ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຜົນ​ກອງ​ປະຊຸມ​ລັດຖະບານ ປະຈຳ​ເດືອນ​ພະຈິກ 2022
ເວລາອອກຂ່າວ: 2022-11-24 09:42:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 304 | ຄວາມນິຍົມ:



ກອງ​ປະຊຸມ​ລັດຖະບານສະໄໝ​ສາມັນ ປະຈຳ​ເດືອນ​ພະຈິກ 2022 ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 21 ແລະ ອັດ​ລົງ​ໃນ​ຕອນ​ທ່ຽງ​ຂອງ​ວັນ​ທີ 22 ພະຈິກ 2022 ທີ່​ສຳນັກງານ​ນາຍົກລັດຖະມົນຕີ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ ທ່ານ ພັນ​ຄຳ ວິພາ​ວັນ ນາຍົກລັດຖະມົນຕີ, ມີ​ບັນດາ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ສະມາຊິກ​ລັດຖະບານ ແລະ ຜູ້ຕາງໜ້າ​ບັນດາ​ກະຊວງ​ເຂົ້າ​ຮ່ວມ. ກອງ​ປະຊຸມ​ຄັ້ງ​ນີ້, ໄດ້​ປຶກສາ​ຫາລື, ​ຄົ້ນ​ຄວ້າ, ຕົກລົງ ແລະ ມີ​ທິດ​ຊີ້​ນຳ​ຕໍ່​ວາລະ​ທີ່​ສຳຄັນ​ຕ່າງໆ​ຄື: ວາລະ​ທີ 1: ກອງ​ປະຊຸມໄດ້​ພິຈາລະນາ ແລະ ເຫັນ​ດີ​ດ້ານ​ຫຼັກການຮັບຮອງ​ບົດ​ສະຫຼຸບ​ການຈັດຕັ້ງ​ປະຕິບັດວຽກ​ງານ​ພົ້ນ​ເດັ່ນຂອງ​ລັດຖະບານ ໃນ​ເດືອນ​ພະຈິກ ແລະ ທິດ​ທາງ​ແຜນການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຈຸດ​ສຸມ ສຳລັບ​ເດືອນ​ທັນວາ 2022 ເຊັ່ນ: ວຽກ​ງານ​ໃນ​ຂົງເຂດ​ເສດຖະກິດ, ປ້ອງ​ກັນຊາດ-ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຕ່າງປະເທດ, ການ​ສະຫຼຸບ​ຕີ​ລາຄາ ວຽກ​ງານ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂການ​ແພ່​ລະບາດຂອງ​ພະຍາດ​ໂຄ​ວິດ-19 ໃນ​ໄລຍະ 6 ເດືອນ​ຜ່ານ​ມາ. ກອງປະຊຸມໄດ້​ຊີ້​ນຳ​ໃຫ້​ບັນດາ​ກະຊວງ-ຂະແໜງການຖື​ມາດ​ຕະການໃນ​ການ​ແກ້​ໄຂ​ຂໍ້ຄົງຄ້າງ, ບັນຫາ​ທີ່​ສັງຄົມ ໃຫ້​ຄວາມ​ສົນໃຈ ເປັນ​ວຽກ​ບູ​ລິ​ມະ​ສິດ​ເຄັ່ງຮ້ອນ, ພ້ອມ​ກັນ​ນີ້ ຕ້ອງ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ ຄວາມ​ເປັນ​ເຈົ້າ​ການ ຂອງ​ສະມາ​ຊິກ​ລັດຖະບານ ໃນ​ການ​ປະຕິບັດ​ໜ້າທີ່ຕາມ​ຂອບ​ເຂດ​ສິດ, ພາລະ​ບົດບາດຂອງ​ຂະແໜງການ​ຕົນ ໃຫ້​ສູງ​ຂຶ້ນ​ກວ່າ​ເກົ່າ; ສືບຕໍ່​ເອົາໃຈໃສ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ຜົນ​ກອງ​ປະຊຸມວຽກ​ງານ​ການເມືອງ-ແນວ​ຄິດ​ທົ່ວ​ປະເທດ ຄັ້ງ​ທີ 5 ໃຫ້​ເຂົ້າ​ສູ່​ຂົງເຂດ​ວຽກ​ງານ​ຂະແໜງການ​ຕົນ ຢ່າງ​ເປັນ​ຮູບ​ປະ​ທຳ​ຕົວ​ຈິງ; ສືບຕໍ່​ຮັບປະກັນ​ໄດ້​ຄວາມ​ໝັ້ນຄົງ ແລະ ຄວາມ​ສະຫງົບ​ປອດ​ໄພ​ຮອບດ້ານ ໃນ​ທົ່ວ​ສັງຄົມ; ມອບ​ໃຫ້​ຫ້ອງ​ວ່າການ​ສຳນັກງານນາຍົກລັດຖະມົນຕີ ປະສານ​ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງປັບປຸງ​ບົດ​ສະຫຼຸບຕາມ​ຄຳ​ເຫັນຂອງ​ສະມາຊິກ​ລັດຖະບານ ໃຫ້​ມີ​ເນື້ອ​ໃນ​ກະທັດ​ຮັດ, ຈະແຈ້ງ ແລະ ຄົບ​ຖ້ວນ ເພື່ອ​ນຳໄປ​ຈັດ​ຕັ້ງ​ປະຕິບັດຢ່າງ​ມີ​ປະສິດ​ພາບ, ປະ​ສິດທິ​ຜົນ, ສຳເລັດ​ຕາມ​ຄາດໝາຍທີ່​ໄດ້​ກຳນົດ​ໄວ້. ວາລະ​ທີ 2: ກອງ​ປະຊຸມ ໄດ້​ພິຈາລະນາ ແລະ ເຫັນ​ດີ​ດ້ານ​ຫຼັກການ​ຮັບຮອງຮ່າງ​ດຳລັດ ​ວ່າ​ດ້ວຍ​ການ​ກຳນົດ​ຂະໜາດ​ຈຸນ​ລະວິ​ສາ​ຫະ​ກິດ, ວິ​ສາ​ຫະ​ກິດ​ຂະໜາດ​ນ້ອຍ ແລະ ຂະໜາດ​ກາງ (ສະບັບ​ປັບປຸງ) ແລະ ຮ່າງ​ດຳລັດ ວ່າ​ດ້ວຍ​ກອງ​ທຶນ​ສົ່ງເສີມ​ວິ​ສາ​ຫະ​ກິດ​ຂະໜາດ​ນ້ອຍ ແລະ ຂະໜາດ​ກາງ (ສະບັບ​ປັບປຸງ). ກອງ​ປະຊຸມ ໄດ້​ຊີ້​ນຳ​ໃຫ້ ກະຊວງ​ອຸດສາຫະ ກຳ ແລະ ການ​ຄ້າ ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງປັບປຸງ ແລະ ຮຽບ​ຮຽງຮ່າງ​ດຳລັດ​ທັງ​ສອງ​ສະບັບ​ດັ່ງກ່າວຕາມ​ການ​ປະກອບ​ຄຳ​ເຫັນ​ຂອງ​ສະມາຊິກ​ລັດຖະບານ ໂດຍ​ສະເພາະ​ທາງ​ດ້ານ​ຄຳ​ສັບ ແລະ ເນື້ອ​ໃນ ໃຫ້​ຄົບ​ຖ້ວນ, ຊັດ​ເຈນ ແລະ ສອດຄ່ອງ​ກັບ​ກົດໝາຍ​ກ່ຽວຂ້ອງ ແນໃສ່​ໃຫ້​ການຈັດຕັ້ງ​ປະຕິບັດ​ຕົວ​ຈິງ ມີ​ຄວາມ​ສະດວກ ແລະ ມີ​ປະ​ສິດທິ​ຜົນ, ພາຍຫຼັງ​ສຳເລັດ​ແລ້ວນຳ​ສະເໜີ​ທ່ານ​ນາຍົກລັດຖະມົນຕີ ພິຈາລະນາ​ລົງ​ລາຍ​ເຊັນ ປະກາດ​ໃຊ້. ວາລະ​ທີ 3: ກອງ​ປະຊຸມ ໄດ້​ພິຈາລະນາຮ່າງ​ດຳລັດ​ ວ່າ​ດ້ວຍ​ ການ​ແຕ່ງ​ກາຍ ແລະ ໄດ້​ຊີ້​ນຳ ໃຫ້​ກະຊວງຖະແຫຼງ​ຂ່າວ, ວັດທະນະທຳ ແລະ ທ່ອງ​ທ່ຽວ ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງນຳໄປ​ສືບຕໍ່​ຄົ້ນຄວ້າປັບປຸງ ຕາມ​ການ​ປະກອບ​ຄຳ​ເຫັນຂອງ​ສະມາຊິກ​ລັດຖະບານ ເຊິ່ງ​ອາດ​ເຮັດ​ເປັນ​ຄຳ​ແນະນຳກ່ຽວ​ກັບ​ມາລະຍາດ​ໃນ​ການ​ແຕ່ງ​ກາຍ ເນື່ອງ​ຈາ​ກວ່າການ​ແຕ່ງ​ກາຍ, ການ​ນຸ່ງ​ຖືແມ່ນ​ພົວພັນ ເຖິງ​ວັດ​ທະນະ​ທຳ, ຮີດຄອງ​ປະເພນີ, ແບບແຜນ​ດຳລົງ​ຊີວິດ ກໍ​ຄືຕິດ​ພັນ​ກັບ​ທຸກ​ຊັ້ນ​ຄົນ​ໃນ​ທົ່ວ​ສັງຄົມ; ລັດຖະບານ​ຍາມ​ໃດ ກໍ​ຊຸກຍູ້​ສົ່ງເສີມ​ໃຫ້​ພົນລະເມືອງ​ລາວ​ທຸກ​ຄົນ ຮ່ວມ​ກັນ​ປົກ​ປັກ​ຮັກສາ​ເອກະລັກ ຮີດຄອງ​ປະເພນີ​ອັນ​ດີງາມ​ຂອງ​ຊາດ, ຂອງ​ບັນດາເຜົ່າເຮັດ​ໃຫ້ການ​ນຸ່ງ​ຖື​ແຕ່ງ​ກາຍ ເປັນ​ຄ່າ​ນິຍົມ ແລະ ກາຍເປັນ​ສິ່ງ​ເອກອ້າງ​ທະ​ນົງ​ໃຈ ຂອງ​ຊາດ​ລາວ​ເຮົາ. ວາລະ​ທີ 4: ກອງ​ປະຊຸມ ໄດ້​ພິຈາລະນາ ແລະ ເຫັນ​ດີ​ດ້ານ​ຫຼັກການ​ຮັບຮອງຮ່າງ​ດຳລັດ​ ວ່າ​ດ້ວຍ ​ເລກ​ປະຈຳ​ຕົວ ຂອງ​ຜູ້​ເສຍ​ອາກອນ. ພ້ອມ​ກັນ​ນີ້, ໄດ້​ຊີ້​ນຳ​ກະຊວງ​ການ​ເງິນ ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ ນຳໄປ​ປັບປຸງ​ຄືນ ຕາມ​ການ​ປະກອບ​ຄຳ​ເຫັນ ຂອງ​ສະມາຊິກ​ລັດຖະບານ ເພື່ອ​ສາມາດ​ຄຸ້ມ​ຄອງ ແລະ ເກັບ​ກຳ​ໄດ້​ບັນດາ​ບັນຊີ ຈຳນວນ​ບຸກຄົນ, ນິຕິບຸກຄົນ ທີ່​ໄດ້​ດຳເນີນ​ທຸລະ​ກິດ, ທັງ​ສາມາດ​ຕິດຕາມ, ກວດກາ​ການ​ດຳເນີນ​ທຸລະ​ກິດ, ການ​ເສຍ​ພັນທະ-ອາກອນ ເຂົ້າ​ງົບປະມານ​ລັດ ໃຫ້​ມີ​ຄວາມ​ໂປ່ງ​ໄສ, ມີ​ປະສິດທິພາບ ແລະ ປະ​ສິດທິ​ຜົນ, ສິ່ງ​ສຳຄັນ ແມ່ນ​ໃຫ້​ສາມາດ​ເຊື່ອມ​ໂຍງ​ຂໍ້​ມູນ ກັບ​ລະບົບ​ຕ່າງໆ​ຂອງ​ຂະແໜງ​ການ​ກ່ຽວຂ້ອງ ແລະ ລະບົບ ID ໃໝ່ ທີ່​ຈະ​ພັດທະນາ​ໃນຕໍ່ໜ້າ. ວາລະ​ທີ 5: ກອງ​ປະຊຸມ ໄດ້​ພິຈາລະນາ ແລະ ເຫັນ​ດີ​ດ້ານ​ຫຼັກການ​ຮັບຮອງ ຮ່າງ​ຍຸດ​ທະ​ສາດ​ວຽກ​ງານ​ຄຸ້ມ​ຄອງ​ລັດຖະກອນແຫ່ງ ​ສປປ ລາວ ຮອດ​ປີ 2030 ແລະ ໄດ້​ຊີ້​ນຳ​ໃຫ້​ກະຊວງ​ພາຍ​ໃນ​ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງນຳໄປ​ປັບປຸງ ແລະ ຮຽບ​ຮຽງຮ່າງ​ຍຸດ​ທະ​ສາດ​ດັ່ງກ່າວຕາມ​ການ​ປະກອບ​ຄຳ​ເຫັນຂອງ​ສະມາຊິກ​ລັດຖະບານ ເປັນຕົ້ນຊື່​ຂອງ​ຍຸດ​ທະ​ສາດ, ຈຸດປະສົງ ແລະ ໂຄງ​ສ້າງ, ການ​ກຳນົດ​ຄາດໝາຍ​ສູ້​ຊົນ, ການ​ກຳນົດ​ຕຳແໜ່ງ​ງານ ແລະ ກົງຈັກ​ການຈັດຕັ້ງ, ວິທີ​ການ​ຄັດ​ເລືອກ-ເລືອກເຟັ້ນ​ລັດຖະກອນ, ການ​ສ້າງ​ເງື່ອນໄຂ ແລະ ສົ່ງເສີມຄົນ​ດີ-ຄົນ​ເກັ່ງເຂົ້າ​ເປັນ​ລັດຖະກອນ, ການ​ກຳນົດ​ນະໂຍບາຍ​ຕໍ່​ລັດຖະກອນ, ໄລຍະ​ເວລາ​ຂອງ​ຍຸດ​ທະ​ສາດ ໃຫ້​ຕິດ​ພັນ​ກັບ​ໄລຍະ​ເວລາ ແລະ ເນື້ອ​ໃນຂອງ​ແຜນ​ພັດທະນາ ແລະ ວິໄສ​ທັດ, ສິ່ງ​ສຳຄັນ ຍຸດ​ທະ​ສາດ​ຕ້ອງ​ກົມກຽວ​ສອດຄ່ອງກັບ​ແຜນ​ພັດທະນາຊັບພະຍາກອນ​ມະນຸດ ແລະ ວຽກ​ງານ​ຈັດ​ຕັ້ງ, ການ​ຄຸ້ມ​ຄອງ ແລະ ພັດທະນາ​ລັດຖະກອນໃຫ້​ມີ​ລັກສະນະ​ບຸກ​ທະລຸເນັ້ນ​ດ້ານ​ຄຸນ​ນະ​ພາບເປັນ​ສຳຄັນ, ທັງ​ໃຫ້​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ. ວາລະ​ທີ 6: ກອງ​ປະຊຸມ ໄດ້​ພິຈາລະນາ ແລະ ເຫັນ​ດີ​ດ້ານ​ຫຼັກການ​ຮັບຮອງ ບົດ​ລາຍ​ງານ​ແຫ່ງ​ຊາດ ປະຈຳ​ໄລຍະ​ທີ 10 ໃນ​ການຈັດຕັ້ງ​ປະຕິບັດ​ສົນທິສັນຍາ ວ່າ​ດ້ວຍ​ ການ​ລຶບລ້າງ​ທຸກ​ຮູບ​ແບບ ການ​ຈຳແນກ​ຕໍ່​ແມ່ຍິງ (ຊີ​ດໍ) ຢູ່ ​ສປປ ລາວ. ກອງ​ປະຊຸມ​ໄດ້​ຊີ້​ນຳ ໃຫ້​ຄະນະ​ກຳມາ​ທິ​ການ ເພື່ອ​ຄວາມ​ກ້າວໜ້າແມ່ຍິງ, ແມ່ ແລະ ເດັກ ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງນຳໄປ​ປັບປຸງ ແລະ ຮຽບ​ຮຽງຮ່າງ​ບົດ​ລາຍ​ງານ​ດັ່ງກ່າວ ໃຫ້​ມີ​ຄວາມ​ລະອຽດ, ຈະແຈ້ງ ແລະ ຄົບ​ຖ້ວນ​ສົມບູນ​ຂຶ້ນ​ຕື່ມ ໂດຍ​ສົມທົບ​ກັບ​ຂໍ້​ມູນ​ການ​ປະຕິບັດ​ແຜນ​ງານ​ຕ່າງໆທີ່​ກ່ຽວຂ້ອງ​ຂອງ​ຂະແໜງການ ແລະ ທ້ອງຖິ່ນ. ສຳລັບແຕ່​ນີ້​ຮອດ​ໝົດ​ເດືອນ​ທັນວາ 2022, ເນື່ອງ​ຈາກສະພາບການ​ຂອງ​ສາກົນ ແລະ ພາກ​ພື້ນຍັງ​ຈະ​ສືບຕໍ່​ຜັນ​ແປ​ຢ່າງ​ສັບສົນຄາດ​ເດົາ​ໄດ້​ຍາກ ເຊິ່ງ​ຍັງ​ຈະ​ສືບຕໍ່​ກະທົບ​ຕໍ່​ປະເທດ​ເຮົາ ຢ່າງ​ຫຼີກ​ລ່ຽງ​ບໍ່​ໄດ້, ສະນັ້ນລັດຖະບານຍັງ​ຈະ​ໄດ້​ສືບຕໍ່​ສຸມ​ໃສ່​ແກ້​ໄຂ​ບັນຫາ​ຫຍຸ້ງຍາກ​ຕ່າງໆທີ່​ຈະ​ເກີດ​ຂຶ້ນ​ໃຫ້​ທັນ​ການ ແລະ ຈະ​ສຸມ​ໃສ່​ປະຕິບັດ​ບາງ​ວຽກ​ງານ​ທີ່​ສຳຄັນດັ່ງນີ້: ສືບຕໍ່​ຜັນ​ຂະຫຍາຍ​ຜົນສຳເລັດ​ຂອງ​ກອງ​ປະຊຸມ​ຄົບຄະນະ​ຄັ້ງ​ທີ 5 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະໄໝ​ທີ XI ໃຫ້​ເຂົ້າ​ສູ່​ລວງ​ເລິກ ໂດຍ​ສ້າງ​ເປັນ​ແຜນການ​ລະອຽດໃນ​ການຈັດຕັ້ງ​ປະຕິບັດ​ແຕ່​ລະ​ດ້ານໃຫ້​ໄດ້​ຮັບ​ຜົນສຳເລັດ ແລະ ມີ​ປະ​ສິດທິ​ຜົນ​ຫຼາຍ​ຂຶ້ນ ໂດຍ​ສະເພາະ​ການ​ແບ່ງ​ຄວາມ​ຮັບຜິດຊອບ ໃນ​ການ​ປະຕິບັດ​ມະຕິ​ວ່າ​ດ້ວຍ​ວຽກ​ງານ​ທີ່​ດິນ ໃນ​ໄລຍະ ໃໝ່; ສຸມ​ໃສ່​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ຜົນສຳເລັດ​ກອງ​ປະຊຸມ​ວຽກ​ງານ​ການເມືອງ-ແນວ​ຄິດ​ທົ່ວ​ປະເທດ ຄັ້ງ​ທີ 5 ໃຫ້​ເລິກເຊິ່ງ ແລະ ກວ້າງຂວາງ, ລວມ​ທັງ​ກອງ​ປະຊຸມ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ຂະ​ບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ, ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ, ພັດທະນາ​ຊົນນະບົດແກ້​ໄຂ​ຄວາມທຸກ​ຍາກ ແລະ ວຽກ​ງານ 3 ສ້າງ ໃຫ້​ໄດ້​ຮັບ​ຜົນ​ດີ; ສຸມ​ໃສ່​ກະກຽມ​ບົດ​ລາຍ​ງານ 7 ຫົວຂໍ້ ແລະ ການ​ປັບປຸງ​ກົດໝາຍ 10 ສະບັບ ທີ່​ລັດຖະບານຈະ​ລາຍ​ງານ​ຕໍ່​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 4 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ IX ໃຫ້​ມີ​ເນື້ອ​ໃນ ຊັດ​ເຈນ, ຖືກຕ້ອງ, ຄົບ​ຖ້ວນ ແລະ ສຳເລັດ​ຕາມ​ກຳນົດ​ເວລາ; ສືບຕໍ່​ຈັດ​ຕັ້ງ​ປະຕິບັດ 2 ວາລະ​ແຫ່ງ​ຊາດ ດ້ວຍ​ຈິດໃຈ​ບຸກ​ບືນ​ສູ້​ຊົນ, ແຂງແຮງ ແລະ ໄດ້​ຮັບ​ຜົນ​ດີ​ຂຶ້ນ​ກວ່າ​ເກົ່າ ພ້ອມ​ທັງ​ສະຫຼຸບ​ຕີ​ລາຄາ ການຈັດຕັ້ງ​ປະຕິບັດ​ວຽກ​ດັ່ງກ່າວ ໃນ​ປີ 2022 ແລະ ສະເໜີ​ແຜນ ປີ 2023 ເພື່ອ​ລາຍ​ງານ​ຕໍ່​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ; ສືບຕໍ່​ເອົາໃຈໃສ່​ນຳພາ ຊີ້​ນຳ​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບທົ່ວ​ປວງ​ຊົນ​ຮອບດ້ານຢ່າງ​ຕັ້ງໜ້າ ໂດຍ​ສະເພາະ​ຮັບປະກັນ​ຄວາມ​ສະຫງົບ ແລະ ປອດ​ໄພ​ໃຫ້​ແກ່​ງານ​ສຳຄັນ​ຕ່າງໆ ເຊັ່ນ: ງານ​ສະເຫຼີມສະຫຼອງ​ທົ່ງ​ໄຫ​ຫີນ​ເປັນ​ມໍ​ຣະ​ດົກ​ໂລກ, ການ​ສະເຫຼີມສະຫຼອງ​ວັນຊາດ​ທີ 2 ທັນວາ, ມະ​ຫະ​ກຳ​ກິລາ​ແຫ່ງ​ຊາດ ທີ່​ຈະ​ຈັດ​ຂຶ້ນ​ທີ່​ແຂວງ​ຊຽງ​ຂວາງ ແລະ ອື່ນໆ. ພ້ອມ​ນີ້, ກໍ​ເພີ່ມ​ທະວີ​ການ​ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ໃນ​ສັງຄົມ ໂດຍ​ສະເພາະ​ຂີ້ລັກ​ງັດ​ແງະ ລວມ​ທັງ​ບັນຫາ​ສື່​ສັງຄົມ​ອອນ​ລາຍທີ່​ສະເໜີ​ຂ່າວ​ບິດ​ເບືອນ, ຂ່າວ​ປອມ ແລະ ຂ່າວ​ລືໃຫ້​ຫຼຸດ​ໜ້ອຍ​ຖອຍ​ລົງ​ເທື່ອ​ລະ​ກ້າວ; ກະກຽມ​ຈັດ​ກອງ​ປະຊຸມ​ແຜນການ-ການ​ເງິນ ທົ່ວ​ປະເທດ ໃຫ້​ມີ​ເນື້ອ​ໃນ​ເລິກເຊິ່ງ, ຮັດກຸມ ແລະ ມີ​ການ​ຫັນປ່ຽນ​ໃໝ່​ທາງ​ດ້ານ​ການ​ເກັບ​ລາຍ​ຮັບ, ການ​ປະຕິບັດ​ໂຄງການ​ລົງທຶນ​ຂອງ​ລັດ; ສືບຕໍ່​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ດີໃນ​ການ​ດຶງ​ດູດ ແລະ ສົ່ງເສີມ​ການ​ລົງທຶນ ທັງ​ພາຍ​ໃນ ແລະ ຕ່າງປະເທດ ໃຫ້​ມີ​ຄວາມ​ສະດວກ ແລະ ວ່ອງໄວກວ່າ​ເກົ່າ; ສືບຕໍ່​ປະຕິບັດ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີ ວ່າ​ດ້ວຍ​ ການ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ ແລະ ຕ້ານການຮົ່ວ​ໄຫຼ​ຂອງ​ງົບປະມານ, ດຳລັດວ່າ​ດ້ວຍ ​ການ​ປະຢັດ ແລະ ຕ້ານ​ການ​ຟູມ​ເຟືອຍ, ດຳລັດ ວ່າ​ດ້ວຍ​ລັດ​ຂອງ​ລັດ ແລະ ນິຕິ​ກຳ​ກ່ຽວຂ້ອງ​ອື່ນໆ ໃຫ້​ເຂັ້ມ​ງວດ ແລະ ມີ​ປະ​ສິດທິ​ຜົນ​ກວ່າ​ເກົ່າ; ສືບຕໍ່​ປະຕິ​ຮູບ​ບັນດາ​ລັດ​ວິ​ສາ​ຫະ​ກິດຢ່າງ​ແຂງແຮງ ຕາມ​ມະຕິ​ຂອງ​ລັດຖະບານ ເລກ​ທີ 10 ປີ 2021 ໃຫ້​ສຳເລັດ​ຕາມ​ແຜນ; ສືບຕໍ່​ສຸມ​ໃສ່​ແກ້​ໄຂ​ສະພາບ​ການ​ວ່າງ​ງານ, ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ສີມື​ແຮງ​ງານ​ລາວ ເພື່ອ​ຕອບ​ສະໜອງ​ໃຫ້​ແກ່​ຕະຫຼາດ​ພາຍ​ໃນ ທັງ​ກ້າວ​ໄປ​ສູ່​ການ​ສົ່ງ​ອອກແຮງ​ງານ​ໄປ​ຕ່າງປະເທດ​ໃຫ້​ຫຼາຍ​ຂຶ້ນ ເພື່ອ​ປະກອບສ່ວນ​ນຳ​ເງິນຕາ​ຕ່າງປະເທດ ເຂົ້າ​ສູ່​ເສດຖະກິດ​ລາວ​ເພີ່ມ​ຂຶ້ນ; ສຸມ​ໃສ່​ກະກຽມ​ຄວາມ​ພ້ອມ​ໃຫ້​ແກ່​ພິທີ​ເຫຼີມ​ສະຫຼອງ ແລະ ງານ​ສຳຄັນ​ຕ່າງໆ ທີ່​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ພະຈິກ ຫາ​ເດືອນ​ທັນວາ ບົນ​ຈິດໃຈ​ກະທັດ​ຮັດ ແລະ ປະຢັດ​ມັດທະຍັດ; ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ແນວທາງ​ການ​ຕ່າງປະເທດ ຂອງ​ພັກ ໃຫ້​ມີ​ປະ​ສິດທິ​ຜົນ. ໃນ​ນີ້, ຈັດ​ຕັ້ງ​ຜັນ​ຂະຫຍາຍ​ຜົນສຳເລັດ ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 40 ແລະ 41, ປະຕິບັດ​ຜົນ​ການ​ຕົກລົງ ຂອງ​ການ​ພົບ​ປະ​ຂອງ​ການ​ນຳ​ຂັ້ນ​ສູງ ກັບ​ບັນດາ​ປະເທດ​ເພື່ອນ​ມິດ​ໃຫ້​ຖືກຕ້ອງ, ທັນ​ການ ແລະ ໄດ້​ຮັບ​ຜົນ​ດີ. ພ້ອມ​ກັນ​ນີ້, ກໍ​ກະກຽມ​ຮອບດ້ານ​ໃຫ້​ແກ່​ການ​ໄປ​ເຄື່ອນ​ໄຫວ​ຕ່າງປະເທດ ແລະ ການ​ຕ້ອນຮັບ​ແຂກ​ຕ່າງປະເທດ ທີ່​ຈະ​ມາ​ຢ້ຽມຢາມເຮັດ​ວຽກຢູ່ ​ສປປ ລາວ; ກະກຽມ​ຄວາມ​ພ້ອມ​ຮອບດ້ານໃຫ້​ແກ່​ການ​ເດີນ​ມາ​ຢ້ຽມຢາມ ​ສປປ ລາວ ຢ່າງ​ເປັນ​ທາງ​ການຂອງ​ ທ່ານນາຍົກລັດຖະມົນຕີ ແຫ່ງ ​ສສ ຫວຽດນາມ, ພ້ອມ​ທັງ​ເຂົ້າ​ຮ່ວມ​ພິທີ​ປິດ​ປີ​ສາມັກຄີ​ມິດຕະພາບ ລາວ-ຫວຽດນາມ ປີ 2022 ແລະ ເຂົ້າ​ຮ່ວມ​ກອງ​ປະຊຸມ ຄະນະ​ກຳມະການ​ຮ່ວມ​ມື​ສອງ​ຝ່າຍ ລາວ-ຫວຽດນາມ ຄັ້ງ​ທີ 45 ແລະ ສືບຕໍ່​ສຸມ​ໃສ່​ກະກຽມ​ສ້າງ​ແຜນ​ດຳເນີນ​ງານ ຂອງລັດຖະບານ ປີ 2023 ໃຫ້​ສຳເລັດ ເພື່ອ​ພິຈາລະນາ​ໃນ​ກອງ​ປະຊຸມລັດຖະບານ ໃນ​ເດືອນ​ທັນວາ. ໃນ​ຕອນ​ທ້າຍ, ປະທານ​ກອງ​ປະຊຸມໄດ້​ຮຽກຮ້ອງ​ໃຫ້​ບັນດາ​ທ່ານ ສະມາຊິກ​ລັດຖະບານ ຈົ່ງ​ນຳ​ເອົາ​ມະຕິ​ກອງ​ປະຊຸມ​ລັດຖະບານ​ຄັ້ງ​ນີ້ ໄປ​ຫັນ​ເປັນ​ແຜນ​ຈັດ​ຕັ້ງ​ປະຕິບັດ​ຂອງ ຂະແໜງການ​ຕົນ​ໃຫ້​ລະອຽດ, ມີ​ການ​ແບ່ງ​ຄວາມ​ຮັບຜິດຊອບ​ໃຫ້​ການຈັດຕັ້ງ, ບຸກ​ຄະລາ​ກອນ​ຢູ່​ໃນ​ແຕ່​ລະ​ຂັ້ນ ແລະ ມີ​ຄາດໝາຍ ໃນ​ແຕ່​ລະ​ໄລຍະ​ໃຫ້​ຊັດ​ເຈນ, ສອດຄ່ອງ​ກັບ​ເງື່ອນໄຂ​ສະພາບ​ຄວາມ​ເປັນ​ຈິງຂອງ​ແຕ່​ຂະແໜງການ ແລະ ຈັດ​ຕັ້ງ​ປະຕິບັດ​ໃຫ້​ໄດ້​ຮັບ​ຜົນ​ດີ ຂ່າວ: ກົມ​ປະຊາສຳພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ