ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານ ກົດໝາຍທົ່ວກອງທັບ ຄັ້ງທີ I
ເວລາອອກຂ່າວ: 2022-11-25 08:57:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 339 | ຄວາມນິຍົມ:
ໃນວັນທີ 24 ພະຈິກ 2022 ນີ້, ກົມກົດໝາຍກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານກົດໝາຍທົ່ວກອງທັບ ຄັ້ງທີ I ຂຶ້ນຢູ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ. ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະ ນຳກະຊວງ, ຄະນະນຳກົມໃຫຍ່, ຫ້ອງວ່າການກະຊວງ, ບັນດາກົມກອງອ້ອມຂ້າງ, ພະນັກງານ-ນັກຮົບທົ່ວກົມກົດໝາຍເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ກັນທອງ ສຸກເລືອງຄຳ ຫົວໜ້າກົມກົດໝາຍໄດ້ຂຶ້ນຜ່ານບົດສະຫຼຸບວຽກງານກົດໝາຍ 5 ປີ ຜ່ານມາ ແລະ ທິດທາງແຜນການ 5 ປີ ຕໍ່ໜ້າວ່າໃນໄລຍະຜ່ານມາກົມກົດໝາຍໄດ້ມີຜົນສຳເລັດຫຼາຍດ້ານໂດຍສະເພາະການສ້າງ, ການປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍຍ້ອນໄດ້ຮັບການນຳພາຊີ້ນຳໂດຍກົງຮອບດ້ານຈາກຄະນະນຳກະຊວງປ້ອງກັນປະເທດ ແລະ ຫ້ອງວ່າການກະ ຊວງໄດ້ພົວພັນປະສານສົມທົບ ຢ່າງສະໜິດແໜ້ນກັບກົມວິຊາ ການ ແລະ ພາກສ່ວນທີ່ກ່ຽວຂ້ອງ, ໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບສ້າງນິຕິກຳ ແລະ ງົບປະມານຮັບໃຊ້ຈຶ່ງເຮັດວຽກ ງານດັ່ງກ່າວສຳເລັດຕາມຈຸດປະ ສົງ ແລະ ຄາດໝາຍທີ່ວາງໄວ້. ວຽກງານກົດໝາຍຢູ່ໃນກອງທັບແມ່ນວຽກງານວິຊາສະເພາະໜຶ່ງ ທີ່ສຳຄັນເຮັດໜ້າທີ່ເປັນເສນາທິການໃນການຄົ້ນຄ້ວາ, ສ້າງ, ປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍໃນຂົງເຂດວຽກງານປ້ອງກັນຊາດ, ກວດກາຄວາມສອດຄ່ອງທາງດ້ານກົດໝາຍ ແລະ ປະເມີນຜົນກະທົບກ່ຽວກັບຮ່າງນິຕິກຳຕ່າງໆຂອງກຳ ລັງຫຼວງ ແລະ ກຳລັງທ້ອງຖິ່ນ ໂຄສະນາເຜີຍແຜ່ກົດໝາຍສ້າງສະຕິ, ເຄົາລົບ ແລະ ປະຕິບັດກົດໝາຍໃຫ້ພະນັກງານ-ນັກຮົບ ໃນທົ່ວກອງທັບ ແລະ ປະຕິບັດຕາມຄຳຕັດສິນຂອງສານໃນການຈັດຕັ້ງປະຕິບັດຄຳສັ່ງ, ຄຳຊີ້ຂາດ, ຄຳຕັດສິນ ແລະ ຄຳພິ ພາກສາຂອງສານທະຫານທີ່ໃຊ້ໄດ້ຢ່າງເດັດຂາດເພື່ອຟຶ້ນຟູສິດ ແລະ ຜົນປະໂຫຍດອັນຊອບທຳຂອງນາຍ ແລະ ພົນທະຫານ, ຂອງລັດ, ລວມໝູ່ ແລະ ພົນລະເມືອງ, ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ ແລະ ຍຸຕິທຳໃນທົ່ວກອງທັບ ກໍຄືຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ. ໃນໄລຍະຜ່ານມາໄດ້ຄົ້ນຄວ້າ, ເກັບກຳຂໍ້ມູນ, ປະກອບຄຳເຫັນໃສ່ຮ່າງນິຕິກຳ ແລະ ກົດໝາຍຕາມການ ມອບໝາຍຂອງຂັ້ນເທິງໂດຍ ສະເພາະການຄົ້ນຄວ້າສ້າງ ແລະ ປັບປຸງກົດໝາຍ, ນິຕິກຳລຸ່ມກົດໝາຍໃນຂົງເຂດປ້ອງກັນຊາດທັງໝົດຈຳນວນ 146 ສະບັບ, ຄົ້ນຄວ້າປະກອບຄຳເຫັນໃສ່ບັນດາສັນຍາຮ່ວມມື ແລະ ສັນຍາຮ່ວມທຸລະກິດລະຫວ່າງກະຊວງປ້ອງກັນປະເທດກັບບັນດາປະເທດເພື່ອນຍຸດທະສາດຈຳນວນ 23 ສະບັບ, ຄົ້ນຄວ້າໄກ່ເກັ່ຍ, ແກ້ໄຂຄຳຮ້ອງທຸກຕາມການມອບໝາຍຂອງກະຊວງປ້ອງກັນປະເທດຈຳນວນ 37 ເລື່ອງ ສາມາດແກ້ໄຂສຳເລັດແລ້ວ 30 ເລື່ອງ. ຄົ້ນຄວ້າ, ເກັບກຳຂໍ້ມູນກ່ຽວກັບການອອກນິຕິກຳລຸ່ມກົດໝາຍໃນຂົງເຂດປ້ອງກັນຊາດທີ່ກົດໝາຍກຳນົດໃຫ້ມີລະບຽບການສະເພາະຕ່າງຫາກ ແລະ ລາຍງານການຈັດ ຕັ້ງປະຕິບັດກົດໝາຍໃນຂົງເຂດຄວາມຮັບຜິດຊອບຂອງກະຊວງປ້ອງກັນປະເທດ, ເພື່ອລາຍງານໃຫ້ກຳມາທິການ ປກຊ-ປກສ, ກອງເລຂາສະພາແຫ່ງຊາດ, ກົມກົດໝາຍກະຊວງຍຸຕິທຳ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ເຂົ້າຮ່ວມຕິດ ຕາມກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ຊຸດທີ 8, ຄົ້ນຄວ້າ ແລະ ຕອບຄຳຖາມແກ້ໄຂຂໍ້ຂ້ອງໃຈຂອງປະຊາຊົນຈາກ ສາຍດ່ວນສະພາແຫ່ງຊາດ ຈຳ ນວນ 25 ເລື່ອງ, ເຂົ້າຮ່ວມປຶກສາຫາລືໜ່ວຍງານວິຊາການເພື່ອປະສານງານ ແລະ ຄົ້ນຄວ້າບົດລາຍງານກ່ຽວກັບການປະເມີນຄວາມສ່ຽງໃນລະດັບຊາດກ່ຽວກັບການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຈຳນວນ 35 ຄັ້ງ, ໄດ້ປະສານສົມທົບກັບບັນນາທິການ ໜັງສືພິມ, ວາລະສານປ້ອງກັນ ຊາດ ແລະ ວິທະຍຸ-ໂທລະພາບ ກອງທັບຈັດຕັ້ງໂຄສະນາເຜີຍແຜ່ກົດໝາຍທາງສື່ມວນຊົນ ໂດຍສະເພາະໄດ້ເປີດຄໍລຳຮຽນຮູ້ກົດໝາຍ ເພື່ອພັດທະນາກອງທັບລົງໃນໜ້າໜັງສືພິມກອງທັບ, ຂຽນບົດລົງວາລະສານປ້ອງກັນຊາດ ຈຳນວນ 20 ບົດ, ລົງວາລະສານວິທະຍາສາດ-ປະຫວັດສາດການທະຫານຈຳນວນ 10 ບົດ, ລົງໃນໜ້າໜັງສືພິມກອງທັບ ຈຳນວນ 192 ສະບັບ. ໃນ 5 ປີຜ່ານມາໄດ້ຮັບ ແລະ ຄົ້ນຄວ້າສຳນວນຄະດີທັງໝົດ 296 ເລື່ອງ, ໃນນີ້ສາມາດປະຕິບັດສຳເລັດ ແລະ ອອກຄຳສັ່ງປິດສຳນວນຄະດີ 66 ເລື່ອງ, ຄະດີທີ່ພວມຈັດຕັ້ງປະຕິບັດ ຈຳນວນ 230 ເລື່ອງ, ຄະດີທີ່ບໍ່ສາມາດປະຕິບັດໄດ້ ຈຳ ນວນ 12 ເລື່ອງ. ສາມາດເກັບກູ້ເງິນປັບໃໝ, ເງິນທາງແພ່ງຂອງລັດ ແລະ ພົນລະເມືອງ, ນອກນັ້ນຍັງສາມາດເກັບກູ້ທ້ອນ ໂຮມຊັບສິນວັດຖຸເງິນຄຳຈຳນວນໜຶ່ງສົ່ງໃຫ້ລັດ ແລະ ພົນລະເມືອງຕາມຄຳຕັດສິນຂອງສານ.
ໃນກອງປະຊຸມຍັງໄດ້ຮັບຟັງ ການປະກອບຄຳຄິດຄຳເຫັນຈາກຜູ້ແທນກອງປະຊຸມ. ກອງປະຊຸມຈະດຳເນີນເປັນເວລາ 2 ວັນຈຶ່ງສຳເລັດ.
ໂດຍ: ຄຳປ໋ອກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ