ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງຮ້ອຍ​ທະຫານ​ຊາຍ​ແດນ 241 ກັບ​ການ​ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ
ເວລາອອກຂ່າວ: 2022-11-24 09:06:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 151 | ຄວາມນິຍົມ:



ກອງຮ້ອຍ​ທະຫານ​ຊາຍ​ແດນ 241 ​ກອງ​ບັນຊາ​ການ​ທະ ຫານ​ນະຄອນຫຼວງ​ວຽງ​ຈັນ, ມີ​ພາລະ​ບົດບາດ​ສຳຄັນໃນ​ການ​ປ້ອງ​ກັນ​ຊາຍ​ແດນ​ທາງນ້ຳ ຕາມ​ການ​ມອບ​ໝາຍ​ຈາກ​ຂັ້ນ​ເທິງ, ຕະຫຼອດ​ໄລຍະ​ຜ່ານ​ມາ, ຄະນະ​ພັກ-ຄະນະ​ບັນຊາ​ກອງຮ້ອຍ ໄດ້​ຍົກ​ສູງ​ຄວາມ​ຮັບຜິດຊອບ​ໃນ​ການ​ຊີ້​ນຳ-ນຳພາ​ພະນັກງານ-ນັກຮົບ​ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ, ພ້ອມ​ທັງ​ໄດ້​ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ກຳລັງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມແຂງ​ໃນ​ທຸກ​ດ້ານ ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ​ໃຫ້​ນັບ​ມື້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ສະຫາຍ ພັນ​ຕີ ບົວ​ໄລ ໃບ​ ສະແຫວງ ຫົວໜ້າ​ການເມືອງ​ກອງຮ້ອຍ 241 ໄດ້​​ໃຫ້​ຮູ້: ​ຕະ ຫຼອດ​ໄລຍະ​ຜ່ານ​ມາ, ຄະນະພັກ- ຄະນະ​ບັນຊາກົມກອງ ຈຶ່ງ​ໄດ້​ເອົາໃຈໃສ່ສຶກສາ​ອົບຮົມ​ການ ເມືອງ-​ນຳພາ​ແນວຄິດ​ເປັນ​ປົກກ ະຕິ ເພື່ອ​ເຮັດ​ໃຫ້​ພະນັກງານ-ນັກຮົບ​ມີ​ແນວ​ຄິດ​ອຸ່ນ​ອຽນ​ທຸ່ນ​ທ່ຽງ, ມີ​ຄຸນທາດການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳປະຕິວັດ, ເຊື່ອ​ໝັ້ນຕໍ່​ການ​ນຳພາ​ຂອງ​ພັກ-ລັດ ແລະ ພ້ອມ ​ກັນ​ເຮັດສຳເລັດໜ້າທີ່ການເມືອງ ​ຂອງ​ກົມ​ກອງຕາມ​ການຈັດຕັ້ງ ຂັ້ນ​ເທິງ​ມອບໝາຍ​ໃຫ້, ໃນ​ນີ້, ຂົງເຂດ​ວຽກ​ງານ​ເຮັດໃຫ້ສະ ພາບ​ມີ​ຄວາມ​ສະຫງົບ: ໄດ້​ຈັດ​ຕັ້ງ​ກຳລັງປະຈຳການ​ກຽມ ພ້ອມ​ສູ້ຮົບ​ຕະຫຼອດ 24 ຊົ່ວໂມງ​ ປະກອບ​ມີ​ຄະນະ​ປະຈຳການ, ປະ ຈຳການ​ສູ້​ຮົບ, ສິດ​ປະຈຳການ, ກຳລັງ​ປະຈຳການ ແລະ ພາຫະ ນະ​ປະຈຳການ​ຄົບ​ຊຸດ, ຈັດ​ຕັ້ງ​ກຳລັງ​ປ້ອງ​ກັນ​ເວນຍາມ​ຂອບ​ເຂດ​ຄ້າຍ​ຄູ​ຕະຫຼອດ 24 ຊົ່ວໂມງ, ອອກ​ກວດກາ​ລາດຕະເວນ​ຕາມ​ຂອບ​ເຂດ​ກົມ​ກອງ​ຮັບຜິດຊອບ​ທຸກ​ວັນ, ຈັດ​ຕັ້ງ​ກຳລັງ​ປ້ອງ​ກັນ​ຊາຍ​ແດນ​ໂດຍ​ໄດ້​ແບ່ງ​ອອກ​ເປັນ 6 ຈຸດ​ນຳ​ໃຊ້​ກຳລັງ​ປ້ອງ​ກັນ​ທັງ​ໝົດ 19 ສະຫາຍ, ຈັດ​ຕັ້ງ​ກຳລັງ​ປ້ອງ​ກັນ​ບໍລິສັດ​ພຶດສະພາ​ໃນ​ການ​ລະເບີດ​ຫີນ 1 ຈຸດ​ນຳ​ໃຊ້​ກຳລັງ 5 ສະຫາຍ, ໃນ​ໄລຍະ 6 ເດືອນ​ຕົ້ນ​ປີ 2022 ນີ້ ໄດ້​ປະສານ​ສົມທົບ​ກັບ ​ປກສ ກຸ່ມ​ບ້ານ ສຶກ​ສາ​ອົບຮົມ​ປະຊາຊົນ​ຈຳນວນໜຶ່ງ ທີ່ລັກລອບ​ຂ້າມ​ຊາຍ​ແດນ​ໂດຍ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ​ຈຳນວນ 5 ຄັ້ງ, ຢຶດ​ເຄື່ອງ​​ຫຼີກ​ພາສີ​ທີ່​ລັກລອບ​ຂ້າມ​ຊາຍ​ແດນ​ແມ່ນ້ຳ​ຂອງ​ຈຳນວນ 10 ຄັ້ງ, ຍຶດເຄື່ອງ​ຫາ​ປາ​ຕາມ​ລຳແມ່ນ້ຳຂອງ​ແບບ​ຜິດ​ກົດໝາຍ​ເປັນ​ປະເພດໝໍ້ຊ໋ອດ​ປາ 8 ໝາຍ ແລະ ໄດ້​ຈັດ​ຕັ້ງ​ສຶກ​ສາອົບຮົມ​ຜູ້​ກະທຳ​ຜິດ, ພ້ອມ​ທັງ ​ມອບ​ໃຫ້​ພາກສ່ວນກ່ຽວຂ້ອງ​ດຳເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ. ໄປ​ພ້ອມ​ກັນ​ນັ້ນ, ກໍ​ໄດ້​ຫັນ​ເອົາ​ພະນັກງານ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ​ແບບ​ມູນເຊື້ອ​ຢູ່​ບັນດາ​ບ້ານ​ຂອບ​ເຂດ​ກົມ​ກອງ​ຮັບຜິດຊອບ, ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ບ້ານ ພ້ອມ​ກັນ​ເຄື່ອນ​ໄຫວ​ຕ້ານ, ສະກັດ​ກັ້ນ ແລະ ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ທາງ​ສັງຄົມ ນັບ​ມື້​ຫຼຸດ​ໜ້ອຍ​ຖອຍ​ລົງ​ເທື່ອ​ລະ​ກ້າວ ເຊິ່ງ​ໄດ້​ເຮັດ​ໃຫ້​ ສະພາບ​ຂອບ​ເຂດ​ກົມ​ກອງ​ຮັບ ຜິດຊອບ​ມີ​ຄວາມ​ສະຫງົບ​ປອດ​ໄພ​ໂດຍ​ພື້ນຖານ. ນອກຈາກ​ນີ້, ຄະນະ​ພັກ-ຄະ ນະ​ບັນຊາ​ກົມ​ກອງ ຍັງ​ໄດ້​ເອົາ ໃຈໃສ່​ປັບປຸງ​ກໍ່ສ້າງ​ກຳລັງ​ໃຫ້​ມີ​ ຄວາມ​ໜັກ​ແໜ້ນ​ທາງ​ດ້ານການ ເມືອງ, ເຂັ້ມແຂງ​ທາງ​ດ້ານ​ການ ຈັດຕັ້ງ, ສຸມ​ໃສ່​ອົບຮົມ-ຫັດ​ແອບ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ທາງ​ດ້ານ​ການເມືອງ, ມີ​ຄວາມ​ຊຳນານ​ຄ່ອງ​ແຄ້ວ​ດ້ານ​ສິລະ​ປະ ຍຸດ-ຍຸດທະວິທີ ແລະ ວິຊາ​ສະ ເພາະ​ຂອງ​ເຫຼົ່າ​ຮົບ ເພື່ອ​ຮັບປະ ກັນ​ເຮັດ​ສຳເລັດໜ້າທີ່ການເມືອງ​ ຂອງ​ກົມ​ກອງ​ໃນ​ສະເພາະໜ້າ ແລະ ​ຍາວ​ນານ. ໄປ​ພ້ອມ​ກັນ​ນັ້ນ, ກໍ​ໄດ້​ປັບປຸງ​ລະບຽບ​ແບບແຜນ ​ພາຍ​ໃນ​ກົມ​ກອງ​ໃຫ້​ມີ​ຄວາມ​ຮັດ ກຸມ​ກວ່າ​ເກົ່າ, ຊຸກຍູ້​ພະ ນັກງານ-ນັກຮົບ​ຈັດ​ຕັ້ງ​ປະຕິບັດ​ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ກອງທັບ​ຢ່າງ​ເຂັ້ມ​ງວດ, ເພື່ອ​ຫັນ​ເອົາ​ກົມ​ກອງ​ເຂົ້າ​ສູ່​ລະບຽບ​ແບບແຜນ​ທັນ​ສະ ໄໝ​ເທື່ອ​ລະ​ກ້າວ. ດ້ານ​ວຽກ​ງານ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ນັກຮົບ, ຄະນະ​ພັກ-ຄະນະ​ບັນຊາ​ກົມ​ກອງ​ໄດ້​ເອົາໃຈໃສ່​ຄຸ້ມ​ຄອງ​ລ້ຽງ​ດູ​ທັບ, ຮັບປະກັນລະບົບອັດ ຕາ​ກິນ, ເຄື່ອງນຸ່ງ​ຫົ່ມ​ຕາມ​ລະ ບອບ​ອັດຕາ​ທີ່​ຂັ້ນ​ເທິງ​ກຳນົດ​ໃຫ້, ພະນັກງານ-ນັກຮົບ​ໄດ້​ກິນ​ເຂົ້າ​ມື້ໜຶ່ງ 3 ຄາບ​ເປັນ​ປົກກະຕິ, ຊີ້​ນຳ​ວິຊາ​ສະເພາະ​ການ​ເງິນ​ໃນ​ການ​ຄຸ້ມ​ຄອງ ລາຍ​ຮັບ-ລາຍ​ຈ່າຍ ຖືກຕ້ອງ​ຕາມ​ລະບົບ ພ້ອມ​ທັງ​ສະ ຫຼຸບ​ລາຍ​ງານ​ຢ່າງ​ເປັນ​ປົກກະຕິ, ພ້ອມ​ກັນ​ນັ້ນ, ກໍ​ໄດ້​ປຸກລະດົມ​ຊຸກ ຍູ້​ພະນັກງານ-ນັກຮົບ ປູກຝັງ-ລ້ຽງສັດ​ຕາມ​ເງື່ອນໄຂ​ຕົວ​ຈິງ, ໃນ​ນີ້, ກົມ​ກອງ​ມີ​ເນື້ອທີ່​ທຳ​ການ​ຜະລິດ​ທັງ​ໝົດ 7 ໄລ່, ໄລຍະ 6 ເດືອນ​ຕົ້ນ​ປີ​ນີ້ ສາມາດ​ປູກ​ພືດຜັກ​ຊະນິດ​ຕ່າງໆ ຕາມ​ລະດູ​ການສະໜອງ​ເຂົ້າ​ເຮືອນຄົວ​ລວມ ແລະ ຂາຍ​ສົ່ງ​ອອກ​ທາງ​ນອກ​ໄດ້ 7.570 ກິ​ໂລກຣາມ, ລ້ຽງ​ແບ້ 8 ໂຕ, ລ້ຽງສັດ​ປີກ 456 ໂຕ, ຂາຍ​ອອກ​ແລ້ວ220 ກິ​ໂລ ກຣາມ, ປ່ອຍ​ປາ​ລ້ຽງ​ເພີ່ມຕື່ມ 6.800 ໂຕ ແລະ ລ້ຽງ​ກົບ 11.200 ໂຕ, ສາມາດ​ສ້າງ​ລາຍ​ຮັບ​ຈາກ​ການ​ປູກຝັງ-ລ້ຽງສັດ ແລະ ການ​ບໍລິການ​ຕ່າງໆ​ໄດ້​ທັງ​ໝົດ 74.110.000 ກີບ ທຽບໃສ່​ແຜນການ​ແມ່ນ​ປະຕິບັດ​ໄດ້​ຕາມ​ຄາດໝາຍ​ທີ່​ກົມ​ກອງວາງ ໄວ້, ຄຽງ​ຄູ່​ກັນ​ນັ້ນ, ກໍ​ໄດ້​ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ສະຖານທີ່​ຄ້າຍ​ຄູ ເປັນຕົ້ນ​ແມ່ນ​ໄດ້​ເຮັດ​ຮົ້ວ​ອ້ອມ​ຄ້າຍ, ກໍ່ສ້າງ​ເຮືອນຄົວ, ເຮືອນ​ແຕ່ງກິນ ແລະ ກໍ່ສ້າງ​ສາງ​ເກັບ​ມ້ຽນ​ອາວຸດ​ໃຫ້​ມີ​ຄວາມ​ແໜ້ນໜາ​ຖາວອນ​ເທື່ອ​ລະ​ກ້າວ, ພ້ອມ​ທັງ​ກວດກາ​ຄຸ້ມ​ຄອງ​ສິ່ງ​ປຸກ​ສ້າງ​ຂອງ​ກົມ​ກອງ​ໃຫ້​ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ, ສະອາດ​ຈົບງາມ ເພື່ອ​ຮັບປະກັນ​ການ​ນຳ​ໃຊ້​ໄດ້​ຍາວ​ນານ. ໂດຍ: ນາງ ຍ້ອມ​ເພັດ ວິໄລ​ພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ