

![]()
ເສດຖະກິດເມືອງທ່າພະບາດ ຂະຫຍາຍຕົວຢູ່ໃນລະດັບ 5,6%
ເວລາອອກຂ່າວ: 2022-11-25 09:05:33 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 339636372 | ຄວາມນິຍົມ:
ໃນໄລຍະ 1 ປີຜ່ານມາ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມຂອງອົງຄະນະພັກວາງອອກດ້ວຍຄວາມຮັບຜິດຊອບສູງ ເຊັ່ນ: ປັບປຸງຂົງເຂດ ປກຊ-ປກສ, ວຽກງານຂົງເຂດເສດຖະກິດ- ສັງຄົມ, ຄຽງຄູ່ກັບການປັບປຸງກໍ່ສ້າງພັກ ອັນໄດ້ເຮັດໃຫ້ເມືອງມີຄວາມສະຫງົບໂດຍພື້ນຖານ ເສດຖະກິດມີການຂະຫຍາຍໂຕຢ່າງຕໍ່ເນື່ອງ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍເທື່ອລະກ້າວ ບັນດາຜົນງານທີ່ພົ້ນເດັ່ນສະແດງອອກປີ 2022 ນີ້: ວຽກງານປ້ອງກັນຊາດ ສ້າງບ້ານປ້ອງກັນຊາດເຂັ້ມແຂງ ໄດ້ 12 ບ້ານ, ສ້າງບ້ານປ້ອງກັນສະຫງົບໄດ້ດີ 10 ບ້ານ, ວຽກງານການພັດທະນາເສດຖະກິດ: ເສດຖະ ກິດຂອງເມືອງຂະຫຍາຍຕົວຢູ່ໃນລະດັບ 5,6% ຕໍ່ປີ ສະເລ່ຍລາຍຮັບໃສ່ຫົວຄົນໄດ້ 1.201 ໂດລາ ມີການລົງທຶນມູນຄ່າທັງໝົດ 160,24 ຕື້ກີບ, ໃນນັ້ນ ທຶນຈາກງົບປະມານຂອງລັດມູນຄ່າ 3,83 ຕື້ກີບ, ທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດມູນ
ຄ່າ 145,14 ຕື້ກີບ, ທຶນຊ່ວຍເຫຼືອເພື່ອການພັດທະນາ (ODA) ມູນຄ່າ 282 ລ້ານກີບ ການລົງ ທຶນຂອງທະນາຄານ 10,93 ຕື້ກີບ, ວຽກງານປູກຝັງ: ການຜະ ລິດພືດລະດູແລ້ງປະຕິບັດໄດ້ 811 ເຮັກຕາ ສະມັດຖະພາບ 7,5 ໂຕນຕໍ່ເຮັກຕາ, ຜົນຜະລິດ 6.082 ໂຕນ, ການຜະລິດເຂົ້າ ນາແຊງປະຕິບັດໄດ້ 976 ເຮັກ ຕາ ສະມັດຖະພາບ 4 ໂຕນຕໍ່ເຮັກ ຕາ ຜົນຜະລິດ 3.904 ໂຕນ, ວຽກອຸດສາຫະກຳ ແລະ ການຄ້າ: ສົ່ງເສີມການຜະລິດສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ 6 ກຸ່ມ ລວມມູນຄ່າຈຳໜ່າຍ 3 ຕື້ກວ່າກີບ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 8,47%. ວຽກງານໂຍທາທິການ ແລະ ຂົນ ສົ່ງ: ຕິດຕາມການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນບ້ານພະໂພນສັນ, ສຳເລັດໂຄງການສ້ອມແປງທາງ ຊອຍເທສະບານເມືອງຍາວ 770 ແມັດ, ກວ້າງ 5 ແມັດ ມູນຄ່າ 200 ລ້ານກີບ (ຮ່ວງກອງທຶນທາງ), ລົງສຳຫຼວດ ແລະ ປະເມີນມູນຄ່າຂອງໂຄງການກໍ່
ສ້າງທາງເບຕົງ ແຕ່ເສັ້ນທາງ 5.354 ຫາບ້ານຫາດໄຄ້ ຄວາມຍາວ 3,5 ກິໂລແມັດ ກວ້າງ 7 ແມັດ, ລະດົມທຶນກໍ່ສ້າງທາງເບ
ຕົງເສີມເຫຼັກເຂົ້າແຫຼ່ງທ່ອງທ່ຽວ ວັດໂພນສັນນາຄານິມິດ ຄວາມ ຍາວ 2.000 ແມັດ, ມູນຄ່າກໍ່ ສ້າງ 1,28 ກີບ ໃນນັ້ນ ທຶນ ລະດົມຈາກປະຊາຊົນ, ພະນັກ
ງານ, ທະຫານ, ຕຳຫຼວດ, ທຸລະກິດຫ້າງຮ້ານ 300 ລ້ານກີບ, ທຶນ ຂອງອົງການສາສະໜາ 900 ລ້ານກວ່າປີ, ລະດົມທຶນກໍ່ສ້າງກັນ
ເຈື່ອນສິມໂພນສັນ 400 ລ້ານກວ່າກີບ, ລະດົມທຶນຊື້ດອກໄຟເຍືອງທາງພະລັງງານແສງຕາ ເວັນ ຕິດຕັ້ງໃນຂອບເຂດເທສະ ບານ 100 ລ້ານກວ່າກີບ, ເມືອງທ່າພະບາດມີຄວາມທຸກຍາກ 25 ຄອບຄົວ, ເປັນຕົ້ນແມ່ນມາດຖານທີ່ຢູ່ອາໄສ ປີ 2022 ສາມາດແກ້ໄຂໄດ້ 22 ຄອບຄົວ, ປັດຈຸບັນ 3 ຄອບຄົວທີ່ຈະຕ້ອງໄດ້ສືບຕໍ່ແກ້ ໄຂໃຫ້ສຳເລັດໃນປີ 2023, ມາ ຮອດທ້າຍປີ 2022 ບັນດາບ້ານ ພາຍໃນເມືອງໄດ້ມີການສ້າງ ທາງຮ່ອມທາງຊອຍດ້ວຍເບຕົງ ເສີມເຫຼັກໂດຍທຶນຂອງປະຊາຊົນ ຈຳນວນ 5 ບ້ານຄື: ບ້ານທ່າບົກ, ບ້ານປ່າໄລ່, ບ້ານຫາດໄຄ້, ບ້ານ ທວາຍ ແລະ ບ້ານປາກທວາຍ.

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ