ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຊຸກຍູ້​ບັນດາ​ໂຄງການ​ກໍ່ສ້າງ​ຢູ່ ກອງພັນ 207
ເວລາອອກຂ່າວ: 2022-11-28 10:15:38 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 152 | ຄວາມນິຍົມ:



ວັນ​ທີ 21 ພະຈິກ 2022 ນີ້, ສະຫາຍ ພົນ​ຕີ ຄຳ​ເພັດ ສີ​ຊາ​ນົນ ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກອງທັບ ແລະ ສະຫາຍ ພົນ​ຈັດຕະວາ ຄອນ​ສະຫວັນ ມິ່ງ​ຈຳປາ ​ບານ ຮອງ​ຫົວໜ້າ​ກົມ​ໃຫຍ່​ເຕັກນິກ​ກອງທັບ ​ພ້ອມ​ດ້ວຍ​ຄະນະ​ວິຊາ​ການ ໄດ້​ລົງ​ຊຸກຍູ້​ບັນດາ​ໂຄງການ​ກໍ່ສ້າງ​ຢູ່​ກອງພັນ 207 ທີ່​ຂຶ້ນ​ກັບ​ກອງ​ບັນຊາ​ການ​ທະຫານ​ແຂວງ​​ສະຫວັນ​ນະ​ເຂດ. ໃນ​ນັ້ນ, ໄດ້​ລົງ​ກວດກາ​ຕົວ​ຈິງ​ບັນດາ​ໂຄງການ​ກໍ່ສ້າງ​ລວມ​ມີ​ເດີ່ນ​ສວນສະໜາມ, ຫ້ອງການ, ສະ​ໜານ​ຫັດ​ແອບ​ການ​ທະຫານ, ເຮືອນນອນ ແລະ ເສັ້ນທາງ​ອ້ອມ​ຄ້າຍຂອງ​ກອງພັນ​ດັ່ງກ່າວ. ໃນ​ໂອກາດ​ນີ້, ບັນດາ​ສະຫາຍ​ຕາງ​ໜ້າຄະນະ​ຮັບຜິດຊອບ​ແຕ່​ລະ​ໂຄງການ​ກໍ່ສ້າງ ໄດ້​ລາຍ​ງານໃຫ້​ຊາບ​ການ​ປະຕິບັດ​ແຜນການ​ກໍ່ສ້າງ​ຂອງ​ຕົນ​ໃນ​ໄລຍະ​ຜ່ານ​ມາ, ສຳລັບ​ໂຄງການ​ກໍ່ສ້າງ​ເດີ່ນ​ສວນສະໜາມ ​ສຳເລັດ​ແລ້ວປະມານ 65%, ໂຄງການ​ກໍ່ສ້າງ​ສະ​ໜານ ​ຫັດ​ແອບ​ການ​ທະຫານ ສຳເລັດ​ແລ້ວ​ປະມານ 80%, ໂຄງການ​ກໍ່ສ້າງ​ເຮືອນນອນ ສຳເລັດ​ແລ້ວ​ປະມານ 80%, ໂຄງການ​ກໍ່ສ້າງ​ເສັ້ນທາງ​ອ້ອມ​ຄ້າຍ ສຳເລັດ​ແລ້ວ​ປະມານ 80% ແລະ ໂຄງການ​ກໍ່ສ້າງ​ຫ້ອງການ ແມ່ນ​ຢູ່​ໃນ​ໄລ ຍະ​ກະກຽມ​ການ​ກໍ່ສ້າງ ລວມ​ມູນ​ ຄ່າ​ການ​ກໍ່ສ້າງ​ທັງ​ໝົດ 1,7 ຕື້​ກີບ. ຈາກ​ນັ້ນ, ສະຫາຍ ຫົວໜ້າ​ກົມ​ ໃຫຍ່​ພະລາທິການ​ກອງທັບ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ​ຕໍ່​ຄະນະ​ຮັບຜິດຊອບ​ແຕ່​ລະ​ໂຄງການ, ພ້ອມ​ທັງເນັ້ນໜັກໃຫ້ສືບຕໍ່ປະຕິບັດ​ໂຄງ ການ​ກໍ່ສ້າງ​ຂອງ​ກົມ​ກອງ​ດັ່ງກ່າວ ເຖິງ​ວ່າ​ຈະ​ພົບຂໍ້​ຫຍຸ້ງຍາກ​ກໍ​ຕ້ອງ​ໄດ້ພ້ອມ​ກັນ​ປະຕິບັດ​ໃຫ້​ປະ ສົບ​ຜົນສຳເລັດ​ຕາມ​ຄາດໝາຍ​ທີ່​ວາງ​ໄວ້. ໂດຍ: ຄຳ​ໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ