ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເປີດການແຂ່ງຂັນສິລະປະ - ວັນນະຄະດີສະໝັກຫຼີ້ນທົ່ວກອງທັບຄັ້ງທີ V ຮອບຊີງຊະນະເລີດ
ເວລາອອກຂ່າວ: 2018-11-14 10:42:54 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 199 | ຄວາມນິຍົມ:



ພິທີເປີດການແຂ່ງຂັນສິລະປະ-ວັນນະຄະດີສະໝັກຫຼິ້ນທົ່ວ ກອງທັບຄັ້ງທີ V ຮອບຊີງຊະ ນະເລີດ ໄດ້ໄຂຂຶ້ນຢ່າງເປັນທາງ ການໃນວັນທີ 12 ພະຈິກ 2018 ນີ້, ຢູ່ທີ່ກະຊວງປ້ອງກັນ ປະເທດ, ໂດຍການເຂົ້າຮ່ວມເປັນປະ ທານຂອງທ່ານ ພົນໂທ ຈັນສະ ໝອນ ຈັນຍາລາດ ກຳມະການ ກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະ ເທດ, ມີ ທ່ານ ພົນໂທ ວິໄລ ຫຼ້າ ຄຳຟອງ ເລຂາທິການສູນກາງ ພັກ, ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ, ຫົວໜ້າກົມ ໃຫຍ່ການເມືອງກອງທັບ, ມີຄະ ນະນຳກະຊວງ, ຄະນະນໍາບັນ ດາກົມໃຫຍ່, ຫ້ອງວ່າການກະ ຊວງປ້ອງກັນປະເທດ ແລະ ແຂກ ທີ່ຖືກເຊີນຕະຫຼອດຮອດນັກສະ ແດງເຂົ້າຮ່ວມ. ທ່ານ ພົນຈັດຕະວາ ສາຍ ສະໝອນ ສະຫຼັບແສງ ຄະນະ ພັກກົມໃຫຍ່ ຫົວໜ້າກົມໂຄສະ ນາອົບຮົມກົມໃຫຍ່ການເມືອງ ກອງທັບ ຄະນະຮັບຜິດຊອບຈັດ ງານແຂ່ງຂັນໄດ້ຂຶ້ນລາຍງານ ການຫ້າງຫາກະກຽມຈັດງານ ແຂ່ງຂັນນີ້ວ່າ: ເພື່ອປະຕິບັດຕາມ ຄຳສັ່ງແນະນໍາຂອງຄະນະເລຂາ ທິການສູນກາງພັກສະບັບເລກທີ 02 / ຄລສພ, ລົງວັນທີ 19 ກຸມ ພາ 2018, ແຜນການກະກຽມ ແລະ ຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີຂອງກະ ຊວງປ້ອງກັນປະເທດສະບັບ ເລກທີ 4744 / ກປທ ລົງວັນທີ 08 ທັນວາ 2017, ແຜນການ ການຈັດງານແຂ່ງຂັນສິລະປະ- ວັນນະຄະດີທົ່ວກອງທັບຄັ້ງທີ V ເພື່ອຄຳນັບຮັບຕ້ອນວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ. ການແຂ່ງຂັນໃນຄັ້ງນີ້ ມີຄະນະສິລະປະເຂົ້າຮ່ວມທັງ ໝົດ 9 ຄະນະ ທີ່ມາຈາກກໍາ ລັງຫຼວງ ແລະ ກໍາລັງຖ້ອນຖິ່ນຄື: ກອງບັນຊາການທະຫານແຂວງ ອຸດົມໄຊ, ກອງບັນຊາການທະ ຫານແຂວງວຽງຈັນ, ກອງບັນ ຊາການທະຫານແຂວງສະຫວັນ ນະເຂດ, ກອງບັນຊາການທະ ຫານ ແຂວງສາລະວັນ, ກົມ ໃຫຍ່ການເມືອງກອງທັບ, ກົມ 213, ຫ້ອງວ່າການກະຊວງ ປ້ອງກັນປະເທດ, ໂຮງຮຽນກໍ່ ສ້າງນາຍສິບທະຫານຮາບເລກ 2 ວຽງໄຊ ແລະ ກອງພັນລົດ ຕັງ-ຍານເກາະ 661, ມີຈໍານວນ ທັງໝົດ 270 ຄົນ, ເພດຍິງ 121 ຄົນ, ມີກໍາມະການຕັດສິນ 5 ທ່ານ, ຢູ່ໃນງານແຂ່ງຂັນສິລະ ປະຮອບຊີງຊະນະເລີດຂອງພວກເຮົາໃນຄັ້ງນີ້, ມີລະບົບແສງສີ ສຽງຈາກກົມສິລະປະການສະ ແດງ, ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ການສະໜັບສະໜູນ. ການ ແຂ່ງຂັນຈະດໍາເນີນໄປເປັນເວ ລາ 2 ຄືນຈຶ່ງສຳເລັດ. ໃນໂອກາດນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດ ຖະມົນຕີກະຊວງປ້ອງກັນປະ ເທດ ໄດ້ໃຫ້ກຽດກ່າວໄຂງານ ແຂ່ງຂັນສິລະລະປະ-ວັນນະຄະ ດີທົ່ວກອງທັບ ຄັ້ງທີ V ຮອບ ຊີງຊະນະເລີດຢ່າງເປັນທາງ ການ. ການຈັດງານແຂ່ງຂັນ ສິລະປະ-ວັນນະຄະດີສະຫຼັກຫຼິ້ນ ທົ່ວກອງທັບຄັ້ງນີ້ແມ່ນມີຄວາມ ໝາຍຄວາມສຳຄັນ ແລະ ແມ່ນ ກິດຈະກໍາໜຶ່ງທີ່ຈັດຂຶ້ນເພື່ອຂໍ່າ ນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ, ເປັນການລໍ້າລຶກ, ເທີດທູນທາດ ແທ້ມູນເຊື້ອກອງທັບເຮົາທີ່ສະ ຫງ່າງາມທີ່ສະແດງອອກມາ ທາງດ້ານສິລະປະ-ວັນນະຄະດີ ແລະ ບັນຍາກາດຂອງການແຂ່ງ ຂັນສິລະປະ-ວັນນະຄະດີໃນ ຄັ້ງ ນີ້ຍັງເປັນການປຸກລະດົມຊຸກຍູ້ ໃຫ້ກໍາລັງໃຈແກ່ພະນັກງານ-ນັກຮົບມີຄວາມສາມັກຄີເປັນຈິດ ໜຶ່ງໃຈດຽວ, ບຸກບືນສູ້ຊົນຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງ ປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະ ນະພັກກະຊວງປ້ອງກັນປະເທດ ໂດຍສະເພາະແມ່ນການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ໃຫ້ປາກົດຜົນເປັນຈິງ. ໂດຍ: ນ. ດວງມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ