ກອງພັນໃຫຍ່ 497 ປະກາດການແຕ່ງຕັ້ງຂັ້ນນຳພາ-ບັນຊາ
ເວລາອອກຂ່າວ: 2022-11-30 08:34:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 198 | ຄວາມນິຍົມ:
ໃນວັນທີ 24 ພະຈິກ 2022 ນີ້, ກອງພັນໃຫຍ່ 497 ໄດ້ປະກາດການແຕ່ງຕັ້ງຂັ້ນນຳພາ-ບັນຊາ ພະນັກງານຊ່ວຍວຽກ ແລະ ຍົກຂັ້ນເງິນເດືອນ ໃຫ້ນາຍທະຫານ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳສຸກ ໄຊມວນສິນ ຫົວໜ້າການທະຫານ ກອງພັນໃຫຍ່ 497, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, ພະແນກການ, ກົມກອງ, ພະນັກງານຫຼັກແຫຼ່ງນຳພາ-ບັນຊາເຂົ້າຮ່ວມ.
ສະຫາຍ ພັນໂທ ວຽງແກ້ວ ບຸນຍະສານ ຫົວໜ້າຂະແໜງພະນັກງານ ກອງພັນໃຫຍ່ 497 ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຍົກຂັ້ນ
ເງິນເດືອນໃຫ້ນາຍທະຫານ ຢູ່ກອງພັນໃຫຍ່ 497 ຈຳນວນ 2 ສະຫາຍຄື: ສະຫາຍ ພັນໂທ ພອນໄຊ ບໍລະດົມ ຫົວໜ້າການເມືອງກອງພັນໃຫຍ່ ແລະ ສະຫາຍ ພັນໂທ ສຸວັນ ມະນີແສງ ຮອງຫົວໜ້າການເມືອງກອງພັນໃຫຍ່, ຫົວໜ້າພະແນກການເມືອງ ແລະ ຜ່ານຂໍ້ຕົກລົງຂອງກອງພັນໃຫຍ່ 497 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍ ພະນັກງານຂັ້ນໝວດ, ຂັ້ນກອງຮ້ອຍ ແລະ ພະນັກງານຊ່ວຍວຽກ,
ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນໝວດທີ IV ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ ຍົກຍ້າຍນາຍທະຫານ, ອີງຕາມທິດ
ທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງ ນຳພາ-ບັນຊາໃນກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ, ໜັກແໜ້ນ, ເພື່ອຮັບປະກັນເຮັດສຳເລັດໜ້າທີ່ການເມືອງ
ຂອງກົມກອງ. ໃນນີ້, ກອງພັນໃຫຍ່ 497 ຕົກລົງຍົກຍ້າຍສະຫາຍ ພັນຕີ ຄຳດີ ສິງແກ້ວມະນີ ຫົວໜ້າການທະຫານ ກອງຮ້ອຍ 3 ເປັນຫົວໜ້າການທະຫານ ກອງຮ້ອຍ 1, ສະຫາຍ ພັນຕີ ທອງອິນ ໄຊຍະສິງ ຫົວໜ້າການທະຫານກອງຮ້ອຍ 2 ເປັນຫົວໜ້າການທະຫານ ກອງຮ້ອຍ 3, ແຕ່ງຕັ້ງສະຫາຍ ພັນຕີ ໂບ້ ຫົງວິໄລພອນ ຮອງຫົວໜ້າການທະຫານ ກອງຮ້ອຍ 2 ເປັນຫົວໜ້າການທະຫານ
ກອງຮ້ອຍ 2, ພ້ອມນີ້ຍັງໄດ້ແຕ່ງຕັ້ງ, ຍົກຍ້າຍພະນັກງານ ທີ່ຮຽນຈົບຈາກພາຍໃນ ແລະ ຕ່າງປະເທດ ໄປໃຫ້ກອງພັນເຄື່ອນທີ່ໄວ 428 ກອງພັນໃຫຍ່ 497 ແລະ
ແຕ່ງຕັ້ງ, ຍົກຍ້າຍ ພະນັກງານຂັ້ນໝູ່ ຢູ່ກອງຮ້ອຍກຳລັງໄຟ ແລະ ພະນັກງານວິຊາສະເພາະ ຂັ້ນຊ່ວຍວຽກຢູ່ຂະແໜງການ, ພະແນກການ ແລະ ບາງກົມກອງ
ຕື່ມອີກ.
ໂອກາດດັ່ງກ່າວ, ສະຫາຍພັນເອກ ຄຳສຸກ ໄຊມວນສິນ ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບແຕ່ງຕັ້ງຄັ້ງນີ້ ຈົ່ງຍົກສູງພາລະບົດບາດໜ້າທີ່ ຄວາມຮັບຜິດຊອບຂອງຕົນໃຫ້
ສູງ ເພີ່ມທະວີບົດບາດໃນການຊີ້ນຳ-ນຳພາ, ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ມີຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ເຮັດວຽກງານເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ ໄປພ້ອມໆກັບການຍົກລະດັບຄວາມຮູ້ ຄວາມສາມາດຂອງຕົນໃຫ້ສູງ ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນ
ປະກົດການຫຍໍ້ທໍ້ຕ່າງໆພາຍໃນກົມກອງ, ສືບຕໍ່ປະຕິບັດຂໍ້ກຳນົດ 7 ລະບອບ 18 ຂອງກອງທັບ ໃຫ້ເຂັ້ມງວດ, ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໜາຍ.
ໂດຍ: ເປີ້ນ ແສງຄຳມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ