ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເປີດການຊ້ອມຮົບຮ່ວມລາວ-ຣັດເຊຍ “ລາໂຣ໌ສ 2022”
ເວລາອອກຂ່າວ: 2022-11-27 15:38:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 161 | ຄວາມນິຍົມ:



ໃນຕອນເຊົ້າວັນທີ 27 ພະຈິກ 2022 ນີ້, ຄະນະຮັບຜິດຊອບການການຊ້ອມຮົບຮ່ວມລາວ-ຣັດເຊຍ “ລາໂຣ໌ສ 2022” ໄດ້ຈັດພິທີເປີດການຊ້ອມຮົບຮ່ວມລາວ-ຣັດເຊຍ “ລາໂຣ໌ສ 2022” ຂື້ນຢ່າງເປັນທາງການ, ພາຍໃຕ້ຄໍາຂັວນ “ຄຽງບ່າຄຽງໄຫຼ່ຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງ” ຢູ່ທີ່ແຂວງຊຽງຂວາງ, ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຮອງຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມລາວ-ຣັດເຊຍ “ລາໂຣ໌ສ 2022” , ມີສະຫາຍ ພົນຈັດຕະວາ ວາລາດີເມຍ ກູລີກົບ ຮອງຜູ້ບັນຊາການແມ່ທັບ 11 ທະຫານເຂດ-ຕາເວັນອອກ ກອງທັບສະຫາພັນຣັດເຊຍ ຫົວໜ້າຄະນະຊີ້ນໍາຊ້ອມຮົບຮ່ວມ ຣັດເຊຍ-ລາວ “ລາໂຣ໌ສ 2022”, ມີຄະນະຮັບຜິດຊອບຊີ້ນຳຝ່າຍລາວ-ຣັດເຊຍ, ພ້ອມດ້ວຍນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ແລະ ກອງທັບ ສ.ລັດເຊຍເຂົ້າຮ່ວມ. ໂອກາດນີ້ ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ກ່າວວ່າ: ການເຄື່ອນໄຫວຊ້ອມຣົບ “ລາໂຣດ 2022” ຈັດຂຶ້ນຢູ່ທີ່ ສປປ ລາວ ຄັ້ງນີ້ ໂດຍມີຈຸດປະສົງແນໃສ່ ເສີມຂະຫຍາຍສາຍພົວພັນມີດຕະພາບການຮ່ວມມື ລະຫວ່າງສອງຊາດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ, ຣັດເຊຍ-ລາວ, ໃຫ້ນັບມື້ເພີ່ມທະວີຄວາມໜັກແໜ້ນໝັ້ນຄົງທະນົງແກ່ນຍິ່ງໆຂຶ້ນ. ໂດຍສະເພາະແມ່ນການຮ່ວມມືດ້ານການທະຫານ, ສ້າງຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ ແລະ ເພີ້ມທະວີການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນໂຂງເຂດວຽກງານປ້ອງກັນຊາດ, ຍົກສູງບົດບາດອະທິປະໄຕສ້າງຄວາມເຂັ້ມແຂງໝັ້ນຄົງ ໃຫ້ແກ່ສອງປະເທດຢູ່ໃນຂົງເຂດພາກພື້ນ ເອີຣົບ-ອາຊີ ແລະ ໃນໂລກ ໂດຍສະເພາະແມ່ນຄວາມໝັ້ນຄົງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະນັ້ນການຊ້ອມຮົບ “ລາໂຣ໌ສ 2022” ແມ່ນມີຄວາມຈຳເປັນ ແລະ ສຳຄັນຢ່າງຍິ່ງ ເປັນການຍົກລະດັບ ການພັດທະນາກຳລັງ ເພີ່ມທະວີຄວາມເຂັ້ມແຂງ - ຮອບດ້ານໃຫ້ແກ່ກອງທັບປະຊາຊົນລາວກ້າວຂື້ນຕາມທິດສ້າງກອງທັບປະຊາຊົນລາວໃຫ້ກາຍເປັນກອງທັບທີ່ມີແບບແຜນທັນສະໄໝ. ໃນໂອກາດດຽວກັນນີ້ ສະຫາຍ ພົນຈັດຕະວາ ວາລາດີເມຍ ກູລີກົບ ກໍ່ໄດ້ກ່າວວ່າ: ການຊ້ອມຮົບຮ່ວມລາວ-ຣັດເຊຍ “ລາໂຣ໌ສ 2022” ເປັນການເສີມຂະຫຍາຍການພົວພັນຮ່ວມມືທາງດ້ານການທະຫານລະຫວ່າງສອງກອງທັບ ລາວ-ຣັດເຊຍທີ່ມີແຕ່ດົນນານມານັ້ນ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ສືບຕໍ່ຮ່ວມມືກັນແກ້ໄຂບັນຫາສາກົນ ແລະ ສັນຕິພາບຢູ່ໃນພາກພື້ນ. ນອກຈາກການເຄື່ອນໄຫວຫັດແອບ ແລະ ຊ້ອມຮົບຮ່ວມລົດຕັງຍານເກາະລາວ-ລັດເຊຍໃນຄັ້ງນີ້ແລ້ວ, ສອງກອງທັບລາວ-ຣັດເຊຍ ຍັງຈະໄດ້ເຄື່ອນໄຫວກິດຈະກຳຮ່ວມກັນ, ເປັນຕົ້ນແມ່ນການແລກປ່ຽນ ວັດທະນະທຳ, ສິນລະປະ-ວັນນະຄະດີ, ກິລາ ແລະ ອື່ນໆ ຮ່ວມກັນ ໃນຮູບແບບ "ສາມັກຄີມິດຕະພາບເຊິ່ງກັນ ແລະ ກັນ" ລະຫວ່າງສອງກອງທັບລາວ-ຣັດເຊຍ ຕະຫລອດຮອດການດຳລົງຊີວິດປະຈຳວັນ, ການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນພາສາ ໃຫ້ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງນາຍ-ພົນທະຫານ ສອງກອງທັບ ລາວ-ຣັດເຊຍ, ຣັດເຊຍ-ລາວ ໃຫ້ມີຄວາມສຳພັນ ແລະ ເຂົ້າໃຈກັນເລິກເຊິ່ງ, ບົນຈິດໃຈເພີ່ມພູມຄູນສ້າງ ແລະ ສົ່ງເສີມສາຍສໍາພັນໄມຕີຈິດຂອງ ສອງຊາດລາວ-ຣັດເຊຍ, ຣັດເຊຍ-ລາວ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ. ການຊ້ອມຮົບຮ່ວມລາວ-ຣັດເຊຍ “ລາໂຣ໌ສ 2022” ຈະໄດ້ດຳເນີນໄປເປັນເວລາ 10 ວັນ ແຕ່ວັນທີ 25 ພະຈິກ-05 ທັນວາ ຈິ່ງຈະສໍາເລັດ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ