ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ລະດັບ​ການ​ເຕີບ​ໂຕ​ດ້ານການ​ຄ້າລະຫວ່າງ ຫວຽດນາມ-ລາວ ບັນລຸ​ກວ່າ 10% ຕໍ່ປີ
ເວລາອອກຂ່າວ: 2022-11-30 08:54:45 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ສຳນັກ​ຂ່າວ​ຫວຽດນາມ​ນິວ ລາຍ​ງານ​ ວັນ​ທີ 29 ພະຈິກ​ນີ້​ວ່າ: ທ່ານ ໂດ​ກວກ​ຮຶງ, ຮອງຫົວ ໜ້າ​ກົມ​ຕະຫຼາດ​ອາຊີ-ອາ​ຟຣິ​ກາ, ກະຊວງ​ ອຸດສາຫະກຳ ແລະ ການ​ ຄ້າ​ຫວຽດນາມ ໃຫ້​ຮູ້ ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລະຫວ່າງ ຫວຽດນາມ ແລະ ລາວ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ຈາກ 823,4 ລ້ານໂດ​ລາ​ສະຫະລັດ ໃນ​ປີ 2016 ຂຶ້ນ​ເປັນ 1,37 ຕື້​ໂດ​ລາ​ສະຫະລັດ ໃນ​ປີ 2021. ລະດັບ​ການ​ເຕີບ​ໂຕ​ດ້ານການ​ຄ້າ​ສະ ເລ່ຍ ບັນລຸ​ກວ່າ 10% ຕໍ່​ປີ. ພິເສດ​ໃນ 10 ເດືອນ​ຕົ້ນ​ປີ 2022, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ຫວຽດນາມ-ລາວ ບັນລຸ 1,4 ຕື້​ໂດ​ລາ​ສະຫະລັດ, ເພີ່ມ​ຂຶ້ນ 28,2% ເມື່ອ​ທຽບໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2021 ແລະ ຄາດ​ວ່າ ດ້ວຍ​ລະດັບ​ເຕີບ​ໂຕ​ຄື​ດັ່ງກ່າວ, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລະຫວ່າງ​ສອງ​ປະເທດ ຈະ​ບັນລຸ 2 ຕື້​ໂດ​ລາ​ສະຫະລັດ ໃນ​ໄລຍະ​ຈະ​ມາ​ເຖິງ.   ເພື່ອ​ບັນລຸ​ເປົ້າ​ໝາຍ 2 ຕື້​ໂດ​ລາ​ສະຫະລັດ ໂດຍ​ໄວ, ລັດຖະບານ​ລາວ ແລະ​ລັດຖະບານ​ຫວຽດ ນາມ ຄວນ​ຄົ້ນຄວ້າ​ຜັນ​ຂະຫຍາຍ​ການ​ຍົກ​ລະດັບ​ເສັ້ນທາງ​ເຊື່ອມ​ຕໍ່​ຫວຽດນາມ - ລາວ ໂດຍ​ໄວ, ໃນ​ນັ້ນ​ຈຳເປັນ​ຕ້ອງ​ກໍ່ສ້າງ​ເສັ້ນທາງ​ດ່ວນ ຮ່າ​ໂນ້ຍ-ວຽງ​ຈັນ ໂດຍ​ໄວ ເພື່ອ​ຊ່ວຍ​ປະຢັດ​ເວລາ ແລະ ຄ່າ​ໃຊ້​ຈ່າຍ​ໃນ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ​ສິນຄ້າ​ລະຫວ່າງ​ຫວຽດນາມ ແລະ ລາວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ