ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ​ໃຫຍ່ 497 ປະກາດ​ການແຕ່ງຕັ້ງ​ຂັ້ນ​ນຳພາ-ບັນຊາ
ເວລາອອກຂ່າວ: 2022-11-30 08:34:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 191 | ຄວາມນິຍົມ:



ໃນ​ວັນ​ທີ 24 ພະຈິກ 2022 ​ນີ້, ກອງພັນ​ໃຫຍ່ 497 ໄດ້​ປະກາດ​ການແຕ່ງຕັ້ງ​ຂັ້ນ​ນຳພາ-ບັນຊາ ພະນັກງານ​ຊ່ວຍ​ວຽກ ແລະ ຍົກ​ຂັ້ນ​ເງິນເດືອນ ໃຫ້​ນາຍ​ທະຫານ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ຄຳ​ສຸກ ໄຊ​ມວນ​ສິນ ຫົວໜ້າ​ການ​ທະຫານ ກອງພັນ​ໃຫຍ່ 497, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ​ໃຫຍ່, ພະແນກການ, ກົມ​ກອງ, ພະນັກງານ​ຫຼັກ​ແຫຼ່ງ​ນຳພາ-ບັນຊາ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ວຽງ​ແກ້ວ ບຸນ​ຍະ​ສານ ຫົວໜ້າ​ຂະແໜງ​ພະນັກງານ ກອງພັນ​ໃຫຍ່ 497 ໄດ້ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ການ​ຍົກຂັ້ນ​ ເງິນເດືອນ​ໃຫ້​ນາຍ​ທະຫານ ຢູ່​ກອງພັນ​ໃຫຍ່ 497 ຈຳນວນ 2 ສະຫາຍ​ຄື: ສະຫາຍ ພັນ​ໂທ ພອນ​ໄຊ ບໍ​ລະດົມ ຫົວໜ້າ​ການເມືອງ​ກອງພັນ​ໃຫຍ່​ ແລະ ສະຫາຍ ພັນ​ໂທ ສຸວັນ ມະນີ​ແສງ​ ຮອງ​ຫົວໜ້າ​ການເມືອງ​ກອງພັນ​ໃຫຍ່, ຫົວໜ້າ​ພະແນກການ​ເມືອງ ແລະ ຜ່ານ​ຂໍ້​ຕົກລົງ​ຂອງ​ກອງພັນ​ໃຫຍ່ 497 ວ່າ​ດ້ວຍ​ການ​ແຕ່ງຕັ້ງ, ຍົກຍ້າຍ ພະນັກງານ​ຂັ້ນ​ໝວດ, ຂັ້ນ​ກອງຮ້ອຍ ແລະ ພະນັກງານ​ຊ່ວຍ​ວຽກ, ອີງ​ຕາມ​ກົດໝາຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ (ສະບັບ​ປັບປຸງ) ໃນ​ໝວດ​ທີ IV ມາດຕາ 26 ວ່າ​ດ້ວຍ​ການ​ແຕ່ງຕັ້ງ ຍົກຍ້າຍ​ນາຍ​ທະຫານ, ອີງ​ຕາມທິດ ​ທາງ​ກ່ຽວ​ກັບ​ການ​ປັບປຸງ​ບູລະນະ​ກົງຈັກ​ການຈັດຕັ້ງ ນຳພາ-ບັນຊາ​ໃນ​ກົມ​ກອງ​ໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ, ໜັກ​ແໜ້ນ, ເພື່ອ​ຮັບປະກັນເຮັດ​ສຳເລັດ​ໜ້າທີ່​ການເມືອງ​ ຂອງ​ກົມ​ກອງ. ໃນ​ນີ້, ກອງພັນ​ໃຫຍ່ 497 ຕົກລົງຍົກຍ້າຍສະຫາຍ ພັນ​ຕີ ຄຳ​ດີ ສິງ​ແກ້ວ​ມະນີ ຫົວໜ້າ​ການ​ທະຫານ ກອງຮ້ອຍ 3 ເປັນ​ຫົວໜ້າ​ການ​ທະຫານ ກອງ​​ຮ້ອຍ 1, ສະຫາຍ ພັນ​ຕີ ທອງ​ອິນ ໄຊ​ຍະ​ສິງ ຫົວໜ້າ​ການ​ທະຫານກອງ​​ຮ້ອຍ 2 ເປັນ​ຫົວໜ້າ​ການ​ທະຫານ ກອງຮ້ອຍ 3, ແຕ່ງຕັ້ງສະຫາຍ ພັນ​ຕີ ໂບ້ ຫົງ​ວິໄລ​ພອນ ຮອງຫົວໜ້າ​ການ​ທະຫານ ກອງຮ້ອຍ 2 ເປັນ​ຫົວໜ້າ​ການ​ທະຫານ ກອງຮ້ອຍ 2, ພ້ອມ​ນີ້​ຍັງ​ໄດ້​ແຕ່ງຕັ້ງ, ຍົກຍ້າຍພະນັກງານ ທີ່​ຮຽນ​ຈົບ​ຈາກ​ພາຍ​ໃນ ແລະ ຕ່າງປະເທດ ໄປ​ໃຫ້​ກອງພັນ​ເຄື່ອນທີ່​ໄວ 428 ກອງພັນ​ໃຫຍ່ 497 ແລະ ແຕ່ງຕັ້ງ, ຍົກຍ້າຍ ພະນັກງານ​ຂັ້ນໝູ່ ຢູ່​ກອງຮ້ອຍ​ກຳລັງ​ໄຟ ແລະ ພະນັກງານ​ວິຊາ​ສະເພາະ ຂັ້ນຊ່ວຍວຽກຢູ່​ຂະແໜງການ, ພະແນກການ ແລະ ບາງ​ກົມ​ກອງ​ ຕື່ມ​ອີກ. ໂອກາດ​ດັ່ງກ່າວ, ສະຫາຍພັນ​ເອກ ຄຳ​ສຸກ ໄຊ​ມວນ​ສິນ ເນັ້ນ​ໜັກ​ໃຫ້​ຜູ້​ທີ່​ໄດ້ຮັບ​ແຕ່ງຕັ້ງ​ຄັ້ງ​ນີ້ ຈົ່ງ​ຍົກ​ສູງ​ພາລະ​ບົດບາດໜ້າທີ່ ຄວາມ​ຮັບຜິດຊອບ​ຂອງ​ຕົນ​ໃຫ້​ ສູງ ເພີ່ມ​ທະວີ​ບົດບາດ​ໃນ​ການ​ຊີ້​ນຳ-ນຳພາ, ສຶກ​ສາ​ອົບຮົມ​ການເມືອງ​ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບໃຫ້​ມີຄວາມໜັກແໜ້ນ​ເຂັ້ມແຂງ ມີ​ຮັບຜິດຊອບ​ສູງ​ຕໍ່ໜ້າ​ທີ່​ການເມືອງ​ຂອງ​ຕົນ ເພີ່ມ​ທະວີ​ຄວາມ​ສາມັກຄີ​ພາຍ​ໃນ​ໃຫ້​ເປັນ​ປຶກ​ແຜ່ນ, ເຮັດ​ວຽກ​ງານ​ເປັນ​ໝູ່​ຄະນະ, ແບ່ງ​ວຽກ​ໃຫ້​ບຸກຄົນ​ຮັບຜິດຊອບ​ຢ່າງ​ຈະແຈ້ງ ໄປ​ພ້ອມໆ​ກັບ​ການ​ຍົກ​ລະດັບ​ຄວາມ​ຮູ້ ຄວາມ​ສາມາດ​ຂອງ​ຕົນ​ໃຫ້​ສູງ ເອົາໃຈໃສ່​ຕ້ານ ແລະ ສະກັດ​ກັ້ນ​ ປະກົດ​ການ​ຫຍໍ້ທໍ້​ຕ່າງໆ​ພາຍ​ໃນ​ກົມ​ກອງ, ສືບຕໍ່​ປະຕິບັດ​ຂໍ້​ກຳນົດ 7 ລະບອບ 18 ຂອງ​ກອງທັບ ໃຫ້ເ​​ຂັ້ມ​ງວດ, ເພື່ອ​ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່ ທີ່​ໄດ້​ຮັບ​ມອບ​ໜາຍ. ໂດຍ: ເປີ້ນ ແສງ​ຄຳ​ມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ