັນໆ ປີມາແລ້ວ, ຕະຫຼອດໄລຍະ 20 ກວ່າປີ ທີ່ລັດຖະບານແຫ່ງ ສປປ ລາວ ແລະ ອົງການອຸຍແນັດ ສະໂກ ໄດ້ຮ່ວມມືກັນໃນການດຳເນີນການສຶກສາ, ຄົ້ນຄວ້າ ແລະ ວາງແຜນ ໃນການປົກປັກ ຮັກສາມໍລະດົກວັດທະນະທຳ ອັນລ້ຳຄ່າດັ່ງກ່າວ ຈົນມາເຖິງວັນທີ 10 ກໍລະກົດ 2019 ໄຫຫີນແຂວງຊຽງຂວາງ ໄດ້ຖືກຮັບຮອງໃຫ້ເປັນມໍລະດົກໂລກແຫ່ງທີ 3 ຂອງ ສປປ ລາວ ຢ່າງເປັນທາງການ ເຊິ່ງໄດ້ເປັນກຽດສັກສີອັນສູງສົ່ງຂອງຊາດລາວ ຢູ່ໃນເວທີສາກົນ ແລະ ພາກພື້ນ, ໄດ້ເຮັດໃຫ້ຊື່ສຽງຂອງປະເທດລາວໂດ່ງດັງໄປທົ່ວໂລກ ເຮັດໃຫ້ຊາວໂລກສົນໃຈຢາກມາທ່ອງທ່ຽວ ສປປລາວ ເພີ່ມຂຶ້ນ, ນາມມະຍົດມໍລະດົກໂລກ ມີຄຸນຄ່າຍອດຍິ່ງ ແລະ ເປັນແຮງດຶງດູດການລົງທຶນ, ການຮ່ວມມືຈາກສາກົນ ເຊິ່ງໄດ້ເປັນການປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການສ້າງວຽກເຮັດງານທຳ, ທັງເປັນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ເຮັດໃຫ້ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວນະໂອກາດທີ່ມີຄວາມໝາຍສຳຄັນນີ້, ຂ້າພະເຈົ້າຕາງໜ້າຄະນະພັກ, ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງຊຽງຂວາງ ຂໍຮັບເອົາພາລະໜ້າທີ່ ແລະ ຄວາມຮັບຜິດຊອບ ອັນມີກຽດສະຫງ່າ ທັງໝົດເຫຼົ່ານີ້ ແລະ ຂໍໃຫ້ຄຳໝັ້ນສັນຍາວ່າ: ຈະປົກປັກຮັກສາ ແລະ ພັດທະນາມູນມໍລະດົກອັນລ້ຳຄ່າ ທີ່ປູ່ຍ່າຕາຍາຍ ແລະ ບັນພະບູລຸດຂອງພວກເຮົາໄດ້ສ້າງໄວ້ ໃຫ້ມີຄວາມຍືນຍົງຕະຫຼອດໄປ, ພ້ອມກັນເສີມຂະຫຍາຍ ແລະ ນຳໃຊ້ທ່າແຮງທາງດ້ານຊັບພະຍາກອນວັດທະນະທຳຂອງຊາດແຫ່ງນີ້ ໃຫ້ກາຍເປັນຊັບພະຍາກອນການທ່ອງທ່ຽວ ແລະ ເປັນທ່າແຮງທາງດ້ານເສດຖະກິດແບບຍືນຍົງຂອງແຂວງຊຽງຂວາງ ກໍຄືຂອງຊາດລາວ.
ຂ່າວ-ພາບ: ສຸພາສະຫວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ