ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນ 416 ຈັດຕັ້ງການຍິງເປົ້າ​ໝາຍ​ດ້ວຍ​ລູກປືນ​ແທ້
ເວລາອອກຂ່າວ: 2022-11-25 08:42:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 313 | ຄວາມນິຍົມ:



ວັນ​ທີ 22 ພະຈິກ 2022, ກອງພັນ 416 ກອງພັນ​ໃຫຍ່ 302 ກອງ​ພົນ​ທີ 3 ໄດ້​ຈັດ​ຕັ້ງ​ຍິງເປົ້າ​ໝາຍ​ລູກປືນ​ແທ້ ປະຈຳ ປີ 2022, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ໂທ ຄຳ​ພັນ ໄຊ​ຍະ​ວົງ​ສີ ຫົວໜ້າ​ການເມືອງ​ກອງພັນ 416, ມີຄະນະ​ພັກ-ຄະນະ​ບັນຊາ ກອງຮ້ອຍ, ຂະແໜງ ການ​ທີ່​ກ່ຽວຂ້ອງ, ຄູ-ອາຈານ ພ້ອມ​ດ້ວຍພະນັກງານ-ນັກຮົບ ເຂົ້າ​ຮ່ວມ. ໂດຍ​ປະຕິບັດ​ຕາມ​ຫຼັກສູດ ແລະ ແຜນການອົບຮົມ-ຫັດ​ແອບການ​ທະຫານ, ປັບປຸງ​ລະບຽບ​ແບບແຜນ, ເຝິກຝົນ​ກຳລັງ​ແຮງ​ກາຍ ແລະ ຍິງ​ເປົ້າໝາຍດ້ວຍລູກປືນ​ແທ້ຂອງ​ພະ​ແນກ​ອົບຮົມ​ ກອງ​ພົນ​ທີ 3 ກໍ​ຄືຂະແໜງ​ອົບຮົມ​ ກອງພັນ​ໃຫຍ່ 302 ວາງ​ອອກ ເພື່ອ​ຍົກ​ລະດັບ​ຄວາມ​ຮູ້, ຄວາມ​ສາມາດ​ ທາງ​ດ້ານສິລະ​ປະຍຸດ-ຍຸດທະວິທີ ເຮັດ​ໃຫ້ນາຍ ແລະ ພົນທະຫານ ມີ​ຄວາມ​ຊຳນິ​ຊຳນານ, ຄ່ອງ​ແຄ້ວ ແລະ ເປັນ​ການ​ສະຫຼຸບ​ຕີ​ລາຄາ​ຄືນ​ທາງ​ດ້ານ​ທິດ​ສະ​ດີ, ຫຼັກການ​ທີ່ອົບຮົມ​ໃນ​ໄລຍະ​ຜ່ານ​ມາ. ການ​ຍິງເປົ້າໝາຍ​ລູກປືນ​ແທ້​ໃນ​ຄັ້ງ​ນີ້ ໃນ​ບົດ​ຍິງ​ບຸກ​ຕີ​ກາງເວັນ, ປືນອາ​ ກາ​ແອັມ ແລະ ຍິງ​ປືນ​ສັ້ນ K59. ໂດຍ​ມີ​ຈຳນວນ​ພົນ​ເຂົ້າ​ຮ່ວມ​ຍິງ​ປືນ​ອາ​ກາ​ແອັມ ​ທັງ​ໝົດ 79 ສະຫາຍ. ສາມາດ​ສະຫຼຸບ​ຜົນ​ໄດ້​ຮັບ​ຂັ້ນ​ເກັ່ງ​ມີ 48 ສະຫາຍ, ດີ 27 ສະຫາຍ ແລະ ຄາດໝາຍ 4 ສະຫາຍ. ປືນ​ສັ້ນ K59 ມີ 13 ສະ ຫາຍ ຂັ້ນ​ເກັ່ງ 7 ສະຫາຍ, ດີ 5 ສະຫາຍ ແລະ ຄາດໝາຍ 1 ສະຫາຍ. ໂດຍ: ພອນ​ແກ້ວ ວິໄລ​ສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ