ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ພາກສ່ວນຕ່າງໆເຂົ້າອວຍພອນໂຮງຮຽນກໍ່ສ້າງນາຍສີບເລກ 2 ວຽງໄຊ
ເວລາອອກຂ່າວ: 2019-02-19 09:02:12 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 31 | ຄວາມນິຍົມ:



ນັບແຕ່ທ້າຍເດືອນ ມັງກອນ ຫາ ເດືອນ ກຸມພາ 2019 ນີ້, ມີ ຫລາຍພາກສ່ວນເຂົ້າອວຍພອນ ຄະນະພັກ-ຄະນະບັນຊາໂຮງ ຮຽນກໍ່ສ້າງນາຍສິບເລກ 2 ວຽງ ໄຊ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບຄົບຮອບ 70 ປີ. ພາກຕ່າງໆປະກອບມີ: ພະແນກ ບໍລິຫານສະຖາບັນການເງິນຈຸລະ ພາກຈຳປາສັກ, ຄະນະໂຮງໝໍບໍ ລິເວນ 106, ສູນບໍລິຈາກເລືອດອົງການກາແດງລາວແຂວງຈຳ ປາສັກ ໂດຍແຕ່ລະພາກສ່ວນ ແມ່ນໄດ້ນຳເອົາກະຕ່າດອກໄມ້ ກະຕ່າຂອງຂວັນ ພ້ອມຄຳອວຍ ພອນໄຊອັນປະເສີດມາມອບໃຫ້ ແກ່ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບທົ່ວໂຮງຮຽນ ກໍ່ສ້າງນາຍສິບເລກ 2 ວຽງໄຊ. ໂອກາດດັ່ງກ່າວຄະນະພັກ-ຄະນະບັນຊາ ກໍໄດ້ກ່າວສະແດງ ຄວາມຂອບໃຈນຳແຕ່ລະພາກ ສ່ວນດັ່ງກ່າວທີ່ເຫັນໄດ້ຄວາມ ຫມາຍສຳຄັນຂອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີນີ້ ຈຶ່ງໄດ້ພ້ອມກັນເຂົ້າມາ ອວຍພອນກົມກອງພວກເຮົາໃນ ຄັ້ງນີ້ ເຊິ່ງຈະເປັນການຮັດແຫນ້ນ ຄວາມສາມັກຄີກັບອົງການຈັດ ຕັ້ງຕ່າງໆ ແລະ ປະຊາຊົນອ້ອມ ຂ້າງໃຫ້ແຫນ້ນແຟ້ນເລິກເຊິ່ງດັ່ງ ຄໍາຂວັນທີ່ວ່າ “ກອງທັບກັບປະ ຊາຊົນຄືປາກັບນຳ້”. ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ຫວ່າງ ບໍ່ດົນມານີ້, ພັນໂທ ບົວວັນ ທົງ ກະວີພອນ ຮອງຫົວໜ້າການ ເມືອງໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ ຍັງໄດ້ລົງເຄື່ອນ ໄຫວປາຖະກະຖາວັນສ້າງຕັ້ງ ກອງທັບ ຄົບຮອບ 70 ປີ ທີ່ບ້ານ ເໝື່ອນຫຼວງ, ເມືອງບາຈຽງ ແຂວງຈຳປາສັກ ອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ