ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ຮັບ​ການ​ໂອນ​ຫຸ້ນ​ບໍລິສັດ​ຊີມັງ​ລາວ ມະຫາຊົນ
ເວລາອອກຂ່າວ: 2022-11-23 09:34:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 169 | ຄວາມນິຍົມ:



ພິທີ​ມອບ-ຮັບ​ການ​ໂອນ​ຫຸ້ນ​ບໍລິສັດ​ຊີມັງ​ລາວ ມະຫາຊົນ(ຫຸ້ນ​ຝ່າຍ​ຈີນ) ລະຫວ່າງ​ບໍລິສັດ ຮ່ວມ​ມື​ສາກົນ​ເສດຖະກິດ-ເຕັກນິກ ຢູນ​ນານ ຈຳກັດ CYC (ຜູ້​ມອບ​ໂອນ) ແລະ ບໍລິສັດ ເຄືອ​ຂ່າຍ​ເຕັກ​ໂນ​ໂລ​ຊີ ສຽນ​ຫານ ຢູນ​ນານ ຈຳກັດ (ຜູ້​ຮັບ​ໂອນ) ໄດ້ຈັດ ຂຶ້ນ​ໃນ​ຕອນ​ແລງ​​ວັນ​ທີ 21 ພະຈິກ​ນີ້, ຢູ່​ທີ່​ໂຮງແຮມດອນ​ຈັນ ພລາ​ເລດ ໂດຍ​ການ​ເຂົ້າ​ຮ່ວມເປັນ​ປະທານ​ຂອງ ທ່ານ ພົນ​ຕີ ​ປອ ວົງ​ຄຳ ພົມ​ມະກອນ ຮອງ​ລັດຖະມົນຕີ​ ກະຊວງ​ປ້ອງ​ກັນ​ປະ ເທດ, ມີ ທ່ານ ບຸນ​ປອນ ວັນນະ​ຈິດ ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ, ມີ​ຄະນະ​ອຳນວຍ​ການ ບໍລິສັດ​ລັດ​ວິ​ສາ​ຫະ​ກິດ​ພັດທະນາ​ກະສິກຳ, ອຸດສາຫະກຳ ແລະ ບໍ ລິການ​ຂາ​ເຂົ້າ-ຂາ​ອອກ​ຢາງ​ຊຸຍ ​ມິງ(ພອກ), ຕະຫຼອດ​ຮອດ​ພະ ນັກງານ​ວິຊາ​ການ ແລະ ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ. ທ່ານ ວັນ​ທອງ ສິດ​ທະກຸນ ຜູ້ອຳນວຍການ ​ພກອ ໄດ້​ສະຫຼຸບ​ຕີ​ລາຄາ​ສັງ​ລວມ​ໂດຍຫຍໍ້ວ່າການ ມອບ-ຮັບ​ການ​ໂອນຫຸ້ນລະຫວ່າງ ​ບໍລິສັດຮ່ວມ​ມື​ສາກົນ​ເສດຖະກິດ-ເຕັກນິກ ຢູນ​ນານ ຈຳກັດ CYC (ຂາ​ຫຸ້ນ​ຜູ້​ເກົ່າ) ແລະ ບໍລິສັດເຄືອ​ຂ່າຍເຕັກໂນໂລຊີ ສຽນຫານ ຢູນ​ນານ ຈຳກັດ (ຂາ​ຫຸ້ນ​ຜູ້​ໃໝ່) ແມ່ນ​ການປົກປັກຮັກສາສະຖານະຂອງ ​ບໍລິສັດ​ຊີມັງ​ລາວ ມະຫາຊົນ ​ໃຫ້​ສາມາດ​ສືບຕໍ່​ເຄື່ອນ​ໄຫວ​ຢູ່​ໃນ​ຕະຫຼາດ​ຫຼັກ​ຊັບ​ລາວ; ຄຽງ​ຄູ່​ກັບ​ການ​ດຳເນີນ​ທຸລະ​ກິດ​ໃຫ້​ເປັນ​ມິດ​ກັບ​ສິ່ງແວດລ້ອມ ສີຂຽວ ແລະ ຍືນ​ຍົງ.ນອກຈາກ​ນີ້, ຍັງ​ເປັນ​ການ​ປະກອບ​ສວ່ນ​ເຂົ້າ​ໃນ​ ການ​ພັດທະນາ​ເສດຖະກິດ-ສັງ ຄົມ​ຂອງ​ແຂວງ​ວຽງ​ຈັນ ໂດຍສະ ເພາະ​ແມ່ນ ເມືອງ​ວັງ​ວຽງ ເຊິ່ງ​ລັດຖະບານ​ໄດ້​ມີ​ນະໂຍບາຍ​ສົ່ງ ເສີມ​ໃຫ້​ແຫຼ່ງ​ເປັນ​ທ່ອງ​ທ່ຽວ​ລະ ດັບ​ຊາດ ແລະ ລະດັບ​ສາກົນ. ໂອກາດ​ດຽວ​ກັນ, ທ່ານ ພົນ​ຕີ ​ປອ ວົງ​ຄຳ ພົມ​ມະກອນ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະເທດ ​ກໍ​ຍັງ​ໄດ້​ໃຫ້​ກຽດ​ຂຶ້ນ​ໂອ​ລົມ ໂດຍ​ຕາງໜ້າ​ໃຫ້​ຄະນະ​ນຳ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ໃນ​ນາມ​ຄະນະ​ຮັບຜິດຊອບ​ສ້າງ​ແຜນ​ປັບປຸງ​ຟື້ນ​ຟູ​ທຸລະ​ກິດ​ຊີມັງ​ລາວ​ມະຫາຊົນ ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນສຳເລັດ​ໃນ​ການ​ມອບ-ຮັບ​ການ​ໂອນ​ຫຸ້ນ​ໃນ​ຄັ້ງ​ນີ້, ຫວັງ​ວ່າ​ຂາ​ຫຸ້ນ​ຜູ້​ໃໝ່​ຈະ​ດຳເນີນ​ນິຕິ​ກຳ​ຕ່າງໆ​ ທີ່​ກ່ຽວຂ້ອງ​ໃຫ້​ຖືກຕ້ອງ​ຕາມ​ລະບຽບ​ກົດໝາຍ ແລະ ຮີບ​ຮ້ອນ​ສືບຕໍ່​ລົງມື​ພັດທະ ນາ​ໂຄງການ​ຕາມ​ແຜນທີ່​ກຳນົດ​ໄວ້ ເພື່ອ​ເຮັດ​ໃຫ້​ບໍລິສັດ​ຊີມັງ ໄດ້​ມີ​ໂສມ​ໜ້າ​ໃໝ່​ໃນ​ການ​ຟື້ນ​ຟູ​ທຸລະ​ກິດ​ຂອງ​ຕົນ​ໃຫ້​ໄວ​ເທົ່າ​ທີ່​ຈະ​ເຮັດ​ໄດ້. ໃນ​ຕອນ​ທ້າຍ​ຂອງ​ພິທີ ໄດ້​ມີ​ການ​ເຊັນ​ສັນຍາ​ມອບ​ໂອນ, ໂດຍ​ຜູ້​ມອບ​ແມ່ນ ທ່ານ ຢາງ ຊຸຍ ມິງ ປະທານ​ບໍລິສັດ ຮ່ວມ​ມື​ສາກົນ ເສດຖະກິດ-ເຕັກນິກ ຢູນ​ນານ ຈຳກັດ CYC (ຂາ​ຫຸ້ນ​ຜູ້​ເກົ່າ) ແລະ ທ່ານ ເນຍ ເລີຍ ປະທານບໍລິ ສັດເຄືອ​ຂ່າຍ​ເຕັກ​ໂນ​ໂລ​ຊີ ສຽນ ​ຫານ ຢູນ​ນານ ຈຳກັດ (ຂາ​ຫຸ້ນ​ ຜູ້​ໃໝ່).



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ