ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຈີນ ​ແລະ​ ອາ​ຊຽນ ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂະແໜງການ​ກໍ່ສ້າງ
ເວລາອອກຂ່າວ: 2022-11-30 08:54:12 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:



ສຳນັກ​ຂ່າວ​ຊິນ​ຮວາ​ໃຫ້​ຮູ້​ວ່າ: ໃນ​ງານ​ວາງສະແດງ​ຂະ ແໜງການ​ກໍ່ສ້າງ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ຈີນ-ອາ​ຊຽນ​ປີ 2022 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ໜານ​ໜິງ​ເຂດ​ກວາງຊີ ​ສປ ຈີນ ເປັນ​ເວລາ 3 ວັນ ໄດ້​ອັດ​ລົງ​ໃນ​ວັນ​ທີ 27 ພະຈິກ​ ນີ້. ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ ກ່ຽວ​ກັບ​ການ​ຊົມໃຊ້​ໂອກາດ​ໃໝ່​ຂອງ​ສັນຍາ​ວ່າ​ດ້ວຍ​ການ​ພົວພັນ​ຄູ່​ຮ່ວມ​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ ຫຼື RCEP ແລະ ການ​ຮ່ວມ​ກັນ​ສ້າງ​ອະນາຄົດ​ໃໝ່​ຂອງ​ຂະແໜງການ​ກໍ່ສ້າງ. ກອງ​ປະຊຸມ​ໄດ້​ຢືນຢັນ​ຕໍ່​ການ​ປະກອບສ່ວນ​ຂອງ​ວິ​ສາ​ຫະ​ກິດ​ກໍ່ສ້າງ​ຈີນ ທີ່​ມີ​ຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ບັນດາ​ປະເທດ​ສະມາຊິກ​ອາ​ຊຽນ. ຂ່າວ​ໃຫ້​ຮູ້​ວ່າ: ລັດຖະມົນຕີ ແລະ ຕາງໜ້າ​ລັດຖະມົນຕີ​ກະ ຊວງ​ໂຍທາ​ທິ​ການ​ ແລະ ​ຂົນສົ່ງ​ຂອງ​ປະເທດ​ອາ​ຊຽນ​ ຕ່າງ​ກໍໄດ້​ກ່າວ​ເຖິງ​ຜົນ​ປະໂຫຍດ​ຂອງ​ການ​ຮ່ວມ​ມື​ໃນ​ໂຄງການ​ໜຶ່ງ​ແລວ​ ໜຶ່ງ​ເສັ້ນທາງ, ເຊິ່ງ​ໄດ້​ນຳ​ເອົາ​ຄວາມ​ສະດວກ​ສະບາຍ​ຕົວ​ຈິງ​ມາ​ໃຫ້​ ແກ່​ປະຊາຊົນ ແລະ ເຮັດໃຫ້​ປະ ຊາຊົນ​ຂອງ​ປະເທດ ​ຮ່ວມ​ມື​ໜຶ່ງ​ ແລວ​ໜຶ່ງ​ເສັ້ນທາງ​ສາມາດ​ສ້າງ​ລາຍ​ໄດ້​ເພີ່ມ​ຂຶ້ນ. ໃນ​ວາລະ​ກ່າວ​ປິດ​ງານ​ວາງ ສະແດງ​ດັ່ງກ່າວ, ຕາງ​ໜ້າການ​ ນຳ​ຈີນ ​ແລະ​ ປະເທດ​ອາ​ຊຽນ​ກໍໄດ້​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂະແໜງການ​ກໍ່ສ້າງ, ເພີ່ມ​ທະ ວີ​ຮ່ວມ​ມື​ໃນ​ການ​ຂະຫຍາຍ​ອາ ນາເຂດ​ການ​ຮ່ວມ​ມື​ດ້ານ​ເສດ ຖະກິດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ