ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສິງກະໂປ​ມອບ​ເງິນ​ຊ່ວຍເຫຼືອ​ໃຫ້​ແກ່​ຜູ້​ປະສົບ​ໄພ​ ແຜ່ນ​ດິນ​ໄຫວ​ໃນ​ອິນ​ໂດ​ເນ​ເຊຍ
ເວລາອອກຂ່າວ: 2022-11-30 08:53:13 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 38 | ຄວາມນິຍົມ:



ສຳນັກ​ຂ່າວ​ເອ​ເອັບ​ພີ​ລາຍ​ ງານ​ໃນ​ວັນ​ທີ 28 ພະຈິກ ໃຫ້​ຮູ້​ ວ່າ: ສະພາ​ກາຊາດ​ຂອງ​ສິງກະ ໂປ​ອອກ​ມາ​ປະກາດ​ມອບ​ເງິນ​ຈຳ ນວນ 50.000 ລ້ານ​ໂດ​ລາ​ສະ ຫະລັດ ເພື່ອ​ໃຊ້​ເຂົ້າ​ໃນ​ການ​ຊ່ວຍ ເຫຼືອ​ແກ່​ຜູ້​ປະສົບ​ໄພ​ຈາກ​ເຫດ​ແຜ່ນ​ດິນ​ໄຫວ​ຄັ້ງ​ໃຫຍ່​ທີ່​ປະເທດ​ອິນ​ໂດ​ເນ​ເຊຍ. ເງິນ​ຊ່ວຍເຫຼືອ​ດັ່ງກ່າວ​​ຈະ​ນຳໄປ​ໃຊ້​ເຂົ້າ​ໃນ​ການ​ຊ່ວຍເຫຼືອ​ດ້ານ​ສະບຽງ​ອາຫານ, ນ້ຳ​ດື່ມ, ສ້າງ​ສະຖານທີ່​ພັກ​ເຊົາ ລວມ​ໄປ​ເຖິງ​ວຽກ​ງານ​ດ້ານ​ສຸ​ຂະ​ອະນາ ໄມ. ສະພາ​ກາຊາດ​ຂອງ​ສິງກະ ໂປ​ຍັງ​ຄົງ​ຕິດຕາມ, ປະ​ເມີນ​ສະ ຖານະ​ການ​ຢ່າງ​ຕໍ່​ເນື່ອງ ແລະ ພ້ອມ​ສົ່ງ​ເຈົ້າ​ໜ້າທີ່, ແພດ​ໝໍ​ເຂົ້າ​ໄປ​ພື້ນ​ທີ່​ປະສົບ​ໄພ​ເພື່ອ​ໃຫ້ການ​ຊ່ວຍ ເຫຼືອ​ໃນ​ເບື້ອງ​ຕົ້ນ. ເຫດ​ແຜ່ນ​ດິນ​ໄຫວ​ຄັ້ງ​ດັ່ງກ່າວ​ນີ້ ແມ່ນ​ເກີດ​ຂຶ້ນ​ໃນ​ວັນ​ທີ 21 ພະ ຈິກ ທີ່​ຜ່ານ​ມາ​ທີ່​ແຂວງ​ຊາວາ ຕັ້ງ ​ຢູ່​ທາງ​ພາກ​ຕາເວັນຕົກ​ຂອງ​ປະ ເທດ​ອິນ​ໂດ​ເນ​ເຊຍ ແລະ ໄດ້​ຮັບ​ການ​ລາຍ​ງານ​ຈຳນວນ​ຜູ້​ເສຍ​ຊີວິດ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ຫຼ້າ​ສຸດ​ສຳນັກງານ​ໄພພິບັດ​ແຫ່ງ​ຊາດ ​ອິນ​ໂດ​ເນ​ເຊຍ ໄດ້​ເປີດເຜີຍ​ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ເຫດ ການ​ຄັ້ງ​ນີ້​ແມ່ນ 271 ຄົນ​ແລ້ວ ແລະ ມີ​ຜູ້​ໄດ້​ຮັບ​ບາດເຈັບ​ຫຼາຍ​ກວ່າ 1.000 ຄົນ ແລະ ຍັງ​ສູນຫາຍ​ອີກ 40 ຄົນ. ນອກຈາກ​ນີ້, ເຫດການ​ດັ່ງກ່າວ ​ຍັງ​ເຮັດ​ໃຫ້​ປະຊາຊົນ​ ບໍ່​ມີ​ບ່ອນຢູ່​ອາໄສ​ຫຼາຍ​ກວ່າ 58.000 ຄົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ