ປິດຊຸດເຝິກອົບຮົມກວດສອບເລຂາ, ຮອງເລຂາຮາກຖານພັກ ທົ່ວອົງການ ກມທ
ເວລາອອກຂ່າວ: 2022-11-25 08:46:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 473 | ຄວາມນິຍົມ:
ວັນທີ 24 ພະຈິກ 2022 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີປິດຊຸດເຝິກອົບຮົມວຽກງານກວດສອບເລຂາ, ຮອງເລຂາຮາກຖານພັກ ຄັ້ງທີ III, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກຳມະການຄະນະພັກກະຊວງ ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົວຈັດຕະວາ ບຸນເຫຼືອ ໄຊຍະເພັນ ກຳມະການຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງກົມໃຫຍ່ການເມືອງກອງທັບ, ມີຄະນະຮັບຜິດຊອບ ຕະຫຼອດຮອດບັນດາສະຫາຍເລຂາ, ຮອງເລຂາ, ກຳມະການຄະນະພັກຮາກຖານ ແລະ ໜ່ວຍພັກທີ່ຂຶ້ນກັບເຂົ້າຮ່ວມ.
ສະຫາຍ ພົວຈັດຕະວາ ບຸນເຫຼືອ ໄຊຍະເພັນ ໄດ້ຂຶ້ນຜ່ານສະຫຼຸບຕີລາຄາຜົນໄດ້ຮັບຂອງການເຝິກອົບຮົມວຽກງານກວດສອບເລຂາ, ຮອງເລຂາຮາກຖານພັກ ທົ່ວຄະນະພັກກົມໃຫຍ່ການເມືອງກອງທັບ ຄັ້ງທີ III. ຜ່ານການເຝິກອົບຮົມ ມາເປັນໄລຍະເວລາ 10 ວັນ, ເຫັນວ່ານັກກວດສອບມີຄວາມພະຍາຍາມບຸກບືນ, ມີຄວາມຕັດສິນໃຈສູງຜ່ານຜ່າຄວາມຫຍຸ້ງຍາກ, ເສີມຂະຫຍາຍສະຕິປັນຍາເຊື່ອໝັ້ນຕົນເອງ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ຄົ້ນຄວ້າຮ່ຳຮຽນ, ກຳແໜ້ນດ້ານທິດສະດີຫຼັກການ, ພຶດຕິກຳຕົວຈິງ, ພາລະບົດບາດ, ໜ້າທີ່ຄວາມຮັບຜິດຊອບຂອງເລຂາ, ຮອງເລຂາຮາກຖານພັກ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ, ພ້ອມທັງປັບປຸງທັດສະນະຫຼັກໝັ້ນຄຸນສົມບົດສິນທຳປະຕິວັດຂອງຜູ້ເປັນເລຂາ, ຮອງເລຂາກຳມະການພັກ ໃຫ້ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ຕັ້ງໜ້າປັບປຸງໜ່ວຍພັກຂອງຕົນໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ເຂັ້ມແຂງໃນທຸກດ້ານ. ຜ່ານການກວດສອບຕົວຈິງ ສາມາດຕີລາຄາດ້ານຄຸນນະພາບ ແລະ ຈັດແບ່ງປະເພດຜົນໄດ້ຮັບຂອງນັກກວດສອບຄື: ປະເພດເກັ່ງ: ຄະແນນ: 9-9,25 ມີ 19 ສະຫາຍ ກວມເອົາ 24,05%, ປະເພດແຂງ ຄະແນນ 7-8,9 ມີ 54 ສະຫາຍ ກວມເອົາ 68,35 % ແລະ ປະເພດກາງ ຄະແນນ 6-7,9 ມີ 6 ສະຫາຍ ກວມເອົາ 7,60%. ຈາກນັ້ນ, ກໍໄດ້ຈັດຕັ້ງມອບໃບຢັ້ງຢືນໃຫ້ບັນດາສະຫາຍທີ່ໄດ້ຮັບການເຝິກອົບຮົມກວດສອບໃນຄັ້ງນີ້ຢ່າງສົມກຽດ, ໂດຍການມອບຂອງ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ຫົວໜ້າກົມຈັດຕັ້ງພັກກົມໃຫຍ່ການເມືອງກອງທັບ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບການເຝິກອົບຮົມກວດ ສອບໃນຄັ້ງນີ້, ຈົ່ງສືບຕໍ່ຄົ້ນຄວ້າ ກຳແໜ້ນ, ເຊື່ອມຊຶມ, ບັນດານິຕິ ກຳຂອງພັກ, ໜ້າທີ່, ຂອບເຂດ, ສິດ, ຂອງເລຂາ, ຮອງເລຂາ, ກຳມະການເພື່ອເຄື່ອນໄຫວໃນດ້ານວຽກງານກໍ່ ສ້າງພັກ ໃຫ້ຖືກກັບແນວທາງຂອງພັກ ແລະ ກົດລະບຽບຂອງພັກ, ພ້ອມນີ້ ບັນດາຄະນະພັກ, ໜ່ວຍພັກ, ຖັນແຖວເລຂາ, ຮອງເລຂາຮາກຖານພັກ,
ຕ້ອງເປັນຫຼັກແຫຼ່ງໃນການນຳພາຊວນເຊື່ອ, ປຸກລະດົມທົ່ວກົມກອງ, ໜ່ວຍພັກ, ເປັນຈິດໜຶ່ງໃຈດຽວພ້ອມກັນຖືໜ່ວຍພັກເປັນບ່ອນຮ່ວມຊີວິດຂອງພະນັກງານນຳພາ-ບັນຊາ, ດັ່ງນັ້ນ, ຈຶ່ງເວົ້າໄດ້ວ່າ ໜ່ວຍພັກ ຫຼື ຮາກຖານພັກມີບົດບາດສຳຄັນ ເປັນອົງການສູງສຸດ, ໃນກົມກອງນັ້ນ. ສະນັ້ນ, ຈົ່ງພ້ອມກັນຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອຄວາມສາມັກຄີເປັນປຶກແຜ່ນແໜ້ນໜາພາຍໃນພັກ, ມີແບບແຜນນຳພາ, ບົນຫຼັກການລວມສູນປະຊາທິປະໄຕ ພາຍໃນພັກ, ປະຕິບັດລະບອບການກວດກາ, ຕິດຕາມຊຸກຍູ້, ສະຫຼຸບຖອດຖອນບົດຮຽນ, ສ່ອງແສງລາຍງານຢ່າງຕໍ່ເນື່ອງ, ເຮັດໄດ້ແນວນັ້ນ, ຈຶ່ງເຮັດໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ. ພາຍຫຼັງບັນດາສະຫາຍກັບຄືນກົມກອງ, ຈົ່ງນຳເອົາເນື້ອໃນທີ່ໄດ້ຮັບການເຝິກອົບຮົມ, ນຳໄປສະເໜີຄະນະພັກຂອງຕົນເພື່ອພ້ອມກັນໝູນໃຊ້ເຂົ້າໃນວຽກງານຕົວຈິງ ດ້ວຍການຈັດກິດຈະກຳເຄື່ອນໄຫວດຳເນີນຊີວິດພັກ, ເພື່ອເຮັດໃຫ້ກົມກອງມີການຫັນປ່ຽນໃໝ່ ແລະ ກ້າວໜ້າຂຶ້ນເລື້ອຍໆ.
ໂດຍ: ເພັດ ສົມນໍວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ