

![]()
ຊາວໜຸ່ມ-ແມ່ຍິງ ທະຫານເມືອງຈອມເພັດ ແຂວງຫຼວງພະບາງ ສ້າງຂະບວນການອອກແຮງງານລວມ
ເວລາອອກຂ່າວ: 2022-11-25 08:44:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 130 | ຄວາມນິຍົມ:
ວັນທີ 21 ພະຈິກ 2022, ຊາວໜຸ່ມ-ແມ່ຍິງ ກອງບັນຊາການທະຫານເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ສ້າງຂະບວນການອອກແຮງງານລວມ ດ້ວຍການເພີ່ມພູນຜະລິດຜົນ ເພື່ອແກ້ໄຂຊີວິດການເປັນຢູ່, ການປູກພືດຜັກລົ້ມລຸກຕາມລະດູການ, ນຳພາໂດຍ ສະຫາຍ ພັນຕີ ນາງ ວົງແກ້ວ ແສງຄຳຢອງ ຫົວໜ້າຂະແໜງສະຫະພັນແມ່ຍິງ ກອງບັນຊາການທະຫານເມືອງຈອມເພັດ, ມີບັນດາສະມາຊິກຊາວໜຸ່ມ, ສະຫະພັນແມ່ຍິງ ເຂົ້າຮ່ວມ.
ໂດຍໄດ້ພ້ອມກັນປູກຜັກກາດ, ຜັກສະຫຼັດ, ຜັກບົ້ງ, ຜັກບົ່ວ, ຜັກຫອມ ແລະ ອື່ນໆ. ສາມາດຕອບສະໜອງເຂົ້າເຮືອນຄົວລວມ ແລະ ຈຳໜ່າຍ ແກ້ໄຂໃຫ້ພະນັກງານກົມກອງ ເພື່ອສ້າງລາຍຮັບເຂົ້າຄັງຂອງກົມກອງ. ທັງນີ້, ເພື່ອເປັນການຮັບປະກັນແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໂດຍອາໄສທ່າແຮງບົ່ມຊ້ອນຂອງກົມກອງ ພ້ອມທັງ, ເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນປະຫວັດສາດສຳຄັນຂອງພັກ, ຂອງຊາດ ແລະ ຂອງກອງທັບ ເປັນຕົ້ນແມ່ນວັນຊາດ ທີ 2 ທັນ ວາ ຄົບຮອບ 47 ປີ, ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຄົບຮອບ 102 ປີ ແລະ ວັນສ້າງ
ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 74 ປີ ເປັນຂະບວນການຟົດຟື້ນຢ່າງຕໍ່ເນື່ອງ.
ໂດຍ: ສຸລິພົນ ວິໄລພອນ

news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ