ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ​ໃຫຍ່ 605 ປິດ​ຊຸດ​ອົບຮົມ-ຫັດ​ແອບ ປະຈຳ​ປີ 2022
ເວລາອອກຂ່າວ: 2022-11-25 08:49:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 240 | ຄວາມນິຍົມ:



ໃນ​ວັນ​ທີ 23 ພະຈິກ 2022 ນີ້, ກອງພັນ​ໃຫຍ່ 605 ໄດ້​ປິດ​ ຊຸດ​ອົບຮົມ-ຫັດ​ແອບການເມືອງ, ການ​ທະຫານ, ພະລາທິການ-ເຕັກນິກ ປະຈຳ​ປີ 2022 ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ວົງ​ແກ້ວ ວົງ​ພິລາ ຫົວໜ້າ​ກົມ​ປືນ​ໃຫຍ່​ໜ້າດິນ, ກົມໃຫຍ່​ເສນາ​ທິ​ການ​ກອງທັບ, ມີ​ສະຫາຍ ​ພັນເອກ ປະເສີດ ທ່ຽງ​ທຳ ຫົວໜ້າການ​ທະຫານ​ກອງພັນ​ໃຫຍ່ 605, ມີ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ, ກົມ​ກອງ​ຕະຫຼອດ​ຮອດ​ພະນັກງານ-ນັກ ຮົບ​ເຂົ້າ​ຮ່ວມ. ສະຫາຍ ​ພັນຕີ ສັນຍາ ມະໂນ​ລາດ ຫົວໜ້າ​ຂະແໜງອົບຮົມ​ກອງພັນ​ໃຫຍ່ 605 ໄດ້ຂຶ້ນຜ່ານ​ບົດ​ສະຫຼຸບ​ຕີ​ລາຄາ​ຄືນ​ການຈັດ ຕັ້ງ​ເຄື່ອນ​ໄຫວ​ປະຕິບັດ​ຕາມ​ແຜນ ການ​ອົບຮົມ-ຫັດ​ແອບ ປະຈຳ​ປີ​ ຂອງ​ກອງພັນ​ໃຫຍ່ 605 ວາງ​ອອກ, ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ​ໄດ້​ເອົາໃຈໃສ່ເຂົ້າ​ໃນ​ການ​ອົບຮົມ-ຫັດ​ແອບຍົກສູງ​ ຄວາມ​ຮູ້​ຄວາມສາມາດ​ໃນການ​ ຊີ້​ນຳ​ນຳພາ-ບັນຊາ, ພະນັກງານ-ນັກຮົບ ທຸກສະຫາຍ​ກໍໄດ້​ເປັນ​ເຈົ້າ​ການ​ສູ້​ຊົນ​ບຸກບືນຜ່ານຜ່າ​ທຸກ​ຂໍ້​ສະດວກ ແລະ ຂໍ້​ຫຍຸ້ງຍາກ​ນາໆ​ປະການ, ສາມາດ​ຕີ​ລາຄາ ຜົນໄດ້​ຮັບ​ຜ່ານການ​ອົບຮົມ-ຫັດແອບ​ ພາກ​ການເມືອງ​ສະເລ່ຍ 92,87% ພາກ​ການທະຫານສະ ເລ່ຍ 91,75%, ພາກ​ພະລາທິ ການ​ສະເລ່ຍ 87,23% ແລະ ພາກເຕັກນິກ​ສະເລ່ຍ 88,65%. ໂອກາດ​ນີ້, ສະຫາຍ ພົນ​ຈັດຕະວາ ວົງ​ແກ້ວ ວົງ​ພິລາ ໄດ້ຕີລາຄາ​ສູງ ແລະ ສະແດງຄວາມ ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ ແລະ ຜົນ ສຳເລັດ​ໃນ​ການຈັດຕັ້ງ​ປະຕິບັດ​ການ​ອົບຮົມ-ຫັດ​ແອບ​ປະຈຳ​ປີ 2022 ນີ້, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ແຕ່​ລະ​ຂັ້ນ​ພະນັກງານ-ນັກຮົບ ທຸກ​ສະຫາຍ​ເອົາໃຈໃສ່​ສືບຕໍ່​ຊອກ​ຮູ້​ຄົ້ນຄວ້າ​ຮ່ຳຮຽນ​ວິຊາ​ສະເພາະ​ປືນ​ໃຫຍ່​ໜ້າດິນ​ພ້ອມ​ກັນ​ບຸກ​ບືນ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ, ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ອົດທົນ​ຜ່ານ​ຜ່າ​ຂໍ້​ຫຍຸ້ງຍາກ, ສາມາດກຳ​ໄດ້​ທິດ​ສະ​ດີ, ຫຼັກການ ແລະ ພາກ​ປະຕິບັດ​ຕົວ​ຈິງ​ໃນ​ຊຸມປີຕໍ່ໜ້າ, ເຂົ້າໃຈ​ດ້ານ​ສິລະ​ປະຍຸດ-ຍຸດທະວິທີ ໃນ​ການ​ຈັດການ​ທຳລາຍ​ເປົ້າ​ໝາຍ ແລະ ການ​ນຳ​ໃຊ້​ອາວຸດກະສູນ​ເຂົ້າ​ໃນ​ໜ້າທີ່​ວຽກ​ງານ​ຕົວ​ຈິງ​ເຮັດ​ໃຫ້​ກອງທັບ​ມີ​ຄວາມ​ເຂັ້ມ ແຂງ​ມີ​ແບບແຜນ​ທັນ​ສະ​ໄໝ​ຂຶ້ນ​ໄປ​ເລື້ອຍໆ, ພ້ອມ​ນີ້​ກໍໄດ້​ກ່າວ​ປິດ​ຊຸດ​ອົບຮົມ-ຫັດ​ແອບ ປະຈຳ​ປີ 2022 ລົງ​ຢ່າງ​ເປັນ​ທາງ​ການ. ໂດຍ: ໜູ​ແດງ ລາດ​ສະ​ແກ້ວ, ເພັງ ມະນີ​ລະ​ສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ