ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງຫຼວງພະບາງ-ເຊີນລາ ແລກປ່ຽນສະພາບການ ປະຈຳປີ 2022
ເວລາອອກຂ່າວ: 2022-11-30 08:32:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 170 | ຄວາມນິຍົມ:



ໃນລະຫວ່າງ​ວັນ​ທີ 12-16 ພະຈິກ 2022, ຜ່ານ​ມາ​ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ພະ​ບາງ, ນຳ​ໂດຍ ສະຫາຍ ພັນ​ເອກ ສີ​ວິ​ໄຊ ເພັງ​ສັນຕິ​ສຸກ ຫົວໜ້າ​ການເມືອງ​ ກອງ​ບັນຊາ​ການ​ທະຫານ​ແຂວງ ພ້ອມ​ດ້ວຍ​ຄະນະ ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພົບ​ປະ​ແລກປ່ຽນ​ສະພາບ ແລະ ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ ປະຈຳ​ປີ 2022 ກັບກອງ​ບັນຊາ​ການ​ທະຫານ​ແຂວງ​ເຊິນ​ລາ ແຫ່ງ ສສ ຫວຽດນາມ, ເຊິ່ງ​ມີ ສະຫາຍ ພັນເອກ ດ່າວ​ຫງອກ​ເຟືອງ ຫົວໜ້າ​ການເມືອງ ​ກອງ​ບັນຊາ​ການ​ທະຫານ​ແຂວງເຊິນ​ລາ ພ້ອມ​ດ້ວຍ​ຄະນະ ໃຫ້ການ​ຕ້ອນຮັບ​ຢ່າງ​ອົບອຸ່ນ. ກອງ​ປະຊຸມ​ພົບ​ປະ​ແລກປ່ຽນ​ສະພາບ ແລະ ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ ປະຈຳ​ປີ 2022 ທັງ​ສອງ​ຝ່າຍ​ໄດ້​ຕີ​ລາຄາ​ຜົນ​ໄດ້​ຮັບ​ຂອງ​ການ​ຮ່ວມ​ມື ປະສານ​ສົມທົບ ໂດຍ ​ປະຕິບັດ​ຕາມ​ທິດ​ນຳ ຊີ້​ນຳ ຂອງ​ສອງ​ພັກ, ສອງ​ລັດ ກໍຄື​ກະຊວງ​ປ້ອງ​ກັນ​ປະເທດ ແລະ ການ​ນຳ​ຂອງ​ທັງ​ສອງ​ແຂວງ. ໃນ​ປີ 2022 ຜ່ານ​ມາ. ເຊິ່ງ​ຍາມ​ໃດ​ພະນັກ ງານ-ນັກຮົບ ຂອງ​ກຳລັງ​ປະກອບ​ອາວຸດ​ຂອງ​ສອງ​ແຂວງ ໄດ້​ຍົກ​ສູງ​ນໍ້າໃຈ​ເພີ່ມ​ທະວີ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ມິດຕະພາບ​ແບບ​ພິເສດ ມີ​ຄວາມ​ເຂົ້າໃຈ​ເຊື່ອ​ໝັ້ນ​ເຊິ່ງ​ກັນ ແລະ ກັນ ໄດ້​ຈັດ​ຕັ້ງ​ປະຕິບັດ​ຂໍ້​ກຳນົດ​ຢ່າງ​ເຂັ້ມ​ງວດ ຕາມ​ເນື້ອ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ທີ່​ໄດ້​ລົງ​ນາມ​​ນຳ​ກັນ​ໃນ​ຊຸມ​ປີຜ່ານມາ, ຂອງ​ກອງ​ບັນຊາ​ການ​ທະຫານທັງ​ສອງ​ແຂວງ ໂດຍ​ສະເພາະ​ແມ່ນ​ການເຄື່ອນໄຫວ​ປະສານ​ສົມທົບແລກປ່ຽນ​ຂໍ້​ມູນ​ຂ່າວສານ ແລະ ເປັນ​ເຈົ້າ​ການ​ແຈ້ງ​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ສະພາບ​ການເຄື່ອນໄຫວ​ຂອງ​ກຸ່ມ​ຄົນ​ບໍ່​ດີ, ປະສານ​ສົມທົບ​ນຳ​ກັນ​ໃນ​ການ​ແກ້​ໄຂ​ບັນຫາ​ສັບສົນ​ຢູ່​ຂອບ​ເຂດ​ຊາຍ​ແດນ ພິເສດ​ແມ່ນ​ການເຂົ້າ-ອອກ ​ຊາຍ​ແດນ​ຜິດ​ກົດໝາຍ, ການ​ເຄື່ອນ​ຍ້າຍ​ຕັ້ງ​ພູມລຳເນົາ ​ແບບ​ຊະຊາຍ, ການ​ຄ້າຂາຍ​ເຖື່ອນ, ການ​ຂົນສົ່ງ​ທາດ​ສິ່ງ​ເສບ​ຕິດ​ຂ້າມ​ຊາຍ​ແດນ ເປັນ​ເສນາ​ທິ​ການ​ໃຫ້​ແກ່​ຄະນະ​ພັກ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ ຢູ່​ສອງ​ຝັ່ງ ​ຊາຍ​ແດນ ເຮັດ​ວຽກ​ງານ​ໂຄສະນາ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ມະຫາຊົນ, ປະຊາຊົນ ປະຕິບັດ​ບັນດາ​ຂໍ້​ກຳນົດ​ກົດ​ລະບຽບ​ຊາຍ​ແດນ ຍົກ​ສູງ​ຄວາມ​ຮັບຜິດຊອບ​ໃນ​ການ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ ​ລາວ-ຫວຽດນາມ ໃຫ້​ມີ​ສະຖຽນ​ລະ​ພາບ, ສືບຕໍ່​ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ໃຫ້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ. ໂອກາດ​ດຽວ​ກັນ​ນີ້, ຄະນະ​ທັງ​ສອງ​ຝ່າຍ​ກໍ​ໄດ້​ລົງ​ນາມບົດ​ບັນທຶກ​ຊ່ວຍ​ຈຳ ແລະ ພ້ອມ​ທັງ​ມອບ​ຂອງ​ທີ​ລະນຶກ​ໃຫ້​ເຊິ່ງ​ກັນ ແລະ ກັນ ​ຕື່ມ​ອີກ. ໂດຍ: ບຸນ​ເພັງ ວົງ​ແກ້ວ​ມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ